ການນຳ ພັກ-ລັດ ແຂວງຫຼວງພະບາງ ໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ຢູ່ອານຸສາລະລີ ປະທານ ໄກສອນພົມວິຫານ ບ້ານພະບາດໃຕ້ ແລະ ຮູບຫຼໍ່ ຂອງປະທານ ສຸພານຸວົງ ຢູ່ອານຸສາວະລີປະທານ ສຸພານຸວົງ ບ້ານນາວຽງຄຳ ເນື່ອງໃນໂອກາດ ສະເຫຼມສະຫຼອງວັນຊາດ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ຄົບຮອບ 103 ປີ ຊຶ່ງນຳໂດຍທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ.
ຈຸດປະສົງ ເພື່ອລະນຶກເຖິງພະນັກງານປະຕິວັດ ແລະ ການນຳຮຸ່ນກ່ອນ ຜູ້ມີຜົນງານ ຄຸນງາມຄວາມດີຕໍ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ທັງໄດ້ໃຫ້ຄຳປະຕິຍານ ວ່າ: ຈະຮ່ຳຮຽນເອົາຄຸນສົມບັດ ສິນທຳປະຕິວັດ ອັນເປັນພື້ນຖານທີ່ດີເລີດຂອງປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໂດຍສະເພາະແມ່ນຈິດໃຈຮັກຊາດອັນສູງສົ່ງ ແລະ ການອຸທິດຕົນ ເພື່ອຊາດ ຍອມເສຍສະຫຼະເພື່ອຜົນປະໂຫຍດລວມຂອງຊາດ, ເພື່ອປະຊາຊົນ ດ້ວຍຄວາມສັດຊື່ບໍລິສຸດ, ມີແບບແຜນການດໍາລົງຊີວິດທີ່ປອດໃສຂາວສະອາດ, ດຸໝັ່ນ, ປະຢັດ, ສັດຊື່, ທ່ຽງທຳ ທີ່ປະທານ ໄດ້ສ້າງໄວ້ໃຫ້ຄົນຮຸ່ນຫຼັງໄດ້ສືບທອດ, ພ້ອມຕັ້ງໜ້າເສີມຂະຫຍາຍ ແນວຄິດ ປະທານ ໄກສອນ ພົມວິຫານ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງການປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ໄປສູ່ຈຸດໝາຍທີ່ພັກ ແລະ ປະຊາຊົນລາວ ບັນດາເຜົ່າໄດ້ເລືອກເອົາໄວ້.
(ຂ່າວ-ພາບ: ແຂວງຫຼວງພະບາງ)