ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງ ປະຈໍາສົກຮຽນ 2022-2023 ແລະ ແຜນພັດທະນາການສຶກສາ ແລະ ກິລາສົກຮຽນ 2023-2024 ຂຶ້ນໃນວັນທີ 26 ກັນຍາ ນີ້ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາປະຈຳສົກຮຽນ 2022-2023 ວ່າ: ຜົນສໍາເລັດການຈັດຕັ້ງປະຕິບັດຕາມມະຕິສະພາປະຊາຊົນຂັ້ນແຂວງມີ 6 ຄາດໝາຍທີ່ບັນລຸໄດ້ຄື: ຫຼຸດຜ່ອນອັດຕາປະລະການຮຽນຂອງນັກຮຽນ ປ.1; ດັດສະນີຄວາມສະເໝີພາບຍິງ-ຊາຍ, ອັດຕາເລື່ອນຂັ້ນ ປ.5 ຫາ ມ.1 ໃຫ້ບັນລຸໄດ້ລະຫວ່າງ 0,97%-1,03% ເປັນຕົ້ນແມ່ນເຂດພູດອຍຫ່າງໄກສອກຫຼີກ; ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາໄດ້ຮັບການຝຶກອົບຮົມບໍ່ໃຫ້ຫຼຸດ 10% ຂອງຈໍານວນຄູທັງໝົດ; ນັກຮຽນທີ່ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ໄດ້ເຂົ້າຮຽນຕໍ່ສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບ; ສົ່ງເສີມໃຫ້ນັກຮຽນຈົບຊັ້ນ ມ.ປາຍ ໄດ້ຮຽນຕໍ່ໃນລະດັບມະຫາວິທະຍາໄລ, ວິທະຍາໄລທັງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ບັນລຸ 20% ຂອງນັກຮຽນທີ່ເສັງຈົບ; ສືບຕໍ່ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວໄດ້ເຂົ້າຮ່ວມການຫັດກາຍບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາ-ກາຍະກໍາ ແລະ ສ້າງຂະບວນການກິລາຕ່າງໆໃນວັນສໍາຄັນຂອງຊາດ, ບຸນປະເພນີ ແລະ ກິລາບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນ. ສ່ວນຄາດໝາຍທີ່ບໍ່ບັນລຸ ແລະ ມີຄວາມຄືບໜ້າຊ້າມີ 10 ຕົວຊີ້ບອກ.
ສໍາລັບແຜນວຽກງານຈຸດສຸມໃນສົກຮຽນ 2023-2024 ຈະໄດ້ສຸມໃສ່ຈຸດສຸມຈຽງຕູບເປີດໂຮງຮຽນ ມ.1 ຢູ່ໂຮງຮຽນປະຖົມຕໍາລົວະ ພ້ອມທັງສະໜອງຄູອາສາສະໝັກ, ອຸປະກອນການຮຽນ-ການສອນ, ຂຶ້ນແຜນງົບປະມານອັດຕາຈ້າງຄູເປັນແຕ່ລະປີ ໂດຍເນັ້ນຄູອາສາສະໝັກຈໍານວນ 1.511 ຄົນໃນທົ່ວແຂວງ ໃນຈໍານວນ 1.958 ໂຮງຮຽນ ເພື່ອລໍຖ້າຊັບຊ້ອນຄູຕາມໂຄຕ້າແບ່ງປັນຂອງລັດຖະບານ ແລະ ຍັງມີວຽກອື່ນໆອີກ.
ຈາກນັ້ນ, ຄະນະປະທານ ແລະ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບການຈັດ ຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ຊຶ່ງມີທັງດ້ານດີ, ສິ່ງທ້າທາຍ, ວິທີແກ້ໄຂ.
ຂ່າວ: ສະຫວັນນະເຂດ