ທ່ານ ທອງລຸນ ສີສຸລິດປະທານປະເທດ ພ້ອມດ້ວຍການນຳຂັ້ນສູງພັກ-ລັດຂອງ ສປປ ລາວໄດ້ຕ້ອນຮັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເຂົ້າອວຍພອນເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 48 ປີ ແລະ ປີໃໝ່ສາກົນ 2024, ໃນວັນທີ 1 ທັນວາ ນີ້ ທີ່ຫໍສະພາແຫ່ງຊາດ.     
ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຄຳປາໄສ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ທູຕານຸທູດ ແລະຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ສປປ ລາວ ທີ່ໄດ້ເຂົ້າມາອວຍ ພອນໃນຄັ້ງນີ້ ຊຶ່ງເປັນການຢັ້ງຢືນ ແລະ ສະແດງເຖິງໄມຕີຈິດ ມິດຕະພາບ ແລະ ການຮ່ວມມືອັນດີ ກັບ ສປປ ລາວ, ທັງເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງແກ່ລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ຈັດຕັ້ງປະຕິບັດພາລະກິດອັນສູງສົ່ງ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໂດຍສະເພາະໃນການຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກດ້ານຕ່າງໆໃນປັດຈຸບັນ. 
ທ່ານທອງລຸນສີສຸລິດກ່າວອີກວ່າ: ໃນໄລຍະໜຶ່ງປີຜ່ານມາ, ໂລກຂອງພວກເຮົາ ໄດ້ປະເຊີນກັບບັນຫາ ແລະ ສິ່ງທ້າທາຍທີ່ຮ້າຍແຮງຫຼາຍຢ່າງ ຊຶ່ງລວມທັງໄພພິບັດທາງທຳມະຊາດ, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ວິກິດການທາງດ້ານ ພະລັງງານ, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງໂລກ ອັນເນື່ອງມາຈາກຄວາມຂັດແຍ່ງ ຢູ່ບາງພາກພື້ນຂອງໂລກ ຊຶ່ງໄດ້ເປັນອຸປະສັກ ແລະ ສົ່ງຜົນກະທົບທາງລົບໃນທາງກົງ ແລະ ທາງອ້ອມ ຕໍ່ທຸກໆປະເທດໃນໂລກ.ສຳລັບ ສປປ ລາວ ຂອງພວກຂ້າພະເຈົ້າ,  ໃນຖານະທີ່ເປັນປະເທດນ້ອຍ, ມີເສດຖະກິດຂະໜາດນ້ອຍ ແລະ ມີຄວາມບອບບາງ ຍິ່ງບໍ່ສາມາດຫຼີກລ່ຽງຈາກຜົນກະທົບດັ່ງກ່າວໄດ້,  ແຕ່ເຖິງຢ່າງໃດກໍຕາມ, ພັກ ແລະ ລັດຖະບານ ຂອງພວກຂ້າພະເຈົ້າ ໄດ້ສຸມທຸກຄວາມພະຍາຍາມ ເຂົ້າໃນການບໍລິຫານປະເທດ, ໂດຍນຳໃຊ້ມາດຕະການທີ່ຈຳເປັນ ແລະ ທ່າແຮງບົ່ມຊ້ອນຕ່າງໆ ທີ່ມີພາຍໃນປະເທດ ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ, ປະເທດຂອງພວກຂ້າພະເຈົ້າໄດ້ຜ່ານຜ່າບັນດາອຸປະສັກ ແລະ ຄວາມຫຍຸ້ງຍາກເຫຼົ່ານັ້ນໄດ້ໂດຍພື້ນຖານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດທີ່ສຳຄັນໃນຫຼາຍດ້ານ ຊຶ່ງເປັນການຄໍ້າປະກັນເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດແຫ່ງຊາດສືບຕໍ່ມີການຂະຫຍາຍຕົວ, ສ້າງປັດໄຈສຳຄັນສຳລັບການກະກຽມຄວາມພ້ອມໃນນຳເອົາປະເທດອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ທີ່ອົງການສະຫະປະຊາຊາດ ໄດ້ກຳນົດໄວ້. ໃນຂະນະດຽວກັນ, ກໍເປັນການສ້າງພື້ນຖານໃຫ້ແກ່ການສືບຕໍ່ພັດທະນາປະເທດ ກ້າວໄປສູ່ຈຸດໝາຍທີ່ຕັ້ງໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ສະບັບທີ IX ໃຫ້ບັນລຸເປົ້າໝາຍ.
ຂ້າພະເຈົ້າ ຂໍຖືໂອກາດນີ້, ຕາງໜ້າລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຮູ້ບຸນຄຸນ ແລະ  ຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນດ້ານຕ່າງໆຕະຫຼອດໄລຍະຜ່ານມານັ້ນ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຮອບດ້ານຂອງ ສປປ ລາວ ທີ່ກຳລັງຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ທີ່ໄດ້ເກີດຂຶ້ນ ແລະ ກຳລັງເປັນຢູ່ໃນປັດຈຸບັນໃຫ້ໄດ້.
