ໃນວັນທີ 26 ກັນຍານີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມປະຊາຊົນເຂດຈຸດສຸມພັດທະນາທີ 4 ບ້ານຈຸນລາ ເມືອງທ່າແຕງ ໂດຍມີທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງທ່າແຕງ ພ້ອມຄະນະນຳຂອງເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ.
ທ່ານ ວິສິດ ຫຼວງຄໍາຊາວ ຮອງຫົວໜ້າເຂດຈຸດສຸມພັດທະນາທີ 4 ບ້ານຈຸນລາ ໄດ້ລາຍງານໃຫ້ຮູ້ວ່າ: ເຂດຈຸດສຸມພັດທະນາທີ 4 ບ້ານຈຸນລາ ປະກອບມີ 9 ບ້ານ 1.282ຫຼັງຄາເຮືອນ 1.750 ຄອບຄົວ, ມີພົນລະເມືອງທັງໝົດ 8.105 ຄົນຍິງ 3.914 ຄົນ. ໃນໄລຍະຜ່ານມາ, ຄະນະເຂດຈຸດສຸມພັດທະນາ ກໍຄື ຄະນະພັກ-ອົງການປົກຄອງບ້ານ ໄດ້ຖືສຳຄັນວຽກສຶກສາອົບຮົມການເມືອງ-ແນວຄິດ ໂດຍໄດ້ນຳເອົາແນວທາງ, ແຜນນະໂຍບາຍ ແລະ ນິຕິກຳຕ່າງໆ ຂອງພັກ-ຂອງລັດ ມາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນເປັນປົກກະຕິ ຕິດພັນກັບການເອົາໃຈໃສ່ປຸກລະດົມຂົນຂວາຍ ແລະ ຊຸກຍູ້ປະຊາຊົນເຮັດການຜະລິດ, ທຳມາຫາກິນ ແລະ ການປະກອບສ່ວນເຂົ້າໃນການພັດທະນາ ໂດຍແມ່ນເລັ່ງໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ເພື່ອໃຫ້ພຽງພໍກັບການບໍລິໂພກພາຍໃນ ແລະ ຂາຍເປັນສິນຄ້າ ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ. ພ້ອມນັ້ນ ກໍໄດ້ເອົາໃຈໃສ່ຊຸກຍູ້ປະຊາຊົນນໍາເອົາລູກຫຼານຂອງຕົນ ເຂົ້າໂຮງຮຽນ ແລະ ຮັບປະກັນບໍ່ໃຫ້ມີປະລະການຮຽນ,ເອົາໃຈໃສ່ຊີ້ນໍາພາປະຊາຊົນ ປະຕິບັດຫຼັກການຮັກສາອະນາໄມ 3 ສະອາດ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນດີຂຶ້ນ.
ໂອກາດນີ້, ທ່ານເຈົ້າແຂວງໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ກ່າວສະແດງຄວາມຢ້ຽມຢາມຖາມຂ່າວເຖິງການດຳລົງຊີວິດຂອງປະຊາຊົນ, ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດການນໍາພາປະຊາຊົນຢູ່ດີກິນດີ ແລະ ມີແບບແຜນການດຳລົງຊິວິດທີ່ໝັ້ນຄົງ. ພ້ອມທັງຊີ້ນໍາໃຫ້ສືບຕໍ່ນໍາໃຊ້ທ່າແຮງບົ່ມຊ້ອນ, ຂະຫຍາຍເນື້ອທີ່ການຜະລິດ, ນໍາໃຊ້ເຕັກນິກວິທະຍາສາດແບບໃໝ່ເຂົ້າໃນການຜະລິດ ເພື່ອຍົກສະມັດຖະພາບຜົນຜະລິດໃຫ້ສູງຂຶ້ນ, ຮັບປະກັນໃຫ້ກຸ້ມຢູ່ກຸ້ມກິນ ແລະ ຂາຍເປັນສິນຄ້າ, ສ້າງເງື່ອນໄຂໃຫ້ປະຊາຊົນມີວຽກເຮັດງານທຳ, ມີອາຊີບຖາວອນ, ມີລາຍຮັບ ແລະ ມີຊີວິດການເປັນຢູ່ດີຂຶ້ນ,ສືບຕໍ່ເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ປະຕິບັດກົດໝາຍໃຫ້ເຂັ້ມງວດ,ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ແຂງແຮງ ແລະ ເລິກເຊິ່ງ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນໃນທ້ອງຖິ່ນຂອງຕົນ; ສືບຕໍ່ປູກປ່າ, ປົກປັກຮັກສາປ່າ ແລະ ປູກໄມ້ຟື້ນຟູປ່າ ເພື່ອຮັກສາແຫຼ່ງນໍ້າ; ສືບຕໍ່ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງພັກ ຕິດພັນກັບການປັບປຸງການຈັດຕັ້ງບ້ານ ຕາມ 5 ໜ່ວຍງານໃຫ້ມີຄວາມເຂັ້ມແຂງ, ປະຕິບັດໜ້າທີ່ວຽກງານມີປະສິດທິພາບ ແລະ ປະສິດທິຜົນ,ບໍລິໂພກຂໍ້ມູນ-ຂ່າວສານ ຜ່ານສື່ສັງຄົມອອນລາຍຢ່າງມີສະຕິ, ມີເຫດມີຜົນ, ສາມາດຈຳແນກມິດ ແລະ ສັດຕູໄດ້ຢ່າງຈະແຈ້ງ.
ໃນໂອກາດລົງຢ້ຽມຢາມ ແລະ ພົບປະປະຊາຊົນໃນຄັ້ງນີ້, ທ່ານເຈົ້າແຂວງເຊກອງ ກໍໄດ້ມອບປຶ້ມ-ບິກຂຽນ ແລະ ອຸປະກອນກິລາ ໃຫ້ອົງການປົກຄອງບ້ານ ເພື່ອນໍາໄປແຈກຢາຍໃຫ້ໂຮງຮຽນ, ນັກຮຽນທີ່ທຸກຍາກຢ່າງທົ່ວເຖິງ ແລະ ເປັນທໍາ.
ຂ່າວ-ພາບ: ສັນຍາ