ໂດຍ: ພັດ ລໍວັນໄຊ
ການສ້າງເສດຖະກິດຄອບຄົວ ແມ່ນມີຫຼາຍຮູບແບບ ຖ້າຫາກມີອຸດົມການທີ່ຊັດເຈນ ແລະ ມີຫົວຄິດປະດິດສ້າງ, ມີຄວາມມຸ່ງໝັ້ນ, ກ້າຕັດສິນໃຈ, ກ້າລົງມືເຮັດ ແລະ ການບໍລິຫານເວລາແຕ່ລະມື້ ໃຫ້ເໝາະສົມກັບວຽກທີ່ຈະລົງທຶນເຮັດ ເພາະວ່າການຜະລິດເປັນສິນຄ້າ ແມ່ນທາງເລືອກຂອງການສ້າງເສດຖະກິດຄອບຄົວ ຊຶ່ງຈະນຳພາຄອບຄົວກ້າວໄປສູ່ຄວາມຢູ່ດີກິນດີ, ຮັ່ງມີຜາສຸກ ແລະ ປະສົບຜົນສຳເລັດໄດ້ ຄືດັ່ງຄອບຄົວ ຂອງທ່ານ ມອນ ແສງສະຫວ່າງ.
ທ່ານ ມອນ ແສງສະຫວ່າງ ໄດ້ໃຫ້ສຳພາດຕໍ່ຜູ້ຂຽນວ່າ: ປັດຈຸບັນອາຍຸ 39 ປີ ຢູ່ບ້ານໂຄກໃຫຍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເປັນພະນັກງານລັດ ສັງກັດຢູ່ສະຖາບັນພັດທະນາການບໍລິຫານການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ. ຕົນເອງມີຄວາມຮັກ-ມັກໃນດ້ານກະສິກຳປູກຝັງຢູ່ແລ້ວ ຊຶ່ງມີພື້ນຖານ, ມີສາຍເລືອດມາແຕ່ພໍ່ເຖົ້າ, ແມ່ເຖົ້າ ກໍເລີຍເຮັດໃຫ້ຕົນເອງຕັດສິນໃຈລົງມືປູກໝາກອາງຸ່ນ ໃນປີີ 2015-2016 ລອງຜິດລອງຖືກ, ແຕ່ສຸດທ້າຍບໍ່ເຫັນຜົນຕອບຮັບ ແຕ່ບໍ່ໄດ້ຍອມແພ້ ແລະ ໄດ້ຊີມໝາກເມລອນ ທີ່ເອົາມາແຕ່ປະເທດໄທ ຣົດຊາດຫວານ, ກອບນອກນຸ້ມໃນ ແລະ ມີຊັບພະຄຸນຕໍ່ສຸຂະພາບ ແລະ ຮ່າງກາຍຫຼາຍຢ່າງ ຈຶ່ງຫັນມາປູກໝາກເມລອນ ແລະ ເຫັນຄວາມໄປໄດ້ ຈຶ່ງຕັດສິນໃຈ ໄປຝຶກອົບຮົມ ຢູ່ປະເທດໄທ ເປັນເວລາ 2 ປີ ທຽວໄປສະເພາະວັນພັກລັດຖະການ (ວັນເສົາ, ວັນອາທິດ) ດ້ວຍທຶນຮອນທີ່ຕົນເອງເກັບທ້ອນມາ ໃນປີ 2017 ເລີ່ມລົງມືປູກ 1 ໂຮງເຮືອນແບບຈິງຈັງ, ລົງທຶນໃນເບື້ອງຕົ້ນແມ່ນ 30 ລ້ານກວ່າກີບ ແລະ ໄດ້ຂະຫຍາຍເນື້ອທີ່ອອກຕື່ມ ໃນປັດຈຸບັນມີເນື້ອທີ່ທັງໝົດ 1 ໄລ່, 6 ໂຮງເຮືອນ, ປູກໝາກເມລອນ ມີ 2 ສາຍພັນຄື: (ສາຍພັນສຸບາລີ ແລະ ສາຍພັນບາລະມີ), ປູກໝາກເລັ່ນ (ສາຍພັນໂຮນລັງ), ປູກໝາກໂມບໍ່ມີແກ່ນໃຈແດງ (ສາຍພັນແຮັບປີພີມມີລີ), ໝາກເມລອນ ປີໜຶ່ງສາມາດປູກໄດ້ 3 ງວດ, 400 ກິໂລຕໍ່ງວດຕໍ່ໂຮງເຮືອນ, ຈຸດພິເສດ ຂອງໝາກເມລອນ ສວນລິສາ ເຮົາເນັ້ນການປູກແບບທຳມະຊາດ ປອດສານເຄມີ, ຣົດຊາດຫວານ, ກອບນອກນຸ້ມໃນ, ວິທີບົວລະບັດຮັກສາແມ່ນໃຊ້ຄວາມລະອຽດອ່ອນ, ພິຖີພິຖັນ, ຕ້ອງປູກໃນໂຮງເຮືອນເທົ່ານັ້ນ ໃນການເບິ່ງແຍງເປັນຕົ້ນແມ່ນໃສ່ຝຸ່ນ 2 ຊະນິດຄື: ຝຸ່ນຄອກທີ່ຜະລິດເອງ, ຝຸ່ນ AB ສາມມື້ໃສ່ເທື່ອໜຶ່ງ. ໝາກເມລອນລາຄາແມ່ນ 40.000 ກີບ/ກິໂລ, ໝາກເລັ່ນ 60.000 ກີບ/ກິໂລ, ລາຍຮັບສະເລ່ຍ 100 ກວ່າລ້ານກີບຕໍ່ປີ ຊຶ່ງການຈຳໜ່າຍແມ່ນມີຕົວແທນມາຮັບຊື້ກັບທີ່ເລີຍ, ຂາຍແບບອັອບລາຍ ແລະ ແບບອອນລາຍ ຊຶ່ງມີຊື່ເພສວ່າ: ສວນລິສາ. ນອກຈາກເຮັດສວນປູກໝາກເມລອນ ແລ້ວທຸກໆປີຍັງໃຊ້ເວລາວ່າງສ້າງກິດຈະກຳຄອບຄົວ ຊ່ວຍເຫຼືອສັງຄົມຄື: ເຄື່ອງອຸປະກອນ ການຮຽນ ປຶ້ມຂຽນ, ບິກ, ສໍ ແລະ ເຄື່ອງນຸ່ງຫົ່ມຈຳນວນຕາມທ່າແຮງທີ່ມີ ໃຫ້ໂຮງຮຽນຢູ່ເມືອງກາສີ, ແຂວງວຽງຈັນ. ທ່ານ ມອນ ແສງສະຫວ່າງ ໃຫ້ຮູ້ຕືມອີກວ່າ: ການໃຊ້ເວລາວ່າງຈາກມື້ພັກລັດຖະການ ກໍຄື ວັນເສົາ, ວັນອາທິດ ເຊື່ອວ່າທຸກຄົນເຮັດໄດ້ຖ້າມີໃຈຮັກໃນອາຊີບເສີມນັ້ນໆ.
ສຳລັບແຜນໃນຕໍ່ໜ້າ ຈະສືບຕໍ່ອະນຸລັກສວນລິສາຕໍ່ໄປເລື້ອຍໆ ແລະ ຖ້າມີໂອກາດກໍຈະຂະຫຍາຍໂຮງເຮືອນອອກເພີ່ມເຕີມ. ໃນຕອນທ້າຍທ່ານກ່າວຂອບໃຈມາຍັງການນຳພັກ-ລັດ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 48 ປີ ນີ້ ຂໍໃຫ້ການນຳທຸກທົ່ວໜ້າ, ຕະຫຼອດຮອດພະນັກງານລັດຖະກອນ ແລະ ພໍ່ແມ່ປະຊາຊົນຈົ່ງມີແຕ່ຄວາມຜາສຸກຕະຫຼອດໄປ.