ສະຫາຍ ວິໄລວົງ ບຸດດາຄຳເລຂາຄະນະພັກແຂວງເຈົ້າແຂວງຈຳປາສັກ ໄດ້ນຳພາຄະນະຜູ້ແທນແຂວງຈຳປາສັກ ຢ້ຽມຢາມ ແລະ ເຮັດວຽກ ທີ່ແຂວງກອນຕູມ ສສ ຫວຽດນາມ ໃນວັນທີ 26 ກັນຍາ ນີ້,ເພື່ອສືບຕໍ່ລົງນາມບົດບັນທຶກການຮ່ວມມື ສອງຝ່າຍ ໄລຍະ 2023-2027. ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກ ຂອງ ສະຫາຍ ອາ ເບີດ ຮອງເລຂາຜູ້ປະຈຳການພັກແຂວງກອນຕູມ, ສະຫາຍ ເລ ງອກ ຕ໋ວນຮອງເລຂາພັກແຂວງປະທານຄະນະກໍາມະການ ປະຊາຊົນແຂວງກອນຕູມ, ມີຜູ້ແທນຂອງສອງຝ່າຍ ເຂົ້າຮ່ວມ.
ໃນການພົບປະຢ້ຽມຢາມຄັ້ງນີ້, ສະຫາຍ ເລ ງອກ ຕ໋ວນ ໄດ້ກ່າວຄຳເຫັນຕ້ອນຮັບ ຄະນະຜູ້ແທນແຂວງຈຳປາສັກ, ພ້ອມນັ້ນ ຫົວໜ້າຄະນະຜູ້ແທນສອງຝ່າຍ ໄດ້ລາຍງານສະພາບ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ໝາກຜົນການຮ່ວມມືລະຫວ່າງອົງການປົກຄອງແຂວງຈຳປາສັກ ສປປ ລາວ ແລະ ຄະນະກຳມະການປະຊາຊົນແຂວງກອນຕູມ ສສ ຫວຽດນາມ ໄລຍະຜ່ານມາ ແລະ ເນື້ອໃນການຮ່ວມມືໃນຕໍ່ໜ້າ ໂດຍມີການແລກປ່ຽນຄຳເຫັນ ເພື່ອຄວາມເປັນເອກະພາບຮ່ວມກັນ ດ້ານເນື້ອໃນການຮ່ວມມື ໄລຍະ 2023-2027, ແນໃສ່ສືບຕໍ່ເພີ່ມທະວີ, ຮັດແໜ້ນ ແລະ ພັດທະນາສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ້ວມມືຮອບດ້ານລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ການພົວພັນ ແລະ ການຮ່ວມມື ຂອງສອງທ້ອງຖິ່ນພວກເຮົາ ຈໍາປາສັກ ແລະ ກອນຕູມໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ຜ່ານມາການພົວພັນ ແລະ ຮ່ວມມື ສອງແຂວງຈຳປາສັກ ແລະ ກອນຕູມ ໄດ້ມີການຈັດຕັ້ງຄະນະຜູ້ແທນຂັ້ນສູງຜັດປ່ຽນກັນມາຢ້ຽມຢາມ, ພົບປະເຮັດວຽກແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຊ່ວຍຈໍາ ການຮ່ວມມືເປັນປົກກະຕິ. ໃນປີ 2023, ຄະນະຜູ້ແທນແຂວງກອນຕູມ ໄດ້ເຂົ້າຮ່ວມງານເວທີປາໄສການເຊື່ອມໂຍງ-ເຊື່ອມຈອດ ຊຸກຍູ້ການຮ່ວມມື, ການລົງທຶນ, ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ ແລະ ຢ້ຽມຢາມອວຍພອນປີໃໝ່ລາວ ພ້ອມທັງໄດ້ມອບ ເງິນ 400 ລ້ານດົງໃຫ້ແກ່ປະຊາຊົນທຸກຍາກແຂວງຈຳປາສັກ,ແຂວງກອນຕູມໄດ້ຊ່ວຍເຫຼືອແຂວງຈຳປາສັກ 1 