ໂດຍ: ຣັດສະໝີ ດວງສັດຈະ
ທ່ານ ຫຸມພັນ ແກ້ວອຸ່ນຄໍາ ຮັກສາການຜູ້ອຳນວຍການ ສູນສົ່ງເສີມການສຶກສາຮຽນຮ່ວມກະຊວງສຶກສາ ແລະ ກິລາ ໄດ້ຮັບທຶນຄົ້ນຄວ້າປະລິນຍາເອກ (ປອ) ສາຂາວິທະຍາສາດການເມືອງ ແລະ ການພົວພັນຕ່າງປະເທດ ທີ່ ສປ ຈີນ ໄດ້ໃຫ້ສຳພາດວ່າ: ໃນສະພາບການເສດຖະກິດ - ການການເມືອງໃນພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ສ້າງແຮງບັນດານໃຈ ໃຫ້ນັກສຶກສາລາວຈຳນວນບໍ່ໜ້ອຍ ໄດ້ຕັດສິນໃຈໄປສຶກສາ ຕໍ່ລະດັບປະລິນຍາເອກ, ປະລິນຍາໂທ ແລະ ປະລິນຍາຕີ ໃນສາຂາວິທະຍາສາດການເມືອງ ແລະ ການພົວພັນຕ່າງປະເທດ, ການເງິນ ແລະ ການຄ້າ ທີ່ມະຫາວິທະຍາໄລທຸລະກິດ ແລະ ເສດຖະກິດ ສາກົນ University of International Business and Economics ຫຼື UIBE ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ ແມ່ນມີຄວາມໝາຍສຳຄັນ ແລະ ມີສິ່ງທ້າທາຍບາງດ້ານ ແລະ ຈະເອົາຊະນະອຸປະສັກຕ່າງໆເຊັ່ນ: ສະພາບມີການແຂ່ງຂັນສູງ, ປັບຕົວເຂົ້າກັບສະພາບການລ້ອມໃໝ່ ແລະ ບາງຄັ້ງກໍຕ້ອງໄດ້ອຶດຫຼັບອຶດນອນ, ແຕ່ມັນເປັນປະສົບການອັນລໍ້າຄ່າ ທີ່ສຸດໃນຊີວິດຂອງພວກເຮົາ.
ການສຶກສາຢູ່ UIBE ມີທັງຄວາມຫຍຸ້ງຍາກ ແລະ ກໍມີຄວາມຍຸຕິທໍາ ລວມທັງການປັບຕົວເຂົ້າກັບວັດທະນະທໍາໃໝ່, ການຮຽນຮູ້ພາສາໃໝ່ ແລະ ການປັບຕົວເຂົ້າກັບລະບຽບທາງວິຊາການ ທີ່ເຄັ່ງຄັດ; ເສັ້ນທາງເດີນສາຍນີ້ ອາດຈະຫຍຸ້ງຍາກ, ແຕ່ແນ່ນອນ ເມື່ອຜ່ານສິ່ງທ້າທາຍເຫຼົ່ານີ້ແລ້ວ ກໍຈະເຮັດໃຫ້ນັກສຶກສາລາວ ມີທັກສະ - ຄວາມສາມາດ ແລະ ປະສົບຜົນສຳເລັດ ດັ່ງທີ່ໄດ້ຕັ້ງໃຈຂອງພວກເຮົາ ຊຶ່ງໄດ້ຮັບສິ່ງແຮງບັນດານໃຈ ແລະ ມີຄວາມມຸ່ງມາດປາຖະໜາ ຈະນຳເອົາບົດຮຽນຈາກຕ່າງປະເທດ ມາປະກອບສ່ວນເຂົ້າການພັດທະນາບ້ານເກີດເມືອງນອນຂອງພວກເຮົາ ແລະ ປະຊາຄົມໂລກ.
ລາງວັນ ແລະ ສິ່ງຕອບແທນ ຕໍ່ຄວາມພະຍາຍາມແມ່ນມີຫຼາຍ ຄື: UIBE ໃຫ້ບົດຮຽນ ແລະ ຄວາມຮູ້ໃນລະດັບສາກົນ, ໃຫ້ໂອກາດການຄົ້ນຄວ້າວິໄຈ ແລະ ຍັງໄດ້ແລກປ່ຽນບົດຮຽນນຳນັກສຶກສາ ທີ່ມາຈາກຫຼາຍປະເທດ; ໃນສະພາບແວດລ້ອມອັນນີ້ ໄດ້ຊຸກຍູ້ໃຫ້ມີການແລກປ່ຽນຄວາມຄິດຄວາມເຫັນ ແລະ ເຮັດໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບເສດຖະກິດ, ການຄ້າ ແລະ ການເມືອງຂອງໂລກ, ໄດ້ເຮັດໃຫ້ພວກເຮົາ ມີທັກສະ ແລະ ຄວາມສາມາດໃນການວິເຄາະວິໄຈບັນຫາດັ່ງກ່າວ; ຍິ່ງໄປກວ່ານັ້ນ, ພວກເຮົາຍັງໄດ້ຮຽນຮູ້ ແລະ ປະສົບການຈາກວັດທະນະທຳ ແລະ ຮີດຄອງປະເພນີ ແລະ ປະຫວັດສາດຂອງ ສປ ຈີນ ອັນຍາວນານທີ່ສຸດຂອງໂລກ ຊຶ່ງມີບົດບາດອັນສຳຄັນຫຼາຍ ຕໍ່ກັບສະພາບການປ່ຽນແປງດ້ານເສດຖະກິດ, ການຄ້າ ແລະ ການເມືອງຂອງໂລກ.
