ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພະນະທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ ແທນຂັ້ນສູງ ຂອງສະພາແຫ່ງຊາດກໍາປູເຈຍ ໄດ້ຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 2-4 ທັນວາ 2023 ແລະ ສືບຕໍ່ເຂົ້າຮ່ວມກອງປະ ຊຸມສຸດຍອດລັດຖະສະພາກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 4-7 ທັນວາ 2023.
ໃນຕອນເຊົ້າວັນທີ 3 ທັນວາ 2023, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າຮ່ວມ ພິທີຕ້ອນ ຮັບຢ່າງເປັນທາງການ ແລະ ສົມກຽດ ຢູ່ຕໍ່ໜ້າຫໍສະພາແຫ່ງຊາດລາວ ໂດຍມີ ພະນະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍ ບັນດາທ່ານຮອງ ປະທານສະພາແຫ່ງຊາດ, ບັນດາທ່ານໃນຄະນະປະຈໍາສະພາແຫ່ງຊາດ, ຮອງປະທານກໍາມາທິການ, ຮອງ ເລຂາທິການ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຂົ້າຮ່ວມໃນພິທີຕ້ອນຮັບໃນຄັ້ງນີ້. ພາຍຫຼັງພິທີ ຕ້ອນຮັບຢ່າງເປັນທາງການ, ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດລາວ ແລະ ກຳປູເຈຍ ໄດ້ດໍາເນີນ ການພົບປະເຈລະຈາສອງຝ່າຍ ຊຶ່ງໄດ້ດໍາເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ ຖານ ບ້ານໃກ້ເຮືອນຄຽງ ແລະ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ. ໃນການ ພົບປະສອງຝ່າຍ ພະນະທ່ານປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້ ແລະ ໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ຊຶ່ງຢູ່ໃນບັນ ຍາກາດສະເຫຼີມສະຫຼອງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ, ທັງເປັນໄລຍະກາງສະໄໝ ແຫ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປັນປີທີ 3 ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍກາແກ້ໄຂບັນຫາຢາເສບຕິດ. ສະພາແຫ່ງຊາດ ຫາກໍ່ສໍາເລັດກອງປະຊຸມສະໄໝສາ ມັນເທື່ອທີ 6 ຂອງຕົນ ໃນທ້າຍເດືອນ ພະຈິກ 2023 ຜ່ານມາ.
ທ່ານປະທານສະພາແຫ່ງຊາດລາວຍັງໄດ້ຕີລາຄາສູງຜົນສໍາເລັດຮອບດ້ານຂອງຣາຊະອານາຈັກກໍາປູເຈຍ ໃນການພັດທະນາປະເທດຊາດ ໃນໄລຍະຜ່ານມາ, ພິເສດ ແມ່ນຜົນສໍາເລັດໃນການເລືອກ ຕັ້ງສະ ມາຊິກສະພາແຫ່ງຊາດຊຸດທີ VII ໃນເດືອນກໍລະກົດ ຜ່ານມາ ແລະ ການຈັດຕັ້ງລັດຖະບານໃໝ່, ການເລືອກຕັ້ງຄະນະນໍາຊຸດໃໝ່ຂອງສະພາແຫ່ງຊາດກໍາປູເຈຍ.
ໃນໂອກາດພົບປະສອງຝ່າຍນີ້, ສົມເດັດ ຄູນ ສຸດາຣີ ປະທານສະພາແຫ່ງຊາດກໍາປູເຈຍ ໄດ້ສະແດງຄວາມປິຕິຍິນດີເປນຢ່າງຍິ່ງ ທີ່ໄດ້ມາຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດ ພາຍຫຼັງ ຖືກເລືອກຕັ້ງເປັນປະທານສະພາແຫ່ງຊາດກໍາປູເຈຍ. ທ່ານໄດ້ແຈ້ງສະພາບການອັນພົ້ນເດັ່ນ ຂອງລາຊະ ອານາຈັກກໍາປູເຈຍໃນໄລຍະມານີ້. ສອງປະທານສະພາແຫ່ງຊາດ ໄດ້ຮ່ວມກັນຕີລາຄາຄືນການຈັດ ຕັ້ງປະ ຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດລາວ-ກໍາປູເຈຍ ທີ່ໄດ້ ເຊັນຮ່ວມກັນໃນປີ 2022 ຜ່ານມາ ແລະ ເປັນເອກະພາບກັນກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ກໍຄື ການປະກອບ ສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນ ມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ.
ພາຍຫຼັງການພົບປະສອງຝ່າຍລະຫວ່າງສອງປະທານສະພາແຫ່ງຊາດລາວ-ກໍາປູເຈຍແລ້ວ; ສອງ ທ່ານປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ, ສອງເລຂາ ທິການ ສະພາແຫ່ງຊາດລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ, ແລະ ສອງປະທານຄະນະມິດຕະພາບ ລັດຖະ ສະພາ ລາວ-ກໍາປູເຈຍ ແລະ ກຳປູເຈຍ-ລາວ ກໍໄດ້ສືບຕໍ່ພົບປະສອງຝ່າຍນຳກັນ ເພື່ອປຶກສາຫາລື ແລະ ຊຸກຍູ້ເສີມຂະ ຫຍາຍການພົວພັນຮ່ວມມື ນໍາກັນ ແລະ ບັນດາເນື້ອໃນທີ່ຈະນໍາມາຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສຸດຍອດລັດຖະສະພາກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ຊຶ່ງຈະ ຈັດຂຶ້ນໃນໄວໆນີ້.
ຕອນບ່າຍ ຂອງວັນດຽວກັນ, ສົມເດັດ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມ ຫໍພິພິທະພັນໄມ້ວຽງຈັນຮ່ວມສະໄໝ ແລະ ພິພິທະພັນແຜ່ນຜ້າລາວ ຢູ່ນະຄອນຫຼວງວຽງຈັນ ແລະ ໃນຕອນຄໍ່າ ຂອງວັນດຽວກັນນັ້ນ, ພະນະທ່ານປະທານສະພາແຫ່ງຊາດລາວ ກໍໄດ້ເປັນເຈົ້າພາບຈັດງານ ລ້ຽງຕ້ອນຮັບຢ່າງເປັນທາງການ ເພື່ອເປັນກຽດແກ່ ສົມເດັດ ຄູນ ສຸດາຣີ ປະທານສະພາແຫ່ງ ຊາດກຳປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ຊຶ່ງດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ອົບອຸ່ນ ແລະ ຄວາມສາ ມັກຄີຮັກແພງ ສະໜິດສະໜົມແຕ່ຕົ້ນຕະຫຼອດປາຍ.
(ຂ່າວ: ສພຊ-ພາບ: ສຳນານ)