ຕື້ 620 ລ້ານດົງ ເພື່ອສ້າງ Website, ຊ່ວຍເຫຼືອກໍ່ສ້າງຊັບພະຍາກອນມະນຸດໃຫ້ແຂວງຈຳປາສັກ ຈຳນວນ 15 ທຶນ ຕໍ່ປີ ໃນການຮຽນພາສາຫວຽດ ແລະ ຮຽນວິຊາສະເພາະທີ່ສາຂາມະຫາວິທະຍາໄລດານັງ ແຂວງກອນຕູມ ແລະ ແຂວງຈຳປາສັກ ໄດ້ຊ່ວຍເຫຼືອກໍ່ສ້າງພະນັກງານ ແຂວງກອນຕູມໃນການບຳລຸງພາສາລາວ 9 ເດືອນ ແລະ  ສອງຝ່າຍໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ສົ່ງເສີມບັນດາວິສາຫະກິດ ຂອງສອງແຂວງ ຊອກຮູ້ໂອກາດການຮ່ວມມື ແລະ ການລົງທຶນ, ການເຊື່ອມຈອດ ແລະ ການທ່ອງທ່ຽວ, ສອງແຂວງໄດ້ແຕ່ງຕັ້ງວິສາຫະກິດເຂົ້າຮ່ວມວາງສະແດງສິນຄ້າທີ່ສອງແຂວງໄດ້ຈັດຂຶ້ນໃນແຕ່ລະປີ. ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າລະຫວ່າງແຂວງຈໍາປາສັກ ແລະ ແຂວງກອນຕູມ ໄລຍະ 2022- 2027 ຫົວໜ້າຄະນະຜູ້ແທນຂອງສອງຢ່າຍ ຍັງໄດ້ລົງນາມບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືຫຼາຍຂົງເຂດ ໂດຍຈະສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມືທາງດ້ານການເມືອງ, ການທູດ ໃຫ້ເຂົ້າສູ່ລວງເລິກ, ຕິດພັນກັນຢ່າງສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈໃຫ້ໄດ້ປະສິດທິຜົນສູງກວ່າເກົ່າ,  ການຮ່ວມມືທາງດ້ານເສດຖະກິດຈະເພີ່ມທະວີເປີດກວ້າງການຮວ່ມມືລະຫວ່າງສອງທ້ອງຖິ່ນ, ໂດຍສະເພາະບັນດາເມືອງ, ນະຄອນຂອງສອງທ້ອງຖິ່ນໄດ້ມີການພົບປະ ແລະ ຮ່ວມມືກັນ; ຊຸກຍູ້ເຊື່ອມໂຍງ-ເຊື່ອມຈອດ ການທ່ອງທ່ຽວ ລະຫວ່າງ 2 ແຂວງ ແລະ ຜັນຂະຫຍາຍ ແຜນການພັດທະນາການທ່ອງທ່ຽວ ເຂດ 3 ຫຼ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແລະ ຊຸກຍູ້ການຮ່ວມມືຂອງຂະແໜງກະສິກໍາ ແລະ ພັດທະນາຊົນນະບົດ, ເພີ່ມທະວີວຽກງານແລກປ່ຽນວິຊາການ, ເຕັກນິກກໍ່ສ້າງຕົວແບບການພັດທະນາກະສິກໍາ, ຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະ ອື່ນໆ.
ໃນໂອກາດ ຢ້ຽມຢາມ ແລະ ເຮັດວຽກທີ່ແຂວງກອນຕູມຄັ້ງນີ້ຄະນະຜູ້ແທນແຂວງຈຳປາສັກ ຍັງໄດ້ເຄື່ອນໄຫວຢ້ຽມຢາມກຸ່ມຜະລິດກາເຟ, ເບິ່ງສວນຖົ່ວລຽນ ທີ່ເປັນພື້ນຖານການຜະລິດດ້ານກະສິກຳ ຂອງແຂວງກອນຕູມ ນຳອີກ.
ຂ່າວ-ພາບ: ທັດຊະນະ.