ໃນຖານະນັກສຶກສາລາວ ທີ່ໄດ້ລົງເລິກສາຂາວິຊາ ທີ່ເລືອກຢູ່ UIBE ແລະ ຈະກາຍເປັນບຸກຄະລາກອນ ທີ່ມີຄຸນນະພາບ ແລະ ເປັນຜູ້ສືບທອດພາລະກິດຂອງປະເທດຊາດໃນອະນາຄົດ ພາຍຫຼັງທີ່ສໍາເລັດ ແລະ ກັບຄືນປະເທດລາວ ພ້ອມກັບຄວາມຮູ້ - ປະສົບການ ທີ່ຫາໄດ້ຍາກໃນຊີວິດ ແລະ ປະກອບເຂົ້າໃນການສ້າງນະໂຍບາຍຕ່າງໆ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານການສຶກສາ, ເສດຖະກິດ, ການຄ້າ ແລະ ການຮ່ວມມືກັບຕ່າງປະເທດ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ແລະ ໃນໂລກ.
ທ່ານ ຫຸມພັນ ແກ້ວອຸ່ນຄໍາ ໄດ້ສະຫຼຸບໄວ້ວ່າ: ເສັ້ນທາງແຫ່ງການຮຽນຮູ້ຂອງນັກສຶກສາລາວ ທີ່ຮຽນສາຂາເສດຖະກິດ, ການຄ້າ ແລະ ວິທະຍາສາດການເມືອງ ແລະ ການພົວພັນຕ່າງປະເທດ ຢູ່ UIBE ແມ່ນມີຄວາມທ້າທາຍຢ່າງແນ່ນອນ, ແຕ່ກໍໄດ້ບົດຮຽນ ແລະ ປະສົບການອັນລໍ້າຄ່າທີ່ສຸດເຊັ່ນກັນ; ບັນດາທ່ານອາຈານ ກໍມີຄວາມເຫັນອົກເຫັນໃຈນັກສຶກສາ, ບວກກັບການສຶກສາ ທີ່ຢູ່ໃນລະດັບສາກົນອີກ, ຖືວ່າພວກເຮົາໄດ້ເປັນຕົວກະຕຸ້ນໃຫ້ແກ່ການປ່ຽນແປງໃນທາງບວກໃນເວທີສາກົນ ແລະ ເປັນການປະກອບສ່ວນເພີ່ມທະວີການພົວພັນ ແລະ ການຮ່ວມມື ລະຫວ່າງ ສປ ຈີນ ແລະ ສປປ ລາວ ນໍາອີກດ້ວຍ.
ໃນໂອກາດນີ້; ທ່ານ ຫຸມພັນ ແກ້ວອຸ່ນຄໍາ ໃນນາມນັກສຶກສາ ທີ່ໄດ້ຮັບທຶນຄົ້ນຄວ້າປະລິນຍາເອກ ທີ່ມະຫາວິທະຍາໄລ UIBE ໄດ້ກ່າວສະແດງຄວາມຮູ້ບຸນຄຸນເປັນຢ່າງສູງມາຍັງການນໍາພັກ, ລັດ, ຄະນະພັກ - ຄະນະນໍາກະຊວງສຶກສາ ກໍຄືລັດຖະບານ ສປ ຈີນ ໂດຍສະເພາະບັນດາຄະນະນໍາ - ອາຈານ ແລະ ທຸກພາກສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ສ້າງເງື່ອນໄຂຫຼາຍດ້ານໃຫ້ແກ່ຂ້າພະເຈົ້າ ແລະ ນັກສຶກສາລາວ ທີ່ມີໂອກາດໄດ້ເຂົ້າສຶກສາ ແລະ ຄົ້ນຄວ້າໃນສະຖາບັນການສຶກສາລະດັບສູງຂອງຊາດ ສປ ຈີນ ໃນຄັ້ງນີ້ ແລະ ພວກຂ້າພະເຈົ້າ ຂໍພ້ອມກັນບຸກບືນ ສູ້ຊົນຜ່ານຜ່າ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໝັ້ນຈາກການຈັດຕັ້ງຂັ້ນເທິງ ແລະ ຄອບຄົວ ແລະ ໃຫ້ໄດ້ມາເຖິງຜົນສໍາເລັດຢ່າງສະຫງ່າງາມ.