ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຂອງແຂວງ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ ທ່ານກ່າວວ່າ: ວັນທີ 2 ທັນວາ 1975 ເປັນວັນທີ່ປະຊາຊົນລາວທັງຊາດໄດ້ປະກາດຕໍ່ໂລກຢ່າງກ້ອງກັງວານວ່າ: “ນັບແຕ່ມື້ນີ້ເປັນຕົ້ນໄປປະຊາຊົນລາວທຸກໆເຜົ່າ, ທຸກຊັ້ນວັນນະ, ສາສະໜາ ແລະ ເພດ-ໄວໄດ້ມີປະເທດທີ່ເປັນເອກະລາດ, ມີອຳ ນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດຈະໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະ ຫວງແຫນຂອງຕົນ ”ສຽງປະກາດອັນສະຫງ່າລາສີ ແລະສົມກຽດນັ້ນ ເຮັດໃຫ້ຊາດລາວເປັນຊາດໜຶ່ງທີ່ມີກຽດສັກສີເທົ່າທຽມກັບຊາດອື່ນໆໃນອາຊີ ແລະ ໃນໂລກ.
ພວກເຮົາພ້ອມກັນສະຫຼອງວັນຊາດທີ 2 ທັນວາ ທຸກໆປີ ແມ່ນການສະຫຼອງວັນມະຫາໄຊອັນເຕັມໄປດ້ວຍຄວາມພາກພູມໃຈຂອງຄົນໃນຊາດ ຊຶ່ງໄດ້ມາຈາກການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານຂອງບັນພະບູລຸດເຮົາໄດ້ມາຈາກເລືອດ, ຢາດເຫຶື່ອ ແລະ ນໍ້າຕາຂອງນັກຮົບຜູ້ກ້າຫານ, ຈາກປະຊາຊົນລາວຜູ້ຮັກຊາດບັນດາເຜົ່າທີ່ໄດ້ຕໍ່ສູ້ດ້ວຍນ້ຳໃຈເສຍສະຫຼະຈຶ່ງໄດ້ນຳເອົາວັນນີ້ມາໃຫ້ຊາດມາໃຫ້ປະຊາຊົນເຮົາ ເປັນເຈົ້າຂອງຢ່າງແທ້ຈິງ. ຕະຫຼອດໄລຍະ 1 ປີຜ່ານມາ ເຫັນວ່າແນວລາວສ້າງຊາດກໍຄືອົງການຈັດຕັ້ງມະຫາຊົນພາຍໃນແຂວງໄດ້ອອກແຮງປະກອບສ່ວນຢ່າງຕັ້ງໜ້າຕໍ່ຜົນປະໂຫຍດລວມຂອງຊາດເປັນຕົ້ນວຽກງານແນວລາວສ້າງຊາດແຂວງ ໂດຍຖືສຳຄັນການສ້າງສະຕິຊາດ ເອກະພາບ, ຄວາມເທົ່າທຽມກັນຂອງບັນດາເຜົ່າ, ປຸກລະດົມຂົນຂວາຍປະຊາຊົນ ປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາຂອງລັດ, ວຽກງານປ້ອງການຊາດ-ປ້ອງກັນຄວາມສະຫງົບ, ເສີມຂະຫຍາຍມູນເຊື້ອວັດທະນະທໍາ ຮີດຄອງອັນດີງາມຂອງເຜົ່າໄດ້ເປັນຢ່າງດີ ເປັນຕົ້ນ ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕາມທິດ 3 ສ້າງຕິດພັນຂະບວນການສ້າງຄອບ ຄົວ ແລະ ບ້ານສາມັກຄີປອງດອງ ປັດຈຸບັນສາມາດຮັບຮອງໄດ້ 519 ບ້ານເທົ່າກັບ 91%, ມີ 76.061 ຄອບ ຄົວເທົ່າກັບ 92%, ເປັນເມືອງຈັດຕັ້ງປະຕິບັດການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ 