ໃນໂອກາດຈັດກອງປະຊຸມ 4 ປະເທດ 9 ຝ່າຍຄັ້ງທີ IX ທີ່ເຂດເສດຖະກິດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ ໃນລະຫວ່າງ ວັນທີ 28-30 ພະຈິກ ຜ່ານມາ ໄດ້ຈັດກອງປະຊຸມສໍາລັບພາກທຸລະກິດ, ໂດຍການເປັນປະທານຂອງ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ, ທ່ານ ຄໍາແສນ ສີສະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີປະທານສະພາບໍລິຫານເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ມີບັນດານັກທຸລະກິດຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ບຸນສົງ ແກ້ວມະນີວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ເຖິງຈຸດປະສົງຂອງກອງປະຊຸມໂດຍສະເພາະແມ່ນການສ້າງຕັ້ງກົນໄກການຮ່ວມມືເຂດຊາຍແດນຈີນ -ລາວ-ໄທ ແລະ ມຽນມາ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມມືກັນທາງດ້ານການຄ້າ, ການລົງທຶນ ແລະ ໂລຈີສຕິກ, ການທ່ອງທ່ຽວ, ການຂົນສົ່ງ ແລະ ການສຶກສາ-ວັດທະນະທໍາ, ການສະເໜີກ່ຽວກັບການພັດທະນາການຄ້າຊາຍແດນ ແລະ ພັດທະນາສົ່ງເສີມ SME ລະຫວ່າງ 4 ປະເທດ 9 ຝ່າຍ ເຂດຊາຍແດນ ໃນໄລຍະຜ່ານມາ; ສະພາບການພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ໃນຖານະທີ່ເປັນຕົວເມືອງໃໝ່ເຂດຊາຍແດນ, ຕັ້ງໜ້າໃນການເຊື່ອມເຂົ້າໃນການຮ່ວມມືຂອງອາຊຽນ, ຈະກາຍເປັນການພັດທະນາທີ່ເຊື່ອມໂຍງທັງການຄົມມະນາຄົມ, ການຂົນສົ່ງ, ກິດຈະການ, ການຄ້າ; ຫຼັງຈາກນັ້ນ ໄດ້ດໍາເນີນ ເວທີສົນທະນາປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ໃນຫົວຂໍ້: ສົ່ງເສີມຜູ້ປະກອບການ SME ການຄ້າຊາຍແດນ ແລະ ຜະລິດຕະພັນ ກະສິກໍາເປັນສິນຄ້າໃນ ເວທີ 4 ປະເທດ 9 ຝ່າຍ ແລະ ເວທີສົນທະນາ ປຶກສາຫາລື ແລກປ່ຽນຄໍາຄິດ ຄໍາເຫັນ ຫົວຂໍ້: ສົ່ງເສີມການທ່ອງທ່ຽວ ແບບຍືນຍົງ ຈາກນັ້ນກອງປະຊຸມກໍໄດ້ເຊັນສັນຍາການລົງທຶນຂອງເຂດເສດຖະກິດພິເສດບໍ່ເຕ່ນແດນງາມກັບຄູ່ຮ່ວມທຸລະກິດ.
ໂອກາດນີ້, ບັນດາທ່ານຜູ້ແທນກໍໄດ້ໄປທ່ຽວຊົມງານວາງສະແດງສິນຄ້າ, ຜະລິດຕະພັນພາຍໃນແຂວງຫຼວງນໍ້າທາ, ທ່ຽວຊົມສະຖານີລົດໄຟບໍ່ເຕ່ນ, ຢ້ຽມຊົມບັນດາບໍລິສັດໂລຈີສຕິກ, ສະຖານທີ່ທ່ອງທ່ຽວວັດທະນະທໍາ ແລະ ສູນຈໍາລອງເຂດເສດຖະກິດບໍ່ເຕ່ນແດນງາມຕື່ມອີກ.
(ຂ່າວ-ພາບ: ມຸນຕີ)