ເປີດໂຄງການກິລາເຕະບານໃນໂຮງຮຽນ ໂດຍການສະໜັບສະໜູນຈາກສະຫະພັນບານເຕະນານາຊາດ (ຟີຟາ) ໃນໂຄງການ “FIFA FOOTBALL FOR SCHOOLS” ຢູ່ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ພະຈິກ 2023 ທີ່ສູນຝຶກຈໍາປີ-ຈໍາປາ ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ແລະ ທ່ານ ນາງ ຟັດມາ ຊຳບາ ດິຢຸບ ຊາມູຣາ (Fatma Samba Diouf Samoura) ເລຂາທິການສະຫະພັນບານເຕະນານາຊາດ ພ້ອມດ້ວຍຄະນະ, ຄະນະບໍລິຫານງານ ສຕລ, ແຂກຖືກເຊີນ, ສື່ມວນຊົນ, ຄູອາຈານ ແລະ ນັກກິລາເຍົາວະຊົນ 300 ຄົນ.
ໃນພິທີ, ທ່ານ ວີເພັດ ສີຫາຈັກ ກ່າວວ່າ: ໂຄງການນີ້ ແມ່ນຈະສຸມໃສ່ການພັດທະນາກິລາເຕະບານໃນໂຮງຮຽນເປັນຫຼັກ ຊຶ່ງເນັ້ນໃຫ້ບັນດາຄູພະລະສຶກສາ ໄດ້ຮັບການຝຶກແອບຢ່າງຖືກວິທີ ແລະ ສົ່ງເສີມນ້ອງນັກຮຽນ ທີ່ມີຄວາມຮັກໃນກິລາເຕະບານ ທີ່ມີຄວາມຮັກມັກໃນກິລາເຕະບານ ສາມາດເຂົ້າເຖິງການຫຼິ້ນເຕະບານໃນໂຮງຮຽນໃຫ້ຫຼາຍຂຶ້ນ ແລະ ຮຽນຮູ້ທັກສະນະໃນການດຳລົງຊີວິດ, ຊຶ່ງຜ່ານມາ ກໍໄດ້ມີການຈັດຝຶກອົບຮົມພາກທິດສະດີ ແລະ ຝຶກແອບພາກປະຕິບັດຕົວຈິງໃຫ້ແກ່ບັນດາຄູຝຶກພະລະສຶກສາ ຈຳນວນ 80 ທ່ານ ທີ່ມາຈາກ 80 ໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ ບັນດາຄູຝຶກເຫຼົ່ານີ້ຈະເປັນຜູ້ນຳເອົາຄວາມຮູ້ທີ່ໄດ້ຝຶກອົບຮົມໃນຄັ້ງນິ້ ຈະນຳໄປຜັນຂະຫຍາຍໃຫ້ບັນດາຄູພະລະສຶກສາຄົນອື່ນໆຕື່ມຮຽນຮູ້ຕື່ມອີກ ແລະ ໂຄງການນິ້ຍັງຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ແກ່ບັນດາໂຮງຮຽນຢູ່ຕ່າງແຂວງໃນຕໍ່ໜ້າ.
ທ່ານ ນາງ ຟັດມາ ຊຳບາ ດິຢຸບ ຊາມູຣາ ກໍຍັງໄດ້ເວົ້າເຖິງໂຄງການກິລາບານເຕະໃນໂຮງຮຽນ ຫຼື “FIFA FOOTBALL FOR SCHOOLS” ແມ່ນໄດ້ເລີ່ມຕົ້ນໃນປີ 2019 ໂດຍໃນປັດຈຸບັນ ມີຫຼາຍກວ່າ 100 ປະເທດສະມາຊິກ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ ຂ້າພະເຈົ້າຫວັງວ່າ ບັນດານັກກິລາເຍົາວະຊົນ ແລະ ຄູອາຈານ ເປັນຕົວແທນຂອງປະເທດ (FIFA F4S AMBASSADORS) ຈະໄດ້ຮຽນຮູ້ທັກສະການຫຼິ້ນກິລາເຕະບານ ເພື່ອກ້າວເປັນນັກກິລາອາຊີບໃນຕໍ່ໜ້າ.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ກໍຍັງໄດ້ກ່າວຂໍສະແດງຄວາມຂອບໃຈມາຍັງສະຫະພັນບານເຕະນານາຊາດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໂຄງການເຕະບານໃນໂຮງຮຽນ ໃນສປປ ລາວ ຊຶ່ງໄດ້ສ້າງເງື່ອນໄຂໃຫ້ກັບບັນດາເຍົາວະຊົນໃຫ້ເຂົ້າເຖິງການຫຼິ້ນກິລາບານເຕະພາຍໃນໂຮງຮຽນ ທັງນີ້ກໍເສີມສ້າງຄວາມເຂັ້ມແຂງທາງສະມາທິ, ທາງດ້ານກຳລັງເຫື່ອແຮງ ແລະ ຊ່ວຍໃຫ້ສຸຂະພາບແຂງແຮງ ຊຶ່ງເປັນປັດໃຈຕົ້ນຕໍອັນໜຶ່ງທີ່ຊ່ວຍໃຫ້ມີຊິວິດທີ່ສົດໃສ ກໍຄື ເປັນກຳລັງແຮງໃຫ້ເຮົາໄດ້ເຂົ້າໂຮງຮຽນ. ນອກນັ້ນ ຄູ ອາຈານ ຄູພະກລະສຶກສາ ກໍຍັງໄດ້ຮຽນຮູ້ກ່ຽວກັບພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນການສິດສອນກິລາບານເຕະໃຫ້ຖືກວິທີ ໂຄງການ FIFA FOOTBALL FOR SCHOOLS ໄດ້ສອດຄ່ອງກັບນະໂຍບາຍການພັດທະນາກິລາ ໂດຍສະເພາະແມ່ນກິລາບານເຕະຢູ່ໃນ ສປປ ລາວ ແລະ ຫວັງວ່າທັງຄູຝຶກ ແລະ ນັກກິລາ ຈະເອົາໃຈໃສ່ຮ່ວມໃນກິດຈະກຳດັ່ງກ່າວນີ້ ເພື່ອສ້າງເງື່ອນໄຂໃຫ້ກາຍເປັນນັກກິລາດີເດັ່ນທີ່ພອນສະຫວັນ ເພື່ອສະໜອງໃຫ້ກັບທີມຊາດລາວ ໃນທຸກຮຸ່ນອາຍຸ ໃນອະນາຄົດນີ້.ຂ່າວ: ສົງການ ພັນແພງດີ