ສະຫາຍ ພັນຕີ ຫງວຽນເຍິມ ຫົວໜ້າຄະນະສະຫະພັນນັກຮົບເກົ່າເຂດ 1 ນະຄອນດົງຮ່າ ແຂວງກວາງຈິ ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ອວຍພອນ ກອງພົນທະຫານຮາບທີ 4 ກອງທັບປະຊາຊົນລາວ ໃນວັນທີ 28 ພະຈິກ 2023 ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະນະພັກກອງພົນ, ຫົວໜ້າການເມືອງກອງພົນທະຫານຮາບທີ 4 ພ້ອມດ້ວຍຄະນະ.
ສະຫາຍ ພັນຕີ ຫງວຽນເຍິມ ໄດ້ກ່າວຈຸດປະສົງໃນການມາຢ້ຽມຢາມ ກອງພົນທະຫານຮາບທີ 4 ໃນຄັ້ງນີ້, ເພື່ອສະແດງເຖິງຄວາມສາມັກຄີຮັກແພງ ແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເຄີຍມີມູນເຊື້ອສູ້ຮົບຢ່າງພິລະອາດຫານ ໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດນຳພາປະເທດຊາດບ້ານເມືອງ ກ້າວຂຶ້ນສູ່ຄວາມສີວິໄລມາຈົນເຖິງປັດຈຸບັນ, ໃນໂອກາດມາຢ້ຽມຢາມໃນຄັ້ງນີ້ ຍັງໄດ້ນຳເອົາກະຕ່າດອກໄມ້, ຮູບພາບຂອງທ່ານຜູ້ນຳ ມາມອບໃຫ້ເປັນຂອງຂວັນ ເພື່ອອວຍພອນຄະນະພັກ-ຄະນະບັນຊາກອງພົນທະຫານຮາບທີ 4 ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງ ສອງຊາດ, ສອງພັກ ແລະ ສອງກອງທັບ ເວົ້າລວມເວົ້າສະເພາະກໍຄືຄະນະສະຫະພັນນັກຮົບເກົ່າເຂດ 1 ນະຄອນດົງຮ່າ ແຂວງກວາງຈິ ກອງທັບປະຊາຊົນຫວຽດນາມ ກັບກອງພົນທະຫານຮາບທີ 4 ກອງທັບປະຊາຊົນລາວ ໃຫ້ນັບມື້ມີການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ພ້ອມທັງເສີມຂະຫຍາຍການຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດ ໃຫ້ໜັ້ນຄົງຂະນົງແກ່ນຕະຫລອດໄປ.
ໂອກາດນີ້, ສະຫາຍ ພົນຈັດຈະວາ ສົມຈິດ ກິດຕິຍະລາດ ໄດ້ກ່າວສະແດງຄວາມຂອບໃຈ ພ້ອມທັງຕີລາຄາສູງຕໍ່ ການມາຢ້ຽມຢາມຂອງຄະນະສະຫະພັນນັກຮົບເກົ່າ 1 ນະຄອນດົງຮ່າ ແຂວງກວາງຈິ ກອງທັບປະຊາຊົນຫວຽດນາມ ແລະ ຢືນຢັນວ່າກົມກອງຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ແບບພິເສດ, ມູນເຊື້ອຄວາມສາມັກຄີຮັກແພງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງພັກ ແລະ ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ.
ຂ່າວ: ຮທ ໂພຄຳ ພອນປະເສີດ, ພາບ: ຮອ ສຸລິວັນ ແສນບຸດຕະລາດ