ກອງປະຊຸມທະວິພາຄີ ລະຫວ່າງ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງລັດ ຫວຽດນາມ (ທຫວ) ປະຈໍາປີ 2023 ໄດ້ຈັດຂຶ້ນໃນວັນທີ 1 ທັນວາ 2023 ທີ່ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ ສປປ ລາວ ,ໂດຍການນໍາພາຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນາງ ຫງຽນ ທິ ຮົງ, ຜູ້ວ່າການ ທະນາຄານແຫ່ງລັດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມ ໄດ້ປຶກສາຫາລືກັນ ເພື່ອແລກປ່ຽນບັນຫາ ແລະ ສິ່ງທ້າທາຍກ່ຽວກັບເສດຖະກິດມະຫາພາກ, ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ການພັດທະນາຂະ
ແໜງການທະນາຄານຂອງສອງປະເທດ ພ້ອມນັ້ນ ຍັງໄດ້ມີການແລກປ່ຽນບົດຮຽນໃນການຄຸ້ມຄອງເງິນຕາຕ່າງປະເທດ,ຮັບຟັງການລາຍງານຜົນການຮ່ວມມືສອງຝ່າຍລະຫວ່າງໂຮງ
ພິມທະນະບັດຂອງສອງທະນາຄານກາງ ແລະ ການຮ່ວມມືທາງດ້ານວິຊາການສອງຝ່າຍປະຈໍາປີ 2023 ແລະ ນໍາສະເໜີແຜນການຮ່ວມມືສອງຝ່າຍປະຈໍາປີ 2024. ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ມີຜົນສໍາເລັດອັນຈົບງາມ , ເຮັດໃຫ້ການຮ່ວມມືສອງຝ່າຍຂອງທະນາຄານກາງທັງສອງປະເທດ ສາມາດຂະຫຍາຍເຂົ້າສູ່ລວງກວ້າງ ແລະ ລວງເລິກຂຶ້ນອີກລະດັບໜຶ່ງ.
ໃນວັນດຽວກັນ, ກໍໄດ້ມີພິທີມອບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ ທຫວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິ ສັນຍາການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມຄົບຮອບ 60 ປີ; ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສົ່ງເສີມສະກຸນເງິນທ້ອງຖິ່ນ ກີບ-ດົງ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ ເພື່ອເປັນການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານສອງປະເທດໃຫ້ນໍາໃຊ້ສະກຸນເງິນທ້ອງຖິ່ນ ເຂົ້າໃນການຊໍາລະການຄ້າ ແລະ ການລົງທຶນສອງຝ່າຍລາວ-ຫວຽດນາມ. ໂດຍຮ່ວມລົງນາມໃນບົດບັນທຶກດັ່ງກ່າວ ລະຫວ່າງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ , ທ່ານນາງ ຫງຽນ ທິ ຮົງ , ມີ ຮອງເຈົ້າແຂວງຫຼວງພະບາງ, ຫົວໜ້າກົງສຸນໃຫຍ່ ສສ.ຫວຽດນາມ ປະຈໍາແຂວງຫຼວງພະບາງ ແລະ ຕາງໜ້າຈາກກົມກອງກ່ຽວຂ້ອງຂອງສອງທະນາຄານ ເຂົ້າຮ່ວມ.
ນອກຈາກນັ້ນ, ຍັງມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງບໍລິສັດ LAPNET ແລະ NAPAS ເພື່ອຄົ້ນຄວ້າການເຊື່ອມລະບົບການຊໍາລະຂ້າມແດນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຜ່ານ QRCode ໂດຍມີຄະນະຜູ້ວ່າການ, ຕາງໜ້າກົມກ່ຽວຂ້ອງຈາກສອງທະນາຄານກາງ, ບໍລິສັດ LAPNET ແລະ NAPAS, ຕາງໜ້າຈາກທະນາຄານທຸລະກິດລາວ ແລະ ທະນາຄານທຸລະກິດຫວຽດນາມ ປະຈໍາ ສປປ ລາວ ກໍເຂົ້າຮ່ວມ. ຂ່າວ: ກົມຮ່ວມມືສາກົນ ທຫລ