ໃນຕອນເຊົ້າຂອງວັນທີ 1 ທັນວາ ຜ່ານມາ ເມືອງແບງ ແຂວງອຸດົມໄຊ ໄດ້ຈັດພິທີ ສະເຫຼີມສະຫຼອງ 2 ວັນປະຫວັດສາດທີ່ສຳຄັນຂອງຊາດ-ຂອງພັກ ທີ່ໝູນວຽນມາອີກວາລະໜຶ່ງຄື: ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ໂດຍການໃຫ້ກຽດເປັນປະທານ ແລະ ກ່າວຄໍາປາໄສຂອງ ທ່ານ ສົມຄິດ ກັນສະໜິດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆແບງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານຫຼັກແຫຼງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານປະຕິວັດອະວຸໂສ ຕະຫຼອດຮອດມວນຊົນຊາວເມືອງແບງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີໄດ້ຮັບຟັງການເຜີຍແຜ່ເອກະສານວັນສະຖາປານາ ສປປ ລາວ ຄົບຮອບ 48 ປີ(2/12/1975-2/12/2023) ແລະ ຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ(13/12/1920-13/12/2023) ເປັນກຽດຫວນຄືນມູນເຊື້ອ ໂດຍທ່ານ ສົມຄິດ ກັນສະໜິດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆແບງ ຊຶ່ງທ່ານໄດ້ກ່າວວ່າ: ກ່ອນໜ້ານີ້ 48 ປີ ຄື: ວັນທີ 2 ທັນວາ 1975, ເປັນມື້ທີ່ປະຊາຊົນລາວທັງຊາດ ໄດ້ປະກາດຕໍ່ໂລກຢ່າງກ້ອງກັງວານ ວ່າ: “ນັບແຕ່ມື້ນີ້ ເປັນຕົ້ນໄປປະຊາຊົນລາວທຸກໆເຜົ່າ, ທຸກຊົນຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດ ຈະໄດ້ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະ ຫວງແຫນ ຂອງຕົນ…” ສຽງປະກາດອັນສະຫງ່າລາສີ ແລະ ສົມກຽດນັ້ນ, ເຮັດໃຫ້ຊາດລາວ ເປັນຊາດໜຶ່ງທີ່ມີກຽດສັກສີ ເທົ່າທຽມກັບຊາດອື່ນໆ ໃນອາຊີ ແລະ ໃນໂລກ. ພວກເຮົາ ພ້ອມກັນສະຫຼອງວັນຊາດ ທີ 2 ທັນວາ ທຸກໆປີ ແມ່ນການສະຫຼອງວັນມະຫາໄຊ ອັນເຕັມໄປດ້ວຍຄວາມພາກພູມໃຈຂອງຄົນໃນຊາດ, ຊຶ່ງໄດ້ມາຈາກການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານ ຂອງບັນພະບູລຸດເຮົາ, ໄດ້ມາຈາກເລືອດເນື້ອ, ຂອງນັກຮົບຜູ້ກ້າຫານ, ຈາກປະຊາຊົນລາວຜູ້ຮັກຊາດບັນດາເຜົ່າ ທີ່ໄດ້ຕໍ່ສູ້ດ້ວຍນໍ້າໃຈເສຍສະຫຼະ ຈຶ່ງໄດ້ນຳເອົາວັນນີ້ມາໃຫ້ຊາດ, ມາໃຫ້ປະຊາຊົນເຮົາ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ພາລະກິດປະຕິວັດພາຍໃຕ້ການນຳພາຂອງພັກ ກ້າວສູ່ໄລຍະໃໝ່ ຊຶ່ງເລີ່ມຕົ້ນຈາກການຮໍາບາດແຜສົງຄາມ, ຟື້ນຟູການຜະລິດ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນເຮົາ ໃຫ້ເປັນປົກກະຕິ, ແລ້ວດໍາເນີນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາປະເທດຊາດ ແລະ ສ້າງລະບອບປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ. ຈາກນັ້ນກໍໄດ້ຫວນຄືນມູນເຊື້ອວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 103 ປີ, ປະທານ ໄກສອນ ພົມວິຫານ ແມ່ນຜູ້ນໍາຂອງການປະຕິວັດລາວ ຜູ້ໜຶ່ງທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບແຫຼມຄົມ, ມີນໍ້າໃຈປະຕິວັດ ເດັດດ່ຽວໜຽວແໜ້ນ; ໃນສະພາບທີ່ປະເທດຊາດ ຕົກເປັນຫົວເມືອງຂຶ້ນ ຂອງຈັກກະພັດຕ່າງດ້າວ ແລະ ປະຊາຊົນຕົກຢູ່ໃນຄວາມລໍາບາກຍາກເຂັນ; ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບບັນດານັກປະຕິວັດ ຜູ້ອາວຸ ໂສຂອງພັກເຮົາຈັດຕັ້ງແນວລາວອິດສະຫຼະຂຶ້ນ ຊຶ່ງເປັນຕົ້ນກໍາເນີດຂອງແນວລາວຮັກຊາດ ແລະ ແນວລາວອິດສະຫຼະ ໃນປັດຈຸບັນ; ເພິ່ນໄດ້ຮ່ວມກັບໝູ່ຄະນະ ກໍ່ຕັ້ງພັກປະຊາຊົນປະຕິວັດລາວຂຶ້ນ ໂດຍແມ່ນເພິ່ນເອງເປັນຜູ້ນໍາສູງສຸດຂອງພັກເປັນເວລາຍາວນານ ແລະ ຈັດຕັ້ງກໍ່ສ້າງກໍາລັງປະກອບອາວຸດປະຕິວັດ ຄືກອງທັບປະຊາຊົນລາວ ແລະ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຈົນສາມາດຍາດໄດ້ໄຊຊະນະ ຢ່າງສະຫງ່າງາມ ແລະ ປະກາດສ້າງຕັ້ງ ສປປ ລາວ ຊຶ່ງແມ່ນລັດທີ່ເປັນຕົວແທນ ອັນແທ້ຈິງແຫ່ງສິດຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ. ແບບຢ່າງ ແລະ ຄຸນສົມບັດສິນທໍາປະຕິວັດອັນສຸດກົກສຸດປາຍ ຂອງ ປະທານ ໄກສອນ ພົມວິຫານ ແມ່ນຈິດໃຈຮັກຊາດອັນສູງສົ່ງ ແລະ ການອຸທິດຕົນເພື່ອຊາດ, ເພື່ອປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ. ພາຍຫຼັງສິ້ນສຸດການຮັບຟັງມູນເຊື້ອແລ້ວ ເມືອງແບງ ກໍໄດ້ຈັດກິດຈະກຳ ກິລາບານເຕະຟຸດຊໍ ເພື່ອຊີງຂັນລາງວັນ ທ່ານເຈົ້າເມືອງໆແບງ ຢ່າງເປັນຂະບວນການຟົດຟື້ນ.
(ຂ່າວ-ພາບ: ກິ່ງມະນີ ສຸລິຍາ)