ວຽກງານທ່ອງທ່ຽວ, ຮ້ານອາຫານ, ສະຖານບັນເທີງແຂວງວຽງຈັນໄດ້ຮັບການພັດທະນາ, ຄຸ້ມຄອງຢ່າງມີລະບົບທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ ໄດ້ມີຄຳເຫັນກ່ຽວກັບວຽກງານທີ່ພົ້ນເດັ່ນໃນການຄຸ້ມຄອງການທ່ອງທ່ຽວ, ການຄຸ້ມຄອງຮ້ານອາຫານ ແລະ ບັນເທີງຢູ່ແຂວງວຽງຈັນ ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີXI ສະໄໝທີ VI ຈັດຂຶ້ນໃນລະຫວ່າງວັນທີ 28-30 ພະຈິກຜ່ານມານີ້ວ່າ: 
ໃນໄລຍະຜ່ານມາພະແນກ ຖວທ ແຂວງ ໄດ້ເອົາໃຈໃສ່ຄຸ້ມຄອງການທ່ອງທ່ຽວຕາມ 3 ພາລະບົດບາດທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການທ່ອງທ່ຽວເຊັ່ນ: ຄຸ້ມຄອງ ແລະ ພັດທະນາສະຖານທີ່ທ່ອງທ່ຽວ, ຄຸ້ມຄອງທຸລະກິດບໍລິການທ່ອງທ່ຽວ ແລະ ຄຸ້ມຄອງ-ບໍລິການນັກທ່ອງທ່ຽວ ຜ່ານຈັດຕັ້ງປະຕິບັດຕົວຈິງ,ດ້ານການພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວໄດ້ສຸມໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ, ດ້ານການທ່ອງທ່ຽວຢູ່ໜ້າເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ ແລະ ເມືອງວັງວຽງທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ADBໃຫ້ສຳເລັດໃນກາງປີ 2024 ປັດຈຸບັນໜ້າວຽກຢູ່ໜ້າເຂື່ອນນໍ້າງື່ມ I ສຳເລັດໄປແລ້ວ 71,26%, ສະໜາມຂີ້ເຫຍື້ອຢູ່ເມືອງວັງວຽງສຳເລັດ 80,89%, ຂົວຂ້າມນໍ້າຊອງ, ເສັ້ນທາງເຂົ້ານໍ້າຕົກຕາດແກ້ງຍຸຍ ແລະ ເສັ້ນທາງວົງແຫວນພາກນໍ້າຊອງເບື້ອງຕາເວັນຕົກສໍາເລັດ 68,53%, ນອກນັ້ນຍັງໄດ້ປັບປຸງ ແລະ ຍົກລະດັບຄຸນນະພາບການບໍລິການຂອງສະຖານທີ່ທ່ອງທ່ຽວໃຫ້ໄດ້ມາດຕະຖານອາຊຽນ ແລະ ໄດ້ຮັບລາງວັນສຳຄັນຕ່າງໆເຊັ່ນ: ຫ້ອງນໍ້າສະອາດອາຊຽນ 5 ແຫ່ງ, ໂຮງແຮມຂຽວ 2 ແຫ່ງ, (ໂຮງແຮມອາມະລີ ແລະຣີສອດລ້ອງງື່ມວິວ) ລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ 1 ແຫ່ງ (ບ້ານນາທອງ ເມືອງວັງວຽງ) ເຮືອນພັກແຮມປະຊາຊົນ 1 ແຫ່ງ (ບ້ານນາດ້ວງ ເມືອງວັງວຽງ),ຈັດລະດັບມາດຕະຖານດາວໄດ້ 3 ຫົວໜ່ວຍຄື: ໂຮງແຮມລະດັບ 5 ດາວ 1 ແຫ່ງ (ຣີສອດທິມາກ) ລະດັບ 4 ດາວ 1 ແຫ່ງ (ໂຮງແຮມອາມະລີ) ລະດັບ 2 ດາວ 1 ແຫ່ງ (ໂຮງແຮມອິນທິລາ), ໄດ້ຊຸກຍູ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາມີສ່ວນຮ່ວມໃນການພັດທະນາແຫຼ່ງທ່ອງທ່ຽວ ຊຶ່ງລວມມີ 42 ຫົວໜ່ວຍທີ່ສະເໜີເຈດຈຳນົງຂໍພັດທະນາກິດຈະການທ່ອງທ່ຽວຢູ່ແຂວງວຽງຈັນ ຊຶ່ງປັດຈຸບັນຢູ່ໃນໄລຍະສຶກສາສຳຫຼວດຄວາມເປັນໄປໄດ້, ສົມທົບກັບກະຊວງ ຖວທ ແລະ ຂະແໜງການທີ່ກ່ຽວຂ້ອງລົງສຳຫຼວດປັກຫຼັກໝາຍສະຖານທີ່ທ່ອງທ່ຽວຖໍ້າຜາຫຼວງ, ຜາທໍ່ໜໍ່ຄຳ, ສຳຫຼວດແຫຼ່ງທ່ອງທ່ຽວຖໍ້າຜາກ້າ, ຜາງອຍ, ຕາດຊາວວາ, ສຳຫຼວດ ແລະ ຂຽນປະຫັວດສິນລະປະລາຍງ້າວ, ວັດພະທອງສາມສີ, ວັດປ່າວຽງຄຳໄຜ່ໜາມ ແລະບ່ອນອື່ນໆ ປັດຈຸບັນ ທົ່ວແຂວງມີສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະວັດທະນະທຳທັງໝົດ 238 ແຫ່ງ, ເປີດບໍລິການແລ້ວ 63 ແຫ່ງ.