ກອງປະຊຸມ ພົບປະແລກປ່ຽນບົດຮຽນວຽກງານຫ້ອງວ່າການ 5 ແຂວງ ( ຈໍາປາສັກ, ສາລະວັນ, ເຊກອງ ອັດຕະປື ແລະ ສະຫວັນນະເຂດ) ໄດ້ຈັດຂື້ນເມື່ອບໍ່ດົນມານີ້, ທີ່ແຂວງຈຳປາສັກ ໂດຍການເປັນປະທານຮ່ວມ ຂອງ ທ່ານ ທອງລີ ສີສຸລິດ ຫົວໜ້າຫ້ອງວ່າການແຂວງຈຳປາສັກ, ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າຫ້ອງວ່າການແຂວງອັດຕະປື, ທ່ານ ສີສຸພັນ ມະຫາວົງ ຫົວໜ້າຫ້ອງວ່າການແຂວງເຊກອງ, ທ່ານ ຈັນເພັງ ສາຍທຳມະວົງ ຫົວໜ້າຫ້ອງວ່າການແຂວງສາລະວັນ ແລະ ທ່ານ ສີໂທ ທໍລະທາ ຮອງຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ, ມີ ບັນດາຮອງຫົວໜ້າຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດ ພະນັກງານ ວິຊາການພາຍໃນຫ້ອງວ່າການ 5 ແຂວງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ທອງລີ ສີສຸລິດ ກ່າວວ່າ: ມື້ນີ້ແຂວງຈຳປາສັກຂອງພວກເຮົາ, ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານຫ້ອງວ່າການ 5 ແຂວງປະຈໍາປີ 2023 ພ້ອມກັນນັ້ນກໍສຸດທີ່ມີຄວາມປິຕິຊົມຊື່ນ ແລະ ຍິນດີ ຕ້ອນຮັບ ຄະນະພັກ-ຄະນະນໍາ ແລະ ພະນັກງານຈາກຫ້ອງວ່າການແຂວງ ທີ່ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນ ບົດຮຽນ ໃນຄັ້ງນີ້ ຊຶ່ງພວກເຮົາຖືສຳຄັນ ແລະ ເປັນການຂະຫຍາຍການຮ່ວມມື-ການແລກປ່ຽນບົດຮຽນດ້ານວິຊາການຂອງຫ້ອງວ່າການແຂວງໃຫ້ສາມາດຂະຫຍາຍກວ້າງຂວາງ ແລະ ເລິກລົງທາງດ້ານເນື້ອໃນຂື້ນຕື່ມອີກບາດກ້າວໜຶ່ງ ດັ່ງນັ້ນ, ການຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນວຽກງານຂອງຫ້ອງ ວ່າການໃນແຕ່ລະດ້ານ, ແຕ່ລະຂະແໜງການ ແລະ ລົງເລິກມາດຕະການ ແລະ ວິທີການຈັດຕັ້ງ ປະຕິບັດເພື່ອແລກປ່ຽນກັນໃນແຕ່ລະແຂວງແມ່ນມີຄວາມຈຳເປັນ ແລະ ມີຄວາມສຳຄັນທີ່ສຸດ. ເພື່ອເປັນຂໍ້ມູນອັນສຳຄັນໃຫ້ແກ່ບັນດາແຂວງນຳໄປຄົ້ນຄວ້າປັບປຸງ ແລະ ພັດທະນາວຽກງານ ຮອບດ້ານຂອງຫ້ອງວ່າການໃຫ້ເໝາະສົມກັບຄວາມເປັນຈິງ ແລະ ສອດຄ່ອງກັບສະພາບການ ພັດທະນາເສດຖະກິດ-ສັງຄົມພາຍໃນແຂວງຂອງຕົນເອງໃນແຕ່ລະໄລຍະ.
ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານ ຫ້ອງວ່າການໃນຄັ້ງນີ້ ແມ່ນກໍານົດເອົາ 5 ຫົວຂໍ້ ເຊັ່ນ: ຍົກສູງບົດບາດເປັນເສນາທິການວຽກງານຄົ້ນຄວ້າ-ສັງລວມ ແລະ ຜູ້ປະສານງານທີ່ດີ ຂອງຫ້ອງວ່າການແຂວງ; ວຽກງານພິທີການ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ວຽກງານຍ້ອງຍໍປະຈຳປີ, ການເລື່ອນຊັ້ນ-ຂັ້ນກ່ອນກຳນົດ ອີງຕາມຜົນງານ 5 ປີ ແລະ ວຽກງານນະໂຍບາຍພາຍໃນຫ້ອງວ່າການແຂວງ; ການຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫາຍຄຸນປະໂຫຍດຂອງອະນຸສາວະລີ ແລະ ຫົວຂ້ໍ ການສ້າງບ້ານພັດທະນາ ປະຊາຊົນຢູ່ດີ-ກິນດີ ໃນທົ່ວແຂວງຈຳປາສັກ ຊຶ່ງນຳສະເໜີ ເພື່ອຊີ້ນຳ-ເຈາະຈີ້ມບັນຫາຫົວຂໍ້ຕ່າງໆ ການແລກບົດຮຽນໃນການຈັດຕັ້ງປະຕິບັດວຽກງານອັນພົ້ນເດັ່ນ ໃນແຕ່ລະດ້ານ ເພື່ອເປັນຂໍ້ມູນ ແລະ ຖອດຖອນບົດຮຽນດັ່ງກ່າວຮ່ວມກັນ ແລະ ຄົ້ນຄວ້າລົງເລິກ ເພື່ອຈະສາມາດໃຫ້ແຕ່ລະແຂວງໄດ້ນຳໄປຄົ້ນຄວ້າພັດທະນາ ວຽກງານ ແລະ ນຳສະເໜີຄະນະພັກຂັ້ນເທິງພິຈາລະນາໃນການຈັດຕັ້ງປະຕິບັດຂອງແຕ່ລະແຂວງ ໃນຕໍ່ໜ້າ. ພ້ອມນັ້ນ ການພົບປະນີ້ ຍັງຈະໄດ້ຮ່ວມກັນສືບຕໍ່ກິດຈະກຳກິລາມິດຕະພາບ ເພື່ອເສີມສ້າງຄວາມສາມັກຄີຮັກແພງລະຫວ່າງຄະນະພັກ ຄະນະນໍາ ແລະ ພະນັກງານ ວິຊາການ ໃຫ້ມີຄວາມສະໜິດສະໜົມ ແລະ ເຂົ້າໃຈກັນດີຍິ່ງຂື້ນ ໄປຄຽງຄູ່ກັບການ ສົ່ງເສີມສຸຂະພາບ ແລະ ຮ່າງກາຍໃຫ້ແຂງແຮງ ເພື່ອຮັບປະກັນຄວາມພ້ອມໃຫ້ແກ່ພະນັກງານທັງໝົດສາມາດຈັດຕັ້ງປະບັດ 3 ພາລະບົດບາດ ຄື: ເປັນເສນາທິການທີ່ດີ, ຜູ້ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ ຂອງຫ້ອງວ່າການແຂວງ ໃຫ້ມີຜົນສຳເລັດ ຕາມຄາດໝາຍ.
ຂ່າວ: ທັດຊະນະ. ພາບ: ພູທິບສະຫວັນ.