ໃນວັນທີ 26 ກັນຍານີ້, ທີ່ແຂວງອັດຕະປື ໄດ້ມີກອງປະຊຸມຮອບວຽນ ຄັ້ງທີ VI ກ່ຽວກັບສາຍພົວພັນ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ແຂວງອັດຕະປື ແຫ່ງ ສປປ ລາວ ກັບແຂວງຊຽງແຕງ ແຫ່ງຣາຊະອານາຈັກກຳປູເຈຍ ຊຶ່ງຄະນະນໍາແຂວງອັດຕະປື ນຳໂດຍ ທ່ານ  ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະ ແລະ ຄະນະນໍາແຂວງຊຽງແຕງ ນຳໂດຍ ທ່ານ ສະຫວາຍ ສອມອຽງ ເຈົ້າແຂວງຊຽງແຕງ ພ້ອມດ້ວຍຄະນະ.
ໃນກອງປະຊຸມຄະນະນໍາທັງສອງຝ່າຍໄດ້ຕີລາຄາສູງ ລະຫວ່າງແຂວງອັດຕະປື  ແຫ່ງສປປ ລາວ ແລະ ແຂວງຊຽງແຕງ ແຫ່ງຣາຊະອານາຈັກກໍາປູເຈຍ ທີ່ມີຊາຍແດນຕິດຈອດກັນ, ສະພາບການພົວພັນຮ່ວມມືສອງຝ່າຍ ກັບແຂວງຊາຍແດນໃນໄລຍະຜ່ານມາ ແມ່ນໄດ້ມີການພົວພັນອັນດີງາມ, ມີຜົນສຳເລັດທີ່ເປັນຮູບປະທຳຕົວຈິງຫຼາຍດ້ານ ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ, ບ້ານອ້າຍເມືອງນ້ອງ, ບ້ານແກ່ວເມືອງດອງ ທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍມູນເຊື້ອສາມັກຄີ,ປອງດອງຂອງປະຊາຊົນສອງຊາດກໍຄືສອງແຂວງອັດຕະປື-ຊຽງແຕງ. ຜ່ານການປຶກສາຫາລື, ແລກປ່ຽນ ຄໍາຄິດເຫັນ ແລະ ຂໍ້ສະເໜີແລກປ່ຽນຈຳນວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ຕາມເນື້ຶອໃນບົດລາຍງານທົບທວນຜົນສຳເລັດໃນການຈັດຕັ້ງປະຕິບັດກອງປະຊຸມຮອບວຽນ ຄັ້ງທີ V ຜ່ານມາ ແລະ ທິດທາງແຜນການຮ່ວມມື ຄັ້ງທີ VI ທີ່ມີອັນໃດປະສົບຜົນສໍາເລັດ ແລະ ຂໍ້ຄົງຄ້າງທີ່ທັງສອງຝ່າຍຈະຕ້ອງໄດ້ສືບຕໍ່ຊຸກຍູ້,ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງສອງແຂວງອັດຕະປື ກັບ ແຂວງຊຽງແຕງ ໃຫ້ນັບມື້ດີຂຶ້ນເລື້ອຍໆ, ສອງຝ່າຍໄດ້ເຫັນດີເປັນເອກະພາບປະຕິບັດການຮ່ວມມືວຽກງານປ້ອງກັນຄວາມສະຫງົບເຂດບໍລິເວນຊາຍແດນ, ຮ່ວມມືກັນສະກັດກັ້ນ ແລະ ປາບປາມຢາເສບຕິດຕາມຂອບເຂດບໍລິເວນຊາຍແດນ, ຮ່ວມມືຈັດຕັ້ງປະຕິບັດວຽກງານຕາມບໍລິເວນຊາຍແດນ ແລະ ການເຂົ້າ-ອອກເມືອງ, ການຮ່ວມມືດ້ານເສດຖະກິດ-ສັງຄົມ ລວມມີຄື: ດ້ານວຽກງານກະສິກຳ-ປ່າໄມ້, ການປະມົງ ແລະ ສິ່ງແວດລ້ອມ, ດ້ານວຽກງານອຸຕຸນິຍົມ, ດ້ານວຽກງານຄົມມະນາຄົມ-ຂົນສົ່ງ, ດ້ານວຽກງານອຸດສະຫະກຳ ແລະ ການຄ້າ, ດ້ານວຽກງານວັດທະນະທຳ-ສັງຄົມ, ດ້ານວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ດ້ານວຽກງານສຶກສາທິການ ແລະ ກິລາ, ດ້ານວຽກງານຊາວໜຸ່ມ ແລະ ສະຫະພັນແມ່ຍິງ, ດ້ານວຽກງານສາທາລະນະສຸກ ແລະ ວຽກງານອື່ນໆເພື່ອສ້າງເງື່ອນໄຂໃນການເຄື່ອນໄຫວຮ່ວມກັນ ແລະ ສືບຕໍ່ປະຕິບັດບົນຈິດໃຈການພົວພັນ ໃນການຮ່ວມມື, ຊຸກຍູ້ແກ້ໄຂຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນໃຫ້ດີຂຶ້ນ.
ຂ່າວ-ພາບ: ໄພບູນ