ທົ່ວແຂວງມີຫົວໜ່ວຍທຸລະກິດການທ່ອງທ່ຽວທີ່ອອກອະນຸຍາດ ແລະ ເປີດບໍລິການແລ້ວຈຳນວນ1.132 ຫົວໜ່ວຍ, ຂັ້ນແຂວງອອກອະນຸຍາດມີ 338 ຫົວໜ່ວຍ ແລະ ຂັ້ນເມືອງອະນຸຍາດມີ 794 ຫົວໜ່ວຍໃນນີ້ໄດ້ມີການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງແລະທ້ອງຖິ່ນ. ທຸລະກິດຮ້ານອາຫານທົ່ວແຂວງມີ 467ຫົວໜ່ວຍ, ແຂວງອະນຸຍາດມີ 47 ຫົວໜ່ວຍ, ເມືອງອະນຸຍາດ 420 ຫົວໜ່ວຍ. ຮ້ານບັນເທີງທີ່ໄດ້ຮັບອະນຸຍາດທັງໝົດ9ຫົວໜ່ວຍ. ສົມທົບກັບຄະນະກໍາມະການຂັ້ນແຂວງ ລົງຊຸກຍູ້ການຈັດເກັບພັນທະອາກອນໃນຂົງເຂດການທ່ອງທ່ຽວຢູ່ເມືອງວັງວຽງໄດ້ 599.132.000 ກີບ. ປັດຈຸບັນທົ່ວແຂວງວຽງຈັນມີບໍລິສັດທ່ອງທ່ຽວ 38 ບໍລິສັດ ແລະ ໜ່ວຍບໍລິການນຳທ່ຽວປະເພດຕ່າງເຊັ່ນ: ກົງເບັງ, ເຮືອຫາງຍາວ, ເຮືອກາຍັກ, ລົດນຳທ່ຽວ, ບອນລູນ, ຍົນພາລາມໍເຕີ, ສະລິງ 64 ຫົວໜ່ວຍ. ໃນ 9 ເດືອນປີ2023 ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ 664.839 ເທື່ອຄົນ ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດ 176.643 ຄົນເທົ່າກັບ 114% ຂອງແຜນການປີ.
ທ່ານ ສີສະຫວາດ ແສງພະຈັນ ກ່າວຕື່ມອີກວ່າ: ສຳລັບແຜນການໃນຕໍ່ໜ້າເພື່ອກະກຽມຄວາມພ້ອມເປີດປີທ່ອງທ່ຽວລາວ2024ທີ່ຈະມາເຖິງ, ແຂວງວຽງຈັນຈະໄດ້ສຸມໃສ່ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການຂອງ ADBເພື່ອໃຫ້ສຳເລັດຕາມແຜນການແລະຈັດພິທີເປີດການນຳໃຊ້ໃນປີ2024ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວຢູ່ແຂວງວຽງຈັນໃຫ້ມີບັນຍາກາດຄຶກຄື້ນ,ຕິດຕາມ, ຊຸກຍູ້ປະເມີນຄຸນນະພາບແລະຈັດລະດັບກິດຈະການທ່ອງທ່ຽວຕາມມາດຕະຖານຕ່າງໆໂດຍສະເພາະແມ່ນສະຖານທີ່ພັກແຮມ,ສະຖານທີ່ທ່ອງທ່ຽວໃຫ້ຖືກຮັບຮອງຕາມມາດຕະຖານແຕ່2ດາວຂຶ້ນໄປ,ສູ້ຊົນເຮັດໃຫ້ເມືອງວັງວຽງຖືກຮັບຮອງເປັນເມືອງທ່ອງທ່ຽວສະອາດອາຊຽນ,ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດຍົກລະດັບຄຸນນະພາບແລະການບໍລິການທີ່ໄດ້ມາດຕະຖານອາຊຽນ.ປັບປຸງແຜນພັດທະນາການທ່ອງທ່ຽງເມືອງວັງວຽງແລະສ້າງແຜນພັດທະນາການທ່ອງທ່ຽວອ່າງນ້ຳງື່ມ1,ຈັດຕັ້ງເຜີຍແຜ່ແຜນພັດທະນາການທ່ອງທ່ຽວຢູ່ເມືອງເຟືອງໃຫ້ໄດ້ຮັບການພັດທະນາຢ່າງເປັນລະບົບ.
ຂ່າວ-ພາບ: ແຂວງວຽງຈັນ