ເມື່ອບໍ່ດົນມານີ້, ທ່ານ ດວງມະນີ ຍອດສີອຸດົມ ເອກອັກຄະລັດຖະທູດແຕ່ງຕັ້ງ, ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ໂກນີ ເທີລາຊີວ ໂຈຮັນເນຊອນ (Guðni Thorlacius Jóhannesson), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລັງ ທີ່ສໍານັກງານປະທານາທິບໍດີ ນະຄອນຫຼວງ ເຣຈາວິກ ສາທາລະນະລັດ ອິດສະລັງ, ເພື່ອຍື່ນສານຕາຕັ້ງຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຊົນລາວ, ທີ່ແຕ່ງຕັ້ງ ທ່ານ ດວງມະນີ ຍອດສີອຸດົມ ໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຊົນລາວ ປະຈຳ ສາທາລະນະລັດ ອິດສະລັງ ຊຶ່ງມີສໍານັກງານຕັ້ງຢູ່ນະຄອນຫຼວງ ລອນດອນ.
ໃນໂອກາດດັ່ງກ່າວ ທ່ານ ດວງມະນີ ຍອດສີອຸດົມ ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງ ແລະ ຖືເປັນກຽດຢ່າງສູງ ທີ່ ພະນະທ່ານ ປະທານາທິບໍດີ ຍິນດີຮັບເອົາຜູ້ກ່ຽວ ແລະ ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ ຊຶ່ງໃນໂອກາດດຽວກັນນີ້ ທ່ານ ເອກອັກຄະລັດຖະທູດ ຍັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍຄໍາອວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ Guðni Thorlacius Jóhannesson ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລັງ ແລະ ຜ່ານພະນະທ່ານປະທານາທິບໍດີໄປຍັງປະຊາຊົນ ແລະ ລັດຖະບານແຫ່ງອິດສະລັງ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະເວລາການປະຕິບັດໜ້າທີ່ທາງການທູດຂອງຕົນ ທ່ານຈະພະຍາຍາມເຮັດສຸດຄວາມສາມາດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ດີຂຶ້ນເລື້ອຍໆ. ທ່ານ ປະທານາທິບໍດີ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງຢ່າງສົມກຽດ ເພື່ອມາດຳລົງຕໍາແໜ່ງ ແລະ ປະຕິບັດ ໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ອິດສະລັງ, ພ້ອມທັງໄດ້ສົ່ງຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ, ພ້ອມທັງອວຍພອນໄຊໃຫ້ ທ່ານ ເອກອັກຄະລັດຖະທູດປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດຢ່າງສູງ ແລະ ຈົບງາມ.
ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ໄດ້ເຂົ້າຮ່ວມງານລ້ຽງຜົນສໍາເລັດໃນການຍື່ນສານຕາມທຳນຽມປະຕິບັດຂອງປະເທດເຈົ້າພາບ, ໂດຍການເປັນເຈົ້າພາບ ຂອງ ທ່ານປະທາ ນາທິບໍດີ ອິດສະລັງ, ການເຂົ້າຮ່ວມງານຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ຫ້ອງການປະທານາທິບໍດີ ແລະ ບັນດາເອກອັກຄະລັດຖະທູດປະເທດອື່ນໆທີ່ໄດ້ເດີນທາງມາຍື່ນສານຕາຕັ້ງໃນວັນດຽວກັນ, ຊຶ່ງການຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດລາວ ຕໍ່ທ່ານປະທານາທິບໍດີ ສາທາ ລະນະລັດ ອິດສະລັງ ໃນຄັ້ງນີ້ເຕັມໄປດ້ວຍບັນຍາກາດຄວາມສະໜິດສະໜົມ, ອົບອຸ່ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ. ໃນໂອກາດເດີນທາງໄປຍື່ນສານຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ເຂົ້າຢ້ຽມຢາມ ແລະ ພົບປະກັບທ່ານຫົວໜ້າຫ້ອງການ ແລະ ທ່ານຫົວໜ້າກົມນະໂຍບາຍ ແລະ ການຮ່ວມມືສາກົນ, ກະຊວງການຕ່າງປະເທດ ແຫ່ງ ອິດສະລັງ, ເພື່ອເປັນການສະເໜີຕົວ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືກ່ຽວກັບຊ່ອງທາງ ໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດທີ່ມີຄວາມເປັນໄປໄດ້ຮ່ວມກັນ. ສປປ ລາວ ແລະ ສາທາລະນະລັດ ອິດສະລັງ ໄດ້ສ້າງສາຍພົວພັນການທູດນໍາກັນໃນວັນທີ 2 ກັນຍາ 2004. (ຂ່າວ: ກະຊວງການຕ່າງປະເທດ)