ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວໄດ້ຈັດກອງປະຊຸມສໍາມະນາການວິເຄາະຂ່າວ ຄັ້ງປະຖົມມະລືກ ຂອງສູນຝຶກອົບຮົມນັກວິເຄາະຂ່າວລາວ ໃຫ້ກັບສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນໃນຮູບແບບເຊິ່ງໜ້າ ແລະ ອອນລາຍຂຶ້ນໃນວັນທີ 1 ທັນວາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ ພ້ອມດ້ວຍນັກຂ່າວທີ່ມີປະສົບການຈາກ ສປ ຈີນ ແລະ ຕາງ ໜ້າສື່ມວນຊົນພາກ ສ່ວນຕ່າງໆໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ການສຳມະນາຄັ້ງນີ້, ສຳມະນາກອນໄດ້ຮັບຟັງບົດຮຽນ ແລະ ປະສົບການຈາກນັກຂ່າວຈີນ ແລະ ນັກຂ່າວລາວໃນການຂຽນບົດວິເຄາະເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ແນໃສ່ສ້າງນັກວິເຄາະຂ່າວໃຫ້ກາຍເປັນນັກວິເຄາະມືອາຊີບ, ເປັນນັກວິເຄາະທີ່ດີມີຮູບແບບໃນການຂຽນບົດວິເຄາະ, ຮູ້ສົ່ງເສີມຈິດໃຈຮັກເຊື້ອແພງຊາດ, ຮູ້ມິດຮູ້ສັດຕູ, ສົ່ງເສີມຄວາມສາມັກ ຄີບຸກບືນກ້າວໜ້າ, ຕຳນິສະພາບສັງຄົມທີ່ບໍ່ດີ, ສ້າງບັນຍາ ກາດຫາງສຽງທີ່ດີເພື່ອພ້ອມກັນພັດ ທະນາປະເທດຊາດ.

ທ່ານນາງ ແສງແກ້ວ ກ່າວວ່າ: ໃນຍຸກແຫ່ງເຕັກນິກວິທະຍາສາດທັນສະ ໄໝໄດ້ມີການພັດທະ ນາຢ່າງວ່ອງໄວ, ສື່ມວນຊົນໄດ້ມີການຫັນປ່ຽນຮູບແບບການພັດທະນາຢ່າງໄວ ວາຄວາມຮຽກຮ້ອງຕ້ອງການຂອງການບໍລິໂພກຂ່າວຈາກສື່ ໃໝ່ນັບມື້ຫຼາຍຂຶ້ນ ໂດຍສະເພາະປະເພດຂ່າວວິເຄາະ, ວິຈານ, ຊີ້ເຫດ ແລະ ຜົນ ເພື່ອຊວນເຊື່ອແບບແຂ່ງຂັນກັນລາຍງານຂ່າວນັບມື້ເພີ່ມຫຼາຍຂຶ້ນແບບບໍ່ມີຂອບເຂດພົມແດນ. ສະນັ້ນ, ສື່ມວນຊົນ,ໃນນາມເປັນສື່ທາງການຢາກໃຫ້ມີຜູ້ອ່ານ, ຜູ້ຟັງຫຼາຍຂຶ້ນຈະຕ້ອງເພີ່ມທະວີການ ເຄື່ອນໄຫວຮ່ວມກັນ, ສ້າງອິດທິພົນຂອງສື່ມວນຊົນໃຫ້ສູງຂຶ້ນ ແລະ ມີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ພ້ອມນີ້ເຊື່ອໝັ້ນວ່າ: ຜ່ານການຝຶກອົບຮົມຄັ້ງນີ້ນັກຂ່າວລາວຈະສ້າງໄດ້ຄວາມຮັບຮູ້ອັນ ໃໝ່ໃນການວິເຄາະຂ່າວໃຫ້ມີເນື້ອໃນເລິກເຊິ່ງ, ຈັບໃຈຜູ້ອ່ານ, ຜູ້ຟັງ ແລະ ຕີຕ້ານໄດ້ຖ້ອຍທຳ ນອງທີ່ບິດເບືອນ ຂອງສື່ທີ່ບໍ່ຫວັງດີຕໍ່ສາຍພົວພັນຂອງສອງປະເທດພວກເຮົາ.

ທ່ານ ໂພສີ ແກ້ວມະນີວົງ ກ່າວວ່າ: ການສຳມະນາຄັ້ງນີ້ມີຄວາມສໍາຄັນຕໍ່ການພົວພັນຮ່ວມມືລະ ຫວ່າງສື່ມວນຊົນລາວ ແລະ ຈີນ ເພາະເປັນການຮຽນຮູ້ບົດຮຽນ, ຫຼັກການ ແລະ ວິຊາການໃນການຂຽນຂ່າວວິເຄາະໃຫ້ແກ່ນັກຂ່າວລາວ. ພາຍຫຼັງສຳເລັດການຝຶກອົບຮົມນີ້ຜູ້ເຂົ້າຮ່ວມຈຳນວນໜຶ່ງຈະໄດ້ໄປເກັບກຳຂ່າວຕົວຈິງຕາມທາງລົດໄຟລາວ-ຈີນ ເພື່ອມາຂຽນບົດວິເຄາະ ແລະ ໃນປີ 2024 ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈະສືບຕໍ່ຮ່ວມມືກັບວິທະຍຸໂທລະພາບສູນກາງຈີນປະຈໍາລາວ ຈັດງານປະກວດບົດວິເຄາະຂ່າວຊີງຂັນລາງວັນ CMG ເພື່ອຊຸກ ຍູ້ຂະບວນການສຳຫຼວດຄົ້ນຄວ້າຊອກຫາຂໍ້ມູນເພື່ອຂຽນເປັນບົດຂ່າວ, ບົດວິເຄາະ ແລະ ນຶກຄິດໂຕ້ວາທີ. ນອກຈາກນີ້ຍັງເປັນການສົ່ງເສີມຈິດໃຈເຊື້ອໝັ້ນຕໍ່ແນວທາງຂອງພັກ, ຮັກປະເທດຊາດດ້ວຍການວິເຄາະ, ສົ່ງເສີມຄວາມສາມັກຄີບຸກບືນກ້າວໜ້າ, ສ່ອງແສງໃຫ້ເຫັນສະພາບສັງຄົມທີ່ບໍ່ດີ, ສ້າງບັນ ຍາກາດຫາງສຽງທີ່ດີ ໃຫ້ແກ່ສະພາບກວມລວມແຫ່ງການພັດທະນາຂອງປະ ເທດຊາດ ແລະ ຄວາມສາມັກຄີປອງດອງກັນຂອງປະຊາ ຊົນພາຍໃນຊາດ, ສ້າງທ່າອ່ຽງ ແລະ ກາ ລະໂອກາດທີ່ອໍານວຍໃຫ້ການເສີມຂະ ຫຍາຍສາຍພົວພັນມິດຕະພາບລາວ-ຈີນກ້າວສູ່ລວງເລິກ. ພ້ອມນີ້ທ່ານໄດ້ຮຽກ ຮ້ອງໃຫ້ນັກຂ່າວລາວ ຈົ່ງຕັ້ງໃຈຮັບຟັງ, ຈົດກ່າຍບັນທຶກ ແລະ ແລກປ່ຽນບົດຮຽນນຳກັນເພື່ອກຳແໜ້ນຫຼັກການວິເຄາະຂ່າວໃຫ້ຊັດເຈນ ແລະ ນໍາເອົາບົດຮຽນນີ້ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.

ຂ່າວ: ພູວັນ - ພາບ: ຂັນໄຊ