ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 48 ປີຂຶ້ນ ໃນວັນທີ 1 ທັນວາຜ່ານມານີ້ ໂດຍມີ ທ່ານ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອໍານວຍການໂຮງຮຽນ, ນາຍ ແລະ ພົນທະ ຫານ, ຄູ-ອາຈານ, ນັກຮຽນເຂົ້າຮ່ວມ.
ໂອກາດນີ້, ທ່ານ ພັນເອກ ສະແຫວງ ແດນນາມົນ ໄດ້ຍົກໃຫ້ເຫັນພາລະກິດປະຕິວັດຊາດ ປະຊາທິປະໄຕ ຍາດເອົາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ປະຊາຊົນລາວບັນດາເຜົ່າທີ່ໄດ້ເສຍສະຫຼະ, ອຸທິດຊີ ວິດໄວໜຸ່ມ, ທຸ້ມເທຊີວິດຈິດໃຈ ແລະ ເຫື່ອແຮງຂອງຕົນເຂົ້າໃນພາລະກິດປົດປ່ອຍຊາດຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບເອກະລາດຈົນມາຮອດປັດຈຸບັນ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ. ພ້ອມນີ້, ທ່ານຍັງໃຫ້ຮູ້ຕື່ມວ່າ: ວັນທີ 2 ທັນວາ 1975 ແມ່ນວັນທີ່ມີຄວາມໝາຍສໍາຄັນສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະ ຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະ ເທດລາວ ສັນຕິພາບ, ເອກະລາດ, ປະຊາທິ ປະໄຕ, ເອກະພາບ, ວັດທະນາຖາວອນ. ປະທານ ໄກສອນ ພົມວິຫານ ໄດ້ຕິລາຄາວັນທີ 2 ທັນວາປີ 1975 ວ່າ: “ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ຊຶ່ງເປັນຜູ້ສ້າງປະ ຫວັດສາດຂອງຊາດນັ້ນໄດ້ຍາດເອົາໄຊຊະນະສົມບູນ, ເຖິງຖອງ ແລະ ບໍລິບູນໄດ້ຢ່າງສະຫງ່າລາສີຄືແນວນີ້ຈັກເທື່ອ. ໄຊຊະນະນັ້ນ ບໍ່ສະເພາະແຕ່ໄດ້ຟື້ນຟູຄວາມເປັນເອກະລາດຂອງປະເທດເຮົາ, ຫາກຍັງເປັນຄັ້ງທໍາອິດທີ່ປະຊາຊົນບັນດາເຜົ່າຜູ້ເຄີຍດໍາລົງຊີ ວິດເປັນທາດໄດ້ກາຍມາເປັນເຈົ້າຂອງປະ ເທດຊາດຢ່າງແທ້ຈິງ. ສະນັ້ນວຽກງານປົກປັກຮັກສາປະເທດຊາດ ແມ່ນໜຶ່ງໃນສອງໜ້າທີ່ຍຸດທະສາດສໍາຄັນໃນໄລຍະໃໝ່ໂດຍປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ອັນພົ້ນເດັ່ນກໍາລັງປະກອບອາວຸດມີຄວາມໜັກ ແໜ້ນທາງດ້ານການ ເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ເປັນກໍາລັງທີ່ຈົ່ງຮັກພັກດີ, ບໍລິສຸດຊື່ສັດຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ. ໃນນັ້ນ ສປປ ລາວ ຍັງໄດ້ເປີດກວ້າງການພົວພັນກັບຕ່າງປະເທດ ແລະ ຮ່ວມມືສາກົນ. ມາຮອດປັດຈຸບັນມີການພົວພັນການທູດກັບ 148 ປະເທດ (ຈາກ 193 ປະເທດທົ່ວໂລກ) ມີສໍານັກງານຜູ້ຕາງໜ້າການທູດຂອງ ສປປ ລາວຢູ່ຕ່າງປະເທດ 41 ແຫ່ງ, ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ, ຫ້ອງ ການກົງສູນ 1 ແຫ່ງ, ກົງສູນກິຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 19 ແຫ່ງ, ສະຖານທູດຕ່າງປະເທດມີສໍານັກງານຢູ່ລາວ 28 ແຫ່ງ, ກົງສູນໃຫຍ່ 6 ແຫ່ງ, 18 ອົງການສາກົນທີ່ຂຶ້ນກັບລັດຖະບານ ແລະ ກົງສູນກິດຕິມະສັກ 18 ປະເທດປະຈໍາຢູ່ລາວ, ມີດ່ານສາກົນ 28 ແຫ່ງໄດ້ສ້າງສະມາ ຄົມມິດຕະພາບກັບ 18 ປະເທດ, ໄດ້ເຊັນສັນຍາຍົກເວັ້ນວີຊາກັບ 37 ປະເທດ, ພົວພັນກັບພັກການ ເມືອງຫຼາຍກວ່າ 140 ພັກ ແລະ ມີການພົວພັນດ້ານເສດຖະກິດຫຼາຍກວ່າ 50 ປະເທດ.
ຂ່າວ-ພາບ: ຂັນໄຊ