ກຳມະບານຮາກຖານພະແນກ ຖວທ ແຂວງວຽງຈັນ ໄດ້ຈັດພິທີ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023 ໃນວັນທີ 1 ທັນວາ 2023 , ຢູ່ທີ່ຫ້ອງປະຊຸມ ພະແນກ ຖວທ ແຂວງ, ພາຍໃຕ້ການເປັນປະທານຂອງສະຫາຍ ສຳພັນ ມະນີຈັນ ຄະນະພັກຮາກຖານ ຮອງຫົວໜ້າພະແນກ ຖວທ ແຂວງ ປະທານ ກຳມະບານຮາກຖານພະແນກ ຖວທ ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ດາວສະຫວັນ ລາຊະວົງສ໌ ຮອງປະທານສະຫະພັນກຳມະບານແຂວງ, ສະຫາຍ ແສງແກ້ວ ສູນທະວົງສາ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ຖວທ ແຂວງ, ມີບັນດາຄະນະກຳມະບານຮາກຖານອ້ອມຂ້າງ ແລະ ສະມາຊິກກຳມະບານຮາກຖານພະແນກ ຖວທ ແຂວງວຽງຈັນ ເຂົ້າຮ່ວມ.
ສະຫາຍ ນາງ ໂອທອງ ມີນາຄົມ ຮອງປະທານກຳມະບານຮາກຖານພະແນກ ຖວທ ແຂວງວຽງຈັນ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນ ປະຈຳປີ 2023 ແລະ ທິດທາງແຜນການປີ 2024, ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຜົນງານທີ່ພົ້ນເດັ່ນ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນຂະບວນການແຂ່ງຂັນ 5 ເປັນເຈົ້າໃນແຕ່ລະດ້ານສະແດງອອກໃນການເອົາໃຈໃສ່ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍ່ຄືເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານວາງອອກ, ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍ,ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງແຕ່ລະໄລຍະໃຫ້ແກ່ຖັນແຖວ ພະນັກ
ງານສະມາຊິກພັກ ກໍ່ຄືສະມາຊິກກຳມະບານ ພະແນກ ຖວທ ແຂວງ ໃຫ້ຮັບຮູ້ແລ້ວເຂົ້າໃຈ ກຳແໜ້ນແນວທາງນະໂຍບາຍຂອງພັກ ; ເປັນເຈົ້າການໃນການປັບປຸງແບບແຜນນຳພາ ແບບແຜນວິທີເຮັດວຽກໃຫ້ແທດເໝາະ , ເຮັດວຽກປະຕິບັດຕາມຫລັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ບຸກຄົນປະຕິບັດຕາມການຈັດຕັ້ງ; ເປັນເຈົ້າການປະກອບຄຳຄິດເຫັນຕໍ່ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ທີ່ກ່ຽວຂ້ອງກັບການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ຊຸກຍູ້ສະມາຊິກຂອງຕົນເຂົ້າເປັນສະມາຊິກກອງທຶນ ກສກ ແລະ ກອງທຶນທານຸເຄາະ. ໃນ 1 ປີຜ່ານມາ ໄດ້ຂຽນຂ່າວໄດ້ 4.287 ຂ່າວ, ປົກປັກຮັກສາຮີດຄອງປະເພນີ, ເຜີຍແຜ່ ແລະ ຄຸ້ມຄອງວັດທະນະທຳຮອບ II, ໄດ້ 19 ບ້ານ, ມີບ້ານວັດທະນະທຳທັງໝົດ 407 ບ້ານ ,ຄອບຄົວວັດທະນະທຳ 71.068 ຄອບຄົວ, ວຽກງານທ່ອງທ່ຽວສາມາດດຶງດູດນັກທ່ອງທ່ຽວໄດ້ 664.839ເທື່ອຄົນ ສ້າງລາຍຮັບໄດ້ 218 ຕື້ກວ່າກີບ.
ຜ່ານການຕີລາຄາ ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານພະແນກ ຖວທ ແຂວງວຽງຈັນ ເປັນເຈົ້າທີ1 ເປັນເຈົ້າການ ຝຶກຝົນຫຼໍ່ຫຼອມ ທາງດ້ານການເມືອງ-ແນວຄິດ ປະຕິບັດໄດ້ 93%, ເປັນເຈົ້າທີ2 ເປັນເຈົ້າການ ປະຕິບັດກົດຫມາຍແລະ ລະບຽບການຂອງລັດ, ປະຕິບັດໄດ້ 92%, ເປັນເຈົ້າທີ3 ເປັນເຈົ້າການ ພັດທະນາຕົນເອງ ແລະ ການຈັດຕັ້ງ, ປະຕິບັດໄດ້ 94%, ເປັນເຈົ້າທີ4 ເປັນເຈົ້າການ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ, ປະຕິບັດໄດ້ 95% ແລະ ເປັນເຈົ້າທີ5 ເປັນເຈົ້າການ ປະຕິບັດຫນ້າທີ່ວິຊາສະເພາະ ຢ່າງປະດິດສ້າງ, ປະຕິບັດໄດ້ 94%. ເຫັນວ່າກຳມະບານຮາກຖານພະແນກ ຖວທ ແຂວງວຽງຈັນ ສາມາດປະຕິບັດໄດ້ຕາມມາດຖານເງື່ອນໄຂຄົບຖ້ວນ.
ດັ່ງນັ້ນ ໄດ້ມີການມອບໃບຢັ້ງຢືນ 5 ເປັນເຈົ້າ ແລະ ໃບຍ້ອງຍໍ ໃຫ້ແກ່ໜ່ວຍກຳມະບານຮາກຖານພະແນກ ຖວທ ແຂວງວຽງຈັນ, ໃຫ້ກຽດຂຶ້ນມອບໂດຍ ສະຫາຍ ດາວສະຫວັນ ລາຊະວົງສ໌ ຮອງປະທານກຳມະບານແຂວງ ແລະ ໃຫ້ກຽດຮັບໂດຍສະຫາຍ ສຳພັນ ມະນີຈັນ ປະທານກຳມະບານຮາກຖານພະແນກ ຖວທ ແຂວງວຽງຈັນ ແລະ ມອບໃບຍ້ອງຍໍ ໃຫ້ແກ່ສະມາຊິກກຳມະບານທັງໝົດນຳອີກ. (ຂ່າວ:ພະແນກ ຖວທ)