ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ໃນການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບ ທ່ານ ຣູແມນ ຣາເດບ ປະທານາທິບໍດີ ບຸນກາຣີ. ໃນການພົບປະ, ສອງຝ່າຍເຫັນດີເປັນເອກະພາບສ້າງບັນດາບໍລິສັດຮ່ວມທຸລະກິດການຜະລິດໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ, ພິເສດແມ່ນ ການບໍລິການຂົນສົ່ງ, ນະວັດຕະກຳ, ເຕັກໂນໂລຊີໃໝ່. ທ່ານ ເວືອງດິ່ງເຫວ້ ປາຖະໜາຢາກໃຫ້ ບຸນກາຣີ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກ ຢູ່ ບຸນກາຣີ.

ຂ່າວລະບຸວ່າ: ທ່ານ ຣູແມນ ຣາເດບ ຢັ້ງຢືນການສະໜັບສະໜູນຫຼັກໝັ້ນ, ທັດສະນະຂອງ ຫວຽດນາມ ແລະ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບບັນດາບັນຫາຄວາມໝັ້ນຄົງພາກພື້ນ, ໃນນັ້ນມີການແກ້ໄຂບັນດາການປະທະກັນ, ການຂັດແຍ່ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊ.

ໃນວັນດຽວກັນ, ທ່ານ ເວືອງດິ່ງເຫວ້ ກໍໄດ້ພົບປະກັບ ທ່ານ ນິໂກໄລ ແດນຄອບ ນາຍົກລັດຖະມົນຕີ ບຸນກາຣີ.ທ່ານຍັງໄດ້ເຂົ້າຮ່ວມເວທີປາໄສນະໂຍບາຍ, ກົດໝາຍຊຸກຍູ້ການຮ່ວມມືສອງຝ່າຍ ຫວຽດນາມ - ບຸນກາຣີ. ທ່ານ ເວືອງດິ່ງເຫວ້ ກ່າວຄຳເຫັນເນັ້ນໜັກວ່າ: ຜ່ານການແລກປ່ຽນ, ບັນດາການນຳບຸນກາຣີ ລ້ວນແຕ່ສະເໜີໃຫ້ບັນດາວິສາຫະກິດສອງປະເທດຄວນສ້າງບັນດາຮູບແບບຮ່ວມດຳເນີນທຸລະກິດເພື່ອລົງທຶນເຂົ້າຕະຫຼາດຂອງກັນ ຫຼື ລົງທຶນເຂົ້າປະເທດທີສາມ. ດ້ວຍທີ່ຕັ້ງພິເສດຂອງຕົນ, ບຸນກາຣີ ອາດສາມາດລົງທຶນເຂົ້າ ຫວຽດນາມ ແລະ ລົງທຶນເຂົ້າ ຕະຫຼາດອາຊຽນ ເປີດກວ້າງຂອບຂະໜາດຕະຫຼາດທີ່ມີປະຊາກອນ 650 ລ້ານຄົນ ແລະ ກົງກັນຂ້າມ, ດ້ວຍທີ່ຕັ້ງພູມສາດຍຸດທະສາດສຳຄັນຂອງບຸນກາຣີ, ວິສາຫະກິດ ຫວຽດນາມ ອາດຈະຮ່ວມມືກັບບັນດາວິສາຫະກິດ ບຸນກາຣີ ເພື່ອເຊື່ອມຊຶມເຂົ້າຕະຫຼາດເອີຣົບ ແລະ ບັນດາປະເທດເຂດ ບອນລການ.