ທ່ານ ທອງລຸນ ສີສຸລິດ ກ່າວອີກວ່າ: ໃນປີ 2024 ທີ່ຈະມາເຖິງນີ້, ເປັນປີທີ່ມີຄວາມໝາຍສຳຄັນຍິ່ງ ສຳລັບ ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ຊຶ່ງຈະໄດ້ຮັບກຽດເປັນປະທານໝູນວຽນອາຊຽນ ອີກຄັ້ງໜຶ່ງ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ຂໍຖືໂອກາດນີ້ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງບັນດາປະເທດສະມາ ຊິກອາຊຽນ, ປະເທດຄູ່ຮ່ວມເຈລະຈາ ກໍຄື ປະເທດເພື່ອນມິດ ລວມທັງອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໃນການກະກຽມດ້ານຕ່າງໆຢ່າງທັນການແຕ່ຫົວທີ, ພິເສດ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາທ່ານທູຕານຸທູດ ກໍຄື ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ສປປ ລາວ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຮ່ວມມືອັນດີໃນການກະກຽມ ໂດຍສະເພາະການເຮັດໜ້າທີ່ເປັນໃຈກາງປະສານງານທີ່ດີເລີດ ລະຫວ່າງ ລັດຖະບານລາວ ກັບ ລັດຖະບານຂອງປະເທດບັນດາທ່ານ ແລະ ອົງການຈັດຕັ້ງສາກົນ ທີ່ບັນດາທ່ານເປັນຕົວແທນ. ຄຽງຄູ່ກັບການເຮັດໜ້າທີ່ເປັນປະທານອາຊຽນ, ໃນປີ 2024 ນີ້, ລັດຖະບານລາວ ຍັງໄດ້ປະກາດເປັນປີທ່ອງທ່ຽວລາວ ຊຶ່ງລັດຖະບານ ແລະ ປະຊາຊົນລາວ ມີຄວາມຫວັງຢ່າງຍິ່ງວ່າ ນອກຈາກຈະໄດ້ຕ້ອນຮັບປະມຸກລັດ, ຫົວໜ້າລັດຖະບານ ກໍຄື ຄະນະຜູ້ແທນລະດັບຕ່າງໆຂອງປະເທດສະມາຊິກອາຊຽນ ແລະ ບັນດາຄູ່ເຈລະຈາ ທີ່ມາເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງແລ້ວ, ຍັງຈະໄດ້ຕ້ອນຮັບນັກທ່ອງທ່ຽວຈາກປະເທດຂອງບັນດາທ່ານ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ຫຼາຍຂຶ້ນ ເພື່ອເຮັດໃຫ້ການທ່ອງທ່ຽວຢູ່ ສປປ ລາວ ກັບມາມີບັນຍາກາດຄຶກຄື້ນຄືນໃໝ່.
ໂອກາດນີ້, ທ່ານ ໂອຮານ ໄອຊິກ (Orhan Işık) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ຕວັກເກຍ ປະຈຳ ສປປ ລາວ, ທູດອາວຸໂສ ໄດ້ຕາງໜ້າໃຫ້ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວອວຍພອນໄຊອັນປະເສີດ ມາຍັງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະລັດຖະບານ, ການນຳຂັ້ນສູງພັກ, ລັດຕະຫຼອດຮອດໃຫ້ປະຊາຊົນລາວ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດ ແລະ ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ ໃນໂອກາດປີໃໝ່ສາກົນ 2024 ແລະ ປີຕໍ່ໆໜ້າ. ພ້ອມທັງ ສະແດງຄວາມຮູ້ບຸນຄຸນມາຍັງ ລັດຖະບານແຫ່ງ ສປປ ລາວ ທີ່ຊ່ວຍສ້າງສະພາບແວດລ້ອມອັນເອື້ອອໍານວຍ ໃຫ້ແກ່ການປະຕິບັດໜ້າທີ່ວຽກງານທາງການທູດ ຢູ່ໃນ ສປປ ລາວ ເຮັດໃຫ້ມີຜົນສຳເລັດດ້ວຍດີຕະຫຼອດມາ ແລະ ເນັ້ນຢໍ້າວ່າ ບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າອົງການ ຈັດຕັ້ງສາກົນ ກໍາແໜ້ນໄດ້ເປົ້າໝາຍຂອງພວກເຮົາ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງ ສປປ ລາວ ໂດຍຜ່ານຮູບການຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.
ທ່ານ ໂອຮານ ໄອຊິກ ກ່າວອີກວ່າ: ໃນປີ 2024 ນີ້, ສປປ ລາວ ຈະໄດ້ຮັບກຽດເປັນປະທານໝູນວຽນອາຊຽນ ເປັນຄັ້ງທີສາມ ຊຶ່ງຖືເປັນກາລະໂອກາດອັນສໍາຄັນຍິ່ງ ໃນການເນັ້ນຢໍ້າຄວາມໝາຍໝັ້ນ ແລະ ຄວາມພະຍາຍາມອັນຍາວນານຂອງ ລັດຖະບານ ເພື່ອຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ. ຢືນຢັນວ່າ ພວກເຮົາຈະສືບຕໍ່ເສີມຂະຫຍາຍການຮ່ວມມື ລະຫວ່າງປະເທດຂອງພວກເຮົາ ບົນຈິດໃຈແຫ່ງມິດຕະພາບ ແລະ ຄວາມສາມັກຄີປອງດອງ.
ຂ່າວ-ພາບ: ສຸກສະຫວັນ