6 ເມືອງ ເທົ່າກັບ 60% ແລະ ກໍາລັງກະກຽມຮັບຮອງຕື່ມອີກ 4 ເມືອງທີ່ຍັງເຫຼືອ, ຕໍ່ວຽກງານສາສະໜາໄດ້ຝຶກອົບຮົມ, ພົບປະ ແລະ ແນະນໍາການດຳເນີນພິທີກຳໃຫ້ຖືກຕາມຫຼັກສິນທຳ, ຮີດຄອງປະເພນີ ແລະ ກົດໝາຍ, ປົກປ້ອງສິດການເຊື່ອຖື ແລະ ບໍ່ເຊື່ອຖືສາສະໜາຂອງພົນລະເມືອງ, ສະຖາບັນສາສະໜາສ່ວນໃຫຍ່ມີຈິດໃຈໃສສັດທາ, ປຸກລະດົມສາສະນິກະຊົນປະຕິບັດພັນທະຂອງພົນລະເມືອງແກ້ໄຂບັນຫາຫຍຸ້ງຍາກໃນພື້ນທີ່ ສ້າງຄວາມປອງດອງລະຫວ່າງສາສະໜາ ແລະ ລະຫວ່າງສາສະນິກະຊົນດ້ວຍກັນ, ເຂົ້າຮ່ວມແກ້ໄຂສະພາບສາສະໜາທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ຮາກຖານຫຼາຍກໍລະນີ ຍ້ອນແນວນັ້ນສາສະໜາຕ່າງໆ ຈຶ່ງຮ່ວມກັນຢູ່ ແລະ ມີຄວາມປອງດອງກັນໂດຍພື້ນຖານ ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນໃຫ້ມີນໍ້າໃຈຮັກຊາດ, ມີຄວາມສະຫງວນມັກຕໍ່ການສຶກສາຮ່ໍາຮຽນ, ຫ່າງໄກຈາກສິ່ງເສບຕິດ; ປັບປຸງການຈັດຕັ້ງຊາວໜຸ່ມໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ, ສຸມໃສ່ນໍາພາສ້າງຂະບວນການປະຕິບັດ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຄໍາສອນ 6 ຮັກ 3 ຊັງ, ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນ-ອານຸຊົນໃນທົ່ວແຂວງຢ່າງກວ້າງຂວາງ, ຜ່ານຂະບວນການດັ່ງກ່າວໄດ້ເຮັດໃຫ້ຄະນະຊາວໜຸ່ມແຂວງຄໍາມ່ວນ ກາຍເປັນແຂວງ 4 ບຸກໄດ້ສໍາເລັດ; ປັດຈຸບັນທົ່ວແຂວງມີ 62 ຮາກຖານ, 1.114 ໜ່ວຍ, ໃນນັ້ນຂັ້ນແຂວງມີ 21 ຮາກຖານ, 32 ໜ່ວຍ, ມີໄວໜຸ່ມ (15-35 ປີ) ທັງໝົດ 74.395 ຄົນ ຍິງ 36.176 ຄົນ, ເປັນສະມາຊິກຊາວໜຸ່ມ 29.455 ຄົນ ຍິງ 13.081 ຄົນ, ໃນນັ້ນຂະຫຍາຍໃໝ່ໄດ້ 9.364 ຄົນຂອງໄວໜຸ່ມ (ທຽບໃສ່ແຜນການ 5 ປີ



ເທົ່າກັບ 43%), ມີເຍົາວະຊົນ (9-14 ປີ 40.305 ຄົນ ຍິງ 21.447 ຄົນ, ສະມາຊິກເຍົາວະຊົນ 29.791 ຄົນ ຍິງ 15.801 ຄົນ, ໃນນັ້ນຂະຫຍາຍໃໝ່ 13.721 ຄົນ ຍິງ 7.327 ຄົນຂອງໄວເຍົາວະຊົນ (ທຽບໃສ່ແຜນການ 5 ປີເທົ່າກັບ 68%), ມີອະນຸຊົນ (6-8 ປີ) 27.150 ຄົນ ຍິງ 14.724 ຄົນ, ໃນນັ້ນຂະຫຍາຍໃໝ່ 10.108 ຄົນ ຍິງ 8.231 ຄົນຂອງອະນຸຊົນ (ທຽບໃສ່ແຜນການ 5 ປີເທົ່າກັບ 49%).
