ໃນວັນທີ 25 ກັນຍານີ້, ສະຫາຍ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ສະຫາຍ ຈ່າງ ເສີຜິງ, ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ແຂວງຫຼວງພະບາງ ຄົນໃໝ່; ໃນໂອກາດນີ້, ສະຫາຍ ຮອງລັດຖະມົນຕີການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ສະຫາຍ ຈ່າງ ເສີຜິງ ທີ່ໄດ້ຖືກແຕ່ງຕັ້ງມາເປັນກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ແຂວງຫຼວງພະບາງ ຄົນໃໝ່, ຊຶ່ງເປັນສິ່ງຢັ້ງຢືນເຖິງຄວາມເຊື່ອ ໝັ້ນຂອງລັດຖະບານ ສປ ຈີນ ທີ່ມີຕໍ່ ສະຫາຍ, ພ້ອມທັງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການ ທີ່ອຸດົມສົມບູນຂອງສະຫາຍ ຈະສາມາດເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວ ພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືລະຫວ່າງ ສປ ຈີນ ແລະ ບັນດາແຂວງພາກເໜືອຂອງລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ. ພ້ອມກັນນີ້, ສະຫາຍ ຮອງລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງຝ່າຍຈີນຕະຫຼອດໄລຍະທີ່ຜ່ານມາ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຂອງຝ່າຍລາວ.ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ອວຍພອນໄຊໃຫ້ສະຫາຍ ຈ່າງ ເສີຜິງ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດຂອງ ສະຫາຍ ແລະ ສະແດງຄວາມຫວັງວ່າ ສະຫາຍ ກົງສຸນໃຫຍ່ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຄວາມເຫັນດີເປັນເອກກະພາບຂອງສອງສະຫາຍເລຂາທິການໃຫຍ່ ໃຫ້ເປັນຮູບປະທຳຍິ່ງຂຶ້ນ, ໂດຍສະເພາະແມ່ນສືບ ຕໍ່ກົນໄກການພົບປະແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນໍາຂັ້ນສູງສອງປະເທດໃຫ້ເປັນປົກກະ ຕິ, ພ້ອມທັງ ຊຸກຍູ້ໃຫ້ມີມາດຕະການຍົກລະດັບການຮ່ວມມືດ້ານການທ່ອງທ່ຽວຂອງສອງປະເທດໃຫ້ຫຼາຍຂຶ້ນ ແລະ ມີຄວາມຍືນຍົງ ໂດຍສະເພາະ ໃນປີ 2024 ທີ່ເປັນປີທ່ອງທ່ຽວລາວ.
ໃນໂອກາດດຽວກັນນີ້, ສະຫາຍ ກົງສຸນໃຫຍ່ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງຕັ້ງໜ້າ ກັບກະຊວງການຕ່າງປະເທດ ກໍຄື ບັນດາຂະແໜງການ ແລະ ທ້ອງຖິ່ນຂອງ ສປປ ລາວ, ພ້ອມທັງ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ບັນດາແຂວງພາກເໜືອຂອງ ສປປ ລາວ ກັບ ສປ ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງານຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ຈີນ-ລາວ. (ຂ່າວ: ກຕທ)