ການນຳພັກ-ລັດ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເຂົ້າວາງພວງມາລາ ທີ່ອານຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ໃນຕອນເຊົ້າວັນທີ 1 ທັນວາ ຜ່ານມາ. ຫຼັງຈາກນັ້ນ, ກໍໄດ້ຈັດພິທີປາຖະກະຖາວັນຊາດ 2 ທັນວາ ຄົບຮອບ 48 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ທີ່ໄດ້ໝູນວຽນມາອີກວາລະໜຶ່ງ ທີ່ສະໂມສອນຂອງເມືອງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄຳຫຼ້າ ຜີວວັນນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານອາວຸໂສບຳນານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ທະຫານ-ຕຳຫຼວດ, ພະນັກງານ-ລັດຖະກອນອ້ອມຂ້າງເມືອງ ແລະ ນາຍບ້ານເທດສະບານເມືອງ ເຂົ້າຮ່ວມ.
ທ່ານ ຄຳຫຼ້າ ຜີວວັນາ ໄດ້ເລົ່າຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 48 ປີ ໃຫ້ຮູ້ໂດຍຫຍໍ້ວ່າ: ວັນທີ 2 ທັນວາ 1975 ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ. ພາຍຫຼັງປະເທດຊາດ ໄດ້ຮັບການສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາທົ່ວປວງຊົນ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ. ຕະຫຼອດ 48 ປີຜ່ານມາ, ຄຽງຄູ່ກັບຂໍ້ສະດວກທີ່ເປັນພື້ນຖານຫຼາຍດ້ານ ກໍໄດ້ປະສົບຄວາມຫຍຸ້ງຍາກຫຼາຍຢ່າງເຊັ່ນກັນ, ຍ້ອນເງື່ອນໄຂດ້ານຕ່າງໆ ຂອງພາຍໃນປະເທດທັງປະເຊີນກັບກົນອຸບາຍມ້າງເພທໍາລາຍ ຂອງພວກອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ ທັງປະສົບກັບໄພພິບັດທາງທໍາມະຊາດຢ່າງຕໍ່ເນື່ອງ. ແຕ່ຍ້ອນຄະນະພັກແຕ່ລະຂັ້ນໄດ້ມີຄວາມສະດຸ້ງໄວ ແລະ ຫັນປ່ຽນການນໍາພາຂອງຕົນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ດ້ວຍການວາງແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການ, ທັງມີການປັບປຸງບູລະນະຢ່າງບໍ່ຢຸດຢັ້ງຕະຫຼອດມາ ຈຶ່ງເຮັດໃຫ້ເສດຖະກິດ-ສັງຄົມ ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ ໄດ້ຮັບການເສີມຂະຫຍາຍໃນທົ່ວສັງຄົມ, ຄວາມສາມັກຄີເປັນເອກະພາບພາຍໃນຊາດ ນັບມື້ໄດ້ຮັບການປັບປຸງດີຂຶ້ນ. ພ້ອມນີ້, ທ່ານກໍໄດ້ຍົກໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດ ໃນການເຄື່ອນໄຫວປະຕິວັດ, ລວມທັງຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ເພື່ອປົດປ່ອຍປະເທດຊາດ. ປະທານ ໄກສອນ ພົມວິຫານ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການເຕົ້າໂຮມຄວາມສາມັກຄີ ແລະ ນໍພາປວງຊົນລາວຕໍ່ສູ້ກັບພວກຈັກກະພັດຕ່າງດ້າວ ຈົນຍາດໄດ້ໄຊຊະນະມາສູ່ປະຊາຊົນລາວທັງຊາດ. ເປັນວິ ລະບູລຸດຂອງຊາດຜູ້ເກັ່ງກ້າ, ເປັນນັກປະຕິວັດທີ່ກ້າແກ່ນ, ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອສ່ວນລວມຂອງປະເທດຊາດ ແລະ ເປັນຜູ້ນໍາທີ່ເຄົາລົບຮັກຂອງປວງຊົນລາວທັງຊາດຕື່ມອີກ.
ໃນໂອກາດນີ້, ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ແລະ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ ກໍໄດ້ຂຶ້ນປາຖະກະຖາ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸ່ນແຮງຕໍ່ແມ່ຍິງ ຊຶ່ງຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງຄວາມຮຸນແຮງຕໍ່ແມ່ຍິງ, ປະຫວັດຄວາມເປັນມາຂອງວັນສາກົນຢຸດຕິຄວາມຮຸ່ນແຮງຕໍ່ແມ່ຍິງ (ວັນທີ 25 ພະຈິກ), ບັນດານະໂຍບາຍ ແລະ ນິຕິກໍາ, ກົດໝາຍໃນພາກພື້ນ ແລະ ສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ, ກົນໄກສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ອື່ນໆ. ທັງໝົດນີ້, ກໍເພື່ອເປັນການຫວນຄືນມູນເຊື້ອ ທັງເປັນການສຶກສາອົບຮົມ-ການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ເຫັນໄດ້ບົດບາດຄວາມ ໜາຍຄວາມສຳຄັນຂອງວັນສຳຄັນຂອງພັກຂອງຊາດ ເພື່ອພ້ອມກັນຕັ້ງໜ້າປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.
ຈາກນັ້ນ, ທ່ານ ນາງ ຈັນທີ ຄຳພູວົງ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາ-ອົບຮົມເມືອງ ກໍໄດ້ຜ່ານສານອວຍພອນຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ 2023.
ໃນໂອກາດ ທີ່ມີຄວາມໝາຍຄວາມສຳຄັນນີ້, ຄະນະນຳຂອງເມືອງກໍໄດ້ເຂົ້າຢ້ຽມຍາມ ພ້ອມທັງມອບນ້ຳດື່ມໃຫ້ຄົນເຈັບ ຢູ່ໂຮງໝໍຊຸມຊົນເມືອງ ຕື່ມອີກ.
(ຂ່າວ-ພາບ: ກິດຕິສັກ ບົວໄລ)