ກະຊວງສາທາລະນະສຸກຮ່ວມກັບອົງການອະນາໄມໂລກ ແລະ ສະຫະພາບເອີຣົບປະຈໍາລາວໄດ້ຈັດກອງປະຊຸມສະເຫຼີມສະຫຼອງຄວາມຄືບໜ້າຂອງການພັດທະນາວຽກງານສາທາລະນະສຸກຂຶ້ນໃນວັນທີ 29 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ບຸນແຝງພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານນາງອີນາມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ, ທ່ານນາງຢູລີປາກຮັກສາການຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ມີຫົວໜ້າກົມ-ຮອງກົມພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ຈັດຂຶ້ນ ເພື່ອແນໃສ່ສ້າງຄວາມເຂັ້ມແຂງດ້ານວຽກງານສາທາລະນະສຸກໃນຕໍ່ໜ້າ ພ້ອມທັງເປັນການສະຫຼຸບວຽກງານການໂຕ້ຕອບພະຍາດໂຄວິດ-19 ຮ່ວມກັນ ແລະ ການສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກ ເພື່ອໂຕ້ຕອບກັບວິກິດການຕ່າງໆທີ່ອາດເກີດຂຶ້ນໃນອະນາຄົດ ຊຶ່ງການຮ່ວມມືດັ່ງກ່າວນີ້ໄດ້ເຮັດໃຫ້ພະນັກງານແພດໝໍຫຼາຍພັນທ່ານໄດ້ຮັບການຝຶກອົບຮົມໃນຫຼາຍໜ້າວຽກລວມທັງການຄຸ້ມຄອງເຫດການສຸກເສີນ ແລະ ການຄຸ້ມຄອງກໍລະນີ, ການເຝົ້າລະວັງພະຍາດ, ວຽກງານຫ້ອງວິເຄາະ, ການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງ, ການມີສ່ວນຮ່ວມຂອງຊຸມຊົນ, ການກັ່ນ ແລະ ຄວບຄຸມການຕິດເຊື້ອ, ສຸຂາພິບານ ແລະ ການຄຸ້ມຄອງສິ່ງເສດເຫຼືອໃນສະຖານບໍລິການດ້ານສາທາລະນະສຸກ ແລະ ສະຖານທີ່ຕ່າງໆ. ຄຽງຄູ່ກັນນັ້ນ,ການສະໜັບສະໜູນງົບປະມານມູນຄ່າ 67,3 ຕື້ກີບ (3,3 ລ້ານໂດລາ) ໃຫ້ແກ່ ສປປ ລາວ ຊຶ່ງເປັນໄລຍະເວລາ 3 ປີ ເປັນສ່ວນໜຶ່ງຂອງການຊ່ວຍເຫຼືອມູນຄ່າທັງໝົດ 24,8ລ້ານໂດລາ ທີ່ສະຫະພາບເອີຣົບໄດ້ໃຫ້ການສະໜັບສະໜູນດ້ານວຽກງານສາທາລະນະສຸກໂດຍກວມເອົາ 8 ປະເທດອາຊຽນ.
 ທ່ານ ບຸນແຝງ ພູມມະໄລສິດກ່າວວ່າ: ການຮ່ວມມືຄັ້ງນີ້ບໍ່ພຽງແຕ່ສະໜອງການຊ່ວຍເຫຼືອທີ່ສໍາຄັນໃຫ້ແກ່ລະບົບສາທາລະນະສຸກໃນໄລຍະວິກິດການທີ່ຫຍຸ້ງຍາກ ກໍຄືການລະບາດແຜ່ລາມຂອງພະຍາດໂຄວິດ-19 ເທົ່ານັ້ນ ແຕ່ຍັງໄດ້ຊ່ວຍໃຫ້ພວກເຮົາໄດ້ຟື້ນຄືນສູ່ສະພາບປົກກະຕິໄດ້ໄວຂຶ້ນພ້ອມນັ້ນຍັງຊ່ວຍສ້າງຄວາມເຂັ້ມແຂງດ້ານຄວາມອາດສາມາດຂອງລະບົບສາທາລະນະສຸກ ເພື່ອໃຫ້ສາມາດຕອບສະໜອງກັບຄວາມຕ້ອງການຂອງປະຊາຊົນ, ຊ່ວຍກຽມພ້ອມຮັບມືກັບພະຍາດລະບາດ ແລະ ວິກິດການສາທາລະນະສຸກຕ່າງໆທີ່ອາດເກີດຂຶ້ນໃນອະນາຄົດ.ໃນຂະນະດຽວກັນກໍໄດ້ສະໜັບສະໜູນການປັບປຸງລະບົບໂຕ້ຕອບຕໍ່ເຫດການສຸກເສີນດ້ານສາທາລະນະສຸກຢູ່ 4 ແຂວງ ແລະ ໄດ້ມີການເກັບຕົວຢ່າງພະຍາດໂຄວິດ-19 ຫຼາຍກວ່າ 600 ຕົວຢ່າງເພື່ອວິເຄາະຫາສາຍພັນໃໝ່.
ທ່ານນາງ ອີນາ ມາຈູລໍນີແຕກ່າວວ່າ:ສະຫະພາບເອີຣົບມີຄວາມພາກພູມໃຈທີ່ໄດ້ເຫັນການປ່ຽນແປງທີ່ພົ້ນເດັ່ນຂອງຫຼາຍຂົງເຂດວຽກງານໃນຂະແໜງການສາທາລະນະສຸກ ຊຶ່ງເຮັດໃຫ້ການໂຕ້ຕອບຕໍ່ພະຍາດໂຄວິດ-19 ມີປະສິດທິພາບ ແລະ ຍັງສາມາດສ້າງຄວາມທົນທານເພື່ອຮັບປະກັນຄວາມພ້ອມໃນການຮັບມືກັບສິ່ງທ້າທາຍທີ່ອາດເກີດຂຶ້ນໃນຕໍ່ໜ້າ.
ທ່ານນາງ ຢູ ລີປາກກ່າວວ່າ:ແຜນງານນີ້ໄດ້ສະແດງໃຫ້ເຫັນເຖິງການຮ່ວມມື ແລະ ຄວາມຕັ້ງໜ້າໃນການໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ເຮັດຮ່ວມກັນ ຊຶ່ງສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ແລະ ຄວາມເຂັ້ມແຂງທົນທານທີ່ສາມາດບັນລຸໄດ້ໃນອະນາຄົດ.ພວກເຮົາໄດ້ປະສົບຜົນສຳເລັດຫຼາຍຢ່າງຮ່ວມກັນມາແລ້ວຕ້ອງບໍ່ສູນເສຍຈັງຫວະ ແລະ ແຮງຂັບເຄື່ອນທີ່ມີຄວາມໝາຍນີ້, ພວກເຮົາຈະຕ້ອງສືບຕໍ່ຜັນຂະຫຍາຍວຽກງານສາທາລະນະສຸກໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ ເພື່ອສຸຂະພາບທີ່ດີຂອງໝົດທຸກຄົນ.
(ຂ່າວ: ວັນເພັງ, ຂໍ້ມູນ: ກະຊວງສາທາລະນະສຸກ)