ໃນຕອນບ່າຍຂອງວັນທີ 1 ທັນວາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ Cynthia Joy TERMORSHUIZEN ທີ່ປຶກສາລັດຖະມົນຕີຕ່າງປະເທດການາດາ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ທ່ານທີ່ປຶກສາ ນັບວ່າເປັນການຢ້ຽມຢາມຂອງຜູ້ແທນລະດັບສູງຈາກ ກະຊວງການຕ່າງປະເທດການາດາ ຊຶ່ງຈະປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫຼາຍໆດ້ານ ລະຫວ່າງ ສປປ ລາວ ແລະ ການາດາ ໃຫ້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ: ການປະສານງານໃນການຈັດຕັ້ງປະຕິບັດກົນໄກກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ການາດາ ໃນລະດັບຫົວໜ້າກົມ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການສຶກສາ, ສາທາລະນະສຸກ, ແລະ ອື່ນໆ ລວມທັງການຮ່ວມມືໃນຂອບຫຼາຍຝ່າຍ ເຊັ່ນ: ອາຊຽນ-ການາດາ, ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຂອງ ສປປ ລາວ ໃນປີ 2024 ການາດາ ກໍໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໂດຍສະເພາະໃນວຽກງານສື່ສານ ແລະ ອື່ນໆ. ພ້ອມນັ້ນ, ຍັງໄດ້ແລກປ່ຽນຄໍາເຫັນກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ທັງສອງຝ່າຍມີຄວາມສົນໃຈນໍາກັນ.
ນອກນັ້ນ, ທ່ານທີ່ປຶກສາລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງລັດຖະມົນຕີ ທີ່ໄດ້ເສຍສະຫຼະເວລາໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ກໍຄືພາກສ່ວນກ່ຽວຂ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ຕະຫຼອດໄລຍະຜ່ານມາ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ຫວັງວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ຄວາມຮ່ວມມືກັບ ລັດຖະບານ ການາດາ ເພື່ອຮ່ວມກັນສືບຕໍ່ຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ; ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ແລະ ອວຍພອນໃຫ້ທ່ານທີ່ປຶກສາລັດຖະມົນຕີ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ອວຍພອນໃຫ້ ທ່ານທີ່ປຶກສາ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດຂອງຕົນ.
(ຂ່າວ-ພາບ: ກະຊວງການຕ່າງປະເທດ)