ໂດຍ: ວັນເພັງ
ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023), ທ່ານ ພັນເອກ ບົວຄໍາ ແກ້ວມະຫາວົງ ຫົວໜ້າກົມໂຄສະນາ-ອົບຮົມ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ສະແດງຄວາມຮູ້ສຶກຜ່ານນັກຂ່າວໜັງສືພິມ ປະຊາຊົນວ່າ: ຂ້າພະເຈົ້າ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງຕໍ່ວັນດັ່ງກ່າວທີ່ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ ຊຶ່ງເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນ ທັງເປັນວັນທີ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈ ທີ່ໄດ້ເປັນເຈົ້າຂອງປະເທດຊາດຢ່າງສົມບູນ, ເປັນວັນທີ່ລຸດພົ້ນອອກຈາກການເປັນຂ້ອຍຂ້າໃຫ້ແກ່ຕ່າງຊາດ, ເປັນມື້ສະຖາປານາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອັນທີ່ມີຜືນແຜ່ນດິນອັນຄົບຖ້ວນ, ປະຊາຊົນມີສິດເສລີຍູທ່າງທຳມາຫາກິນເທິ່ງບົນແຜນດິນອັນແສນຮັກຂອງຕົນ.
ຕະຫຼອດໄລຍະ 48 ປີ ທີ່ຜ່ານມາ, ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ເຫັນປະເທດຊາດຂອງພວກເຮົາໄດ້ຮັບການປົກປັກຮັກສາ ແລະ ສ້າງສາພັດທະນາໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ, ດ້ານການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ-ປອດໄພ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການປົວແປງ ແລະ ກໍ່ສ້າງໃຫ້ນັບມື້ນັບຫຼາຍຂຶ້ນ, ຕາໜ່າງການສຶກສາ-ສາທາລະນະສຸກໄດ້ຮັບການປັບປຸງຂະຫຍາຍອອກຢ່າງກວ້າງຂວາງ ແລະ ທົ່ວເຖິງ; ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການພັດທະນານັບມື້ນັບດີຂຶ້ນ ແລະ ດ້ານອື່ນໆ ກໍໄດ້ຮັບການພັດທະນາຄຽງກັນໄປ, ອັນບໍ່ເຄີຍມີກໍມີ, ອັນບໍ່ເຄີຍເຫັນກໍໄດ້ເຫັນ. ນັບແຕ່ໄລຍະນີ້ຄືນຫຼັງປະເທດຊາດຂອງພວກເຮົາ ຄືຈະບໍ່ມີຍຸກສະໄໝໃດຈະທັນສະໄໝ ແລະ ຈະເລີນກ້າວໜ້າຄືທຸກວັນນີ້.
ທ່ານ ພັນເອກ ບົວຄໍາ ແກ້ວມະຫາວົງ ຍັງກ່າວຕື່ມວ່າ: ຢ່າງໃດກໍຕາມ ຄຽງຄູ່ກັບຜົນສຳເລັດໃນການພັດທະນາປະເທດຊາດ ທີ່ກ່າວມານັ້ນ ຂໍຮຽກຮ້ອງມາຍັງການນຳພັກ-ລັດ, ປະຊາຊົນລາວບັນດາເຜົ່າຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜນ ຢູ່ອ້ອມຂ້າງພັກ-ລັດ ເພື່ອສຸມໃສ່ປົກປັກຮັກ, ສ້າງສາພັດທະນາ, ສຸມທຸກສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃນແຕ່ລະໄລຍະ ໂດຍສະເພາະສຸມໃສ່ປະຕິບັດສອງວາລະແຫ່ງຊາດຄື: ແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ພ້ອມໃຫ້ເລັ່ງແກ້ໄຂບັນຫາເສດຖະກິດ-ການເງິນ, ຄ່າຄອງຊີບໃຫ້ໝັ້ນທ່ຽງ, ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະປະຊາຊົນລາວບັນດາເຜົ່າ ໃຫ້ສອດຄ່ອງກັບການເໜັງຕີງຂອງລາຄາສິນຄ້າໃນທ້ອງຕະຫຼາດ.
ໃນໂອກາດວັນຊາດ ຄົບຮອບ 48 ປີ ທ່ານ ພັນເອກ ບົວຄໍາ ແກ້ວມະຫາວົງ ຍັງໄດ້ອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດທຸກຂັ້ນ, ທຸກລະດັບ, ປະຊາຊົນບັນດາເຜົ່າທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະໄມສົມບູນສືບຕໍ່ປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສະຫງົບ, ສີວິໄລ ແລະ ຍຸຕິທຳ.
ຊົມເຊີຍນໍ້າໃຈວັນຊາດທີ 2 ທັນວາ ຢ່າງສຸດໃຈ!