ໂດຍ: ວັນເພັງ
ປັດຈຸບັນ ບັນຫາໄວລຸ້ນ-ຊາວໜຸ່ມລາວທີ່ພາກັນດື່ມນໍ້າກະທ້ອມແມ່ນນັບມື້ຍັງມີ, ເກີດຂຶ້ນຫຼາຍໃນສັງຄົມ, ເຖິງແມ່ນວ່າພາກສ່ວນເຈົ້າໜ້າທີ່ກ່ຽວຂ້ອງໄດ້ຊອກຫາວິທີການຕ່າງໆແກ້ໄຂເພື່ອໃຫ້ໝົດໄປຢູ່ໃນສັງຄົມແຕ່ກໍຍັງນັບມື້ມີກຸ່ມຄົນດັ່ງກ່າວຈຳນວນໜຶ່ງພາກັນດື່ມນໍ້າກະທ້ອມໂດຍບໍ່ຄິດຄຳນຶງເຖິງຜົນຮ້າຍຕາມມາ. 
ທ່ານ ນາງ ອຸໄລວັນ ພອນສະຫວັນ ຮອງຫົວໜ້າພະແນກສຸກເສີນໂຮງໝໍມິດຕະພາບ ໄດ້ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ປັດຈຸບັນເຫັນໄດ້ວ່າມີຜູ້ປ່ວຍທີ່ມີສາເຫດມາຈາກການດື່ມນໍ້າກະທ້ອມເຂົ້າມາປິ່ນປົວຢູ່ສະເພາະໂຮງໝໍມິດຕະພາບໃນມື້ໜຶ່ງສະເລ່ຍປະມານ 5ຄົນ/ມື້, ຜູ້ທີ່ມີອາການຮຸນແຮງປະມານ 2 ຄົນ/ມື້, ສ່ວນຫຼາຍແມ່ນກຸ່ມຄົນທີ່ມີອາຍຸ 20-25 ປີ. ໃນນັ້ນ,ກໍມີກຸ່ມຄົນທີ່ມີອາຍຸປະມານ 18 ປີ–35 ປີ, ຜູ້ທີ່ມີອາຍຸ 35 ປີດື່ມຍ້ອນຄິດວ່ານໍ້າກະທ້ອມດື່ມແລ້ວດີເຈັບຫຼັງ, ເຈັບແອວ ແລະ ອື່ນໆ. ສະນັ້ນ, ຖ້າດື່ມໜ້ອຍກໍຈະເປັນຢາ, ດື່ມຫຼາຍກໍຈະໃຫ້ໂທດໃນໄລຍະຍາວ
ນໍ້າກະທ້ອມຈະມີສານເບື່ອເມົາ, ສານເສບຕິດ ແລະ ໃນໃບກະທ້ອມຍັງມີສານຊະນິດໜຶ່ງທີ່ມີຊື່ວ່າ: ນີຕຣາກຣີນິນທີ່ນໍາມາປຸງແຕ່ງເປັນນໍ້າກະທ້ອມຈະເຮັດໃຫ້ສານຊະນິດດັ່ງກ່າວໄປທໍາລາຍລະບົບປະສາດ. ດັ່ງນັ້ນ, ເຫັນໄດ້ວ່າຜູ້ປ່ວຍທີ່ມີສາເຫດມາຈາກການດື່ມນໍ້າກະທ້ອມເຂົ້າມາປິ່ນປົວສ່ວນຫຼາຍມີອາການທາງລະບົບປະສາດເຊັ່ນ:ມີອາການບໍ່ຮູ້ສຶກໂຕ, ສື່ສານບໍ່ຮູ້ເລື່ອງ (ເສຍສະຕິ), ລະບົບຫາຍໃຈຫອບຫືດ, ຫາຍໃຈໄວເໝືອນຮູ້ສຶກຊິຂາດໃຈ, ລະບົບຫົວໃຈເຕັ້ນແຮງ. ທາງໂຮງໝໍ ກໍໄດ້ໃຊ້ເຄື່ອງໃຊ້ຫາຍໃຈຊ່ວຍ, ຖ້າຜູ້ປ່ວຍບໍ່ມີອາຮຸນແຮງ ກໍໄດ້ຮັບການເຂົ້ານອນຕິດຕາມອາການເພື່ອປິ່ນປົວ, ໃສ່ນໍ້າເກືອ, ບາງຄົນກໍດົມອົກຊີ, ແຍ່ນໍ້າປັດສະວະ ເພື່ອຊ່ວຍຂັບໄລ່ນໍ້າອອກ. ໃນນັ້ນ, ນໍ້າກະທ້ອມຍັງບໍ່ທັນວິເຄາະໄດ້ເທື່ອວ່າມີສານຊະນິດໃດແດ່, ແຕ່ຫຼັກໆແລ້ວສານທີ່ຢູ່ໃນໃບກະທ້ອມຍັງສາມາດໄປກົດນີບລະບົບປະສາດສູນກາງໝາຍເຖິງສະໝອງແລະສັນຫຼັງພາໃຫ້ເກີດຄວາມຮູ້ສຶກການຫາຍໃຈແຮງ, ຫົວໃຈເຕັ້ນແຮງຜິດປົກກະຕິ, ໄຂ່ຫຼັງຊຸດໂຊມ,ມີປັດຊະວະຫຼາຍເຮັດໃຫ້ຮ່າງກາຍຂາດນໍ້າ, ຖ້າດື່ມເກີນກໍານົດຈະເຮັດໃຫ້ຫົວໃຈຢຸດເຕັ້ນເຖິງຂັ້ນເສຍຊີວິດ.
ນໍ້າກະທ້ອມເປັນເຄື່ອງດື່ມເສບຕິດຊະນິດໜຶ່ງຄ້າຍຄືກັບຢາບ້າ, ຢາເສບຕິດ ທີ່ເປັນອັນຕະລາຍຕໍ່ຜູ້ທີ່ດື່ມເມື່ອດື່ມແລ້ວກໍສາມາດຕິດໄດ້.ພ້ອມນັ້ນ, ເມື່ອດື່ມເຂົ້າໄປຮ່າງກາຍຫຼາຍເທົ່າໃດກໍຈະເຮັດໃຫ້ບໍ່ຮູ້ສຶກຕົວ, ປະສາດຫຼອນ ແລະ ມີອາການຮ້າຍແຮງອື່ນໆຈົນເຖິງຂັ້ນເສຍຊີວິດ. ສະນັ້ນ, ທ່ານ ນາງອຸໄລວັນພອນສະຫວັນຍັງໄດ້ຝາກເຖິງພໍ່ແມ່ຜູ້ປົກຄອງຄວນບອກເຕືອນລູກ-ຫຼານຂອງຕົນໃຫ້ຮູ້ຜົນຮ້າຍ ຂອງການດື່ມນໍ້າກະທ້ອມ, ຫ້າມບໍ່ໃຫ້ລູກ-ຫຼານຂອງຕົນໄປດື່ມນໍ້າກະທ້ອມເດັດຂາດ. ໃນນັ້ນ, ໄວໜຸ່ມ-ຊາວໜຸ່ມລາວບໍ່ຄວນດື່ມ-ບໍ່ຄວນທົດລອງດື່ມນ້ຳກະທ້ອມເດັດຂາດເພາະໃນນໍ້າກະທ່ອມມີສານທີ່ເປັນອັນຕະລາຍຕໍ່ລະບົບປະສາດ, ພາໃຫ້ໄຂ້ຫຼັງອ່ອນເພຍ, ຊຸດໂຊມ ແລະ ອື່ນໆ, ຖ້າຮ້າຍແຮງເຖິງຂັ້ນເສຍຊີວິດໄດ້.