ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ (2/12/1975-2/12/2023) ການນໍາພັກ-ລັດຖະບານ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 2 ທັນວາ ນີ້.
ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ພາຍຫຼັງສຳເລັດການວາງພວງມາລາແລ້ວ, ການນຳພັກ-ລັດ ໄດ້ສືບຕໍ່ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ອະດີດຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຊຶ່ງໃນປີນີ້ ເປັນວັນຄົບຮອບວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13/12/1920-13/12/2023) ໂດຍການນໍາພັກ-ລັດເຮົາ ມາວາງກະຕ່າດອກໄມ້ຄັ້ງນີ້ ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ທີ່ເພິ່ນໄດ້ສຸມສະຕິປັນຍາ ເຂົ້າໃນການຊີ້ນໍາ-ນຳພາ ພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ພາຍຫຼັງສະຖາປານາ ສປປ ລາວ, ປະທານ ໄກສອນ ພົມວິຫານ ຍັງເປັນຜູ້ນໍາທີ່ມີແນວຄິດລິເລີ່ມ ແລະ ຊອກຫາແນວທາງການປ່ຽນແປງໃໝ່ຂອງການປະຕິວັດໃນໄລຍະໃໝ່ ພ້ອມທັງເປັນຜູ້ລິເລີ່ມນໍາພາຈັດຕັ້ງປະຕິບັດ ອັນໄດ້ກາຍເປັນພື້ນຖານໃນການດຳເນີນວຽກງານ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ-ລັດເຮົາໃນປັດຈຸບັນ ແລະ ນັບມື້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ມີຄຸນນະພາບຊີວິດດີຂຶ້ນ ເທື່ອລະກ້າວ, ນໍາເອົາຄວາມຢູ່ເຢັນເປັນສຸກມາ ສູ່ປະຊາຊົນລາວບັນດາເຜົ່າ.
ຜົນງານ ແລະ ຄຸນງາມຄວາມດີຂອງບັນພະບູລຸດລາວ ກໍຄື ປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດ ໂດຍສະເພາະ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ປະທານ ໄກສອນ ພົມວິຫານ ເພິ່ນໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ ໄດ້ຈາລຶກໃນຄວາມຊົງຈໍາຂອງປະຊາຊົນລາວບັນດາ ເຜົ່າຕະຫຼອດໄປ.
(ຂ່າວ: ສຸກສະຫວັນ, ພາບ: ຍຸພິນທອງ)