ວຽກງານສະຫະພັນແມ່ຍິງແຂວງຄຳມ່ວນ ໄດ້ນໍາພາ-ຊີ້ນໍາສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີພາຍໃນສະຫະພັນແມ່ຍິງແຕ່ລະຂັ້ນ, ຖືເອົາວຽກງານພັດທະນາແມ່ຍິງຕິດພັນກັບການເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ ປະກອບສ່ວນໃນພາລະກິດປົກປັກຮັກສາ ພັດທະນາເສດຖະກິດ-ສັງຄົມຂອງແຂວງຢ່າງຕັ້ງໜ້າ, ຊຸກຍູ້ຂະບວນການຂໍ້ແຂ່ງຂັນແມ່ຍິງ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຢ່າງຕໍ່ເນື່ອງ, ສາມາດປະກາດເປັນບ້ານສະຫະພັນແມ່ຍິງ 3 ດີໄດ້ 10 ເມືອງກວມ 100%, ບ້ານສະຫະພັນແມ່ຍິງ 3 ດີໄດ້ 553 ບ້ານກວມເອົາ 97%, ຮາກຖານສະຫະພັນແມ່ຍິງອ້ອມຂ້າງເມືອງໄດ້ 75 ຮາກຖານກວມເອົາ 100% ແລະ 112 ໜ່ວຍກວມເອົາ 96%, ຮາກຖານສະຫະພັນແມ່ຍິງອ້ອມຂ້າງແຂວງໄດ້ 33 ຮາກຖານແລະ 10 ໜ່ວຍກວມເອົາ 71% ສະມາຊິກສະຫະພັນແມ່ຍິງ 3 ດີ ມີ 73.489 ຄົນກວມເອົາ 85,63% ແລະ ໄດ້ຮັບການຍ້ອງຍໍຈາກສູນກາງສະຫະພັນແມ່ຍິງລາວ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII ຢັ້ງຢືນຮັກສານາມມະຍົດທຸງໄຊ 3 ດີຈໍານວນ 8 ກົມກອງ, ໄດ້ຮັບທຸງໄຊ 3 ດີໃໝ່ຈໍານວນ 3 ກົມກອງ, ໃບຍ້ອງຍໍ 9.423 ໃບ, ປັດຈຸບັນທົ່ວແຂວງມີສະມາຊິກສະຫະພັນແມ່ຍິງທັງໝົດ 76.452 ຄົນກວມ 51.235% ຂອງແມ່ຍິງໃນເກນອາຍຸ; ມີ 148 ຮາກຖານ, 170 ໜ່ວຍ, ໃນນີ້ຂັ້ນແຂວງມີ 33 ຮາກຖານ, 13 ໜ່ວຍອ້ອມຂ້າງແຂວງ ແລະ ຂັ້ນເມືອງມີ 115 ຮາກຖານ, 157 ໜ່ວຍອ້ອມຂ້າງເມືອງ, 569 ຮາກຖານບ້ານ.
ວຽກງານສະຫະພັນກຳມະບານແຂວງ ໄດ້ເປັນເຈົ້າການສຶກສາອົບຮົມສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ເຕົ້າໂຮມກໍາລັງແຮງຄວາມສາມັກຄີເຂົ້າໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງແຂວງຢ່າງຕໍ່ເນື່ອງ, ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ ແລະ ວຽກງານສາມສ້າງຢ່າງເປັນຂະບວນການ, ສຳເລັດການປະເມີນວຽກງານ 5 ເປັນເຈົ້າຂັ້ນຮາກຖານ, ຂັ້ນເມືອງ, ຂັ້ນສະຫະ ພັນກໍາມະບານແຂວງ, ຊຸກຍູ້ ແລະ ນຳພາເປີດຂະບວນການແຂ່ງຂັນປະຈຳປີ, ສະຫຼຸບຂະບວນການແຂ່ງຂັນໄດ້ຢ່າງຕໍ່ເນື່ອງ ແລະ ເປັນຂະບວນຟົດຟື້ນໃນແຕ່ລະປີໄດ້ບັນລຸຕາມລະດັບຄາດໜາຍເປັນຕົ້ນ ໄດ້ຮັບການຢັ້ງຢືນຜົນງານຈາກການນຳຂັ້ນແຂວງໄດ້ 90 ກວ່າ%, ຮັບທຸງໄຊ ແລະ ປະດັບຫຼຽນກາກຳມະບານລາວ 10 ປີຊ້ອນ”.
ຂ່າວ-ພາບ: ຄຳມ່ວນ