ວັນທີ 27 ກັນຍາ ນີ້ ທີ່ເມືອງນາກາຍ ແຂວງຄຳມ່ວນ ໄດ້ສະຫຼຸບວຽກງານປົວແປງສັງຄົມ ແລະ ສິ່ງແວດລ້ອມ (SERF) ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ທັງເປັນປະທານກອງທຶນປົວແປງສັງຄົມ ແລະ ສິ່ງແວດລ້ອມ, ໂດຍມີທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ, ມີບັນດາຫ້ອງການ, ຂະແໜງການກ່ຽວຂ້ອງຂັ້ນເມືອງ, ຄະນະກຳມະການຄຸ້ມຄອງກອງທຶນ ແລະ ອຳນາດການປົກຄອງ 16 ກຸ່ມບ້ານ ເຂດຍົກຍ້າຍຈັດສັນເຂົ້າຮ່ວມ.
ທ່ານ ນາງ ຕາດຳ ອັກຄະນິກ ຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນຮັກສາການຜູ້ອຳນວຍການກອງທຶນ SERF ໄດ້ລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2022-2023 ຊຶ່ງກອງທຶນດັ່ງກ່າວແມ່ນກອງທຶນທີ່ໄດ້ລະບຸໄວ້ ໃນສັນຍາສໍາປະທານ ລະຫວ່າງລັດຖະບານ ສປປ ລາວ ກັບບໍລິສັດໄຟຟ້ານໍ້າເທີນ 2 ຊຶ່ງມີຈຸດປະສົງ ເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດຍົກຍ້າຍຈັດສັນ ຈາກຜົນກະທົບຂອງໂຄງການໄຟຟ້ານໍ້າເທີນ 2 ໃນຈຳນວນ 16 ກຸ່ມບ້ານ ປະກອບມີ: ບ້ານຂອນແກ່ນ, ບົວມາ,ໂພນສະອອນ, ໂພນສະຫວ່າງ, ກາກາຍໃຕ້, ຫ້ວຍມະໄລ, ທ່າລັ່ງ, ນໍ້ານຽນ, ສົບແພນ, ອຸດົມສຸກ, ນາກາຍເໜືອ, ສາທິດ, ບ້ານດອນ, ສົບມາ, ສົບເຮ້ຍ ແລະ ໜອງບົງຄໍາ. ກອງທຶນປົວແປງສັງຄົມ ແລະ ສິ່ງແວດລ້ອມ SERF ແມ່ນໄດ້ຮັບເງິນຈາກບໍລິສັດໄຟຟ້ານໍ້າເທີນ 2 ເປັນໄລຍະເວລາ 25 ປີຂອງອາຍຸສຳປະທານ ໃນຈໍານວນເງິນປີລະ 300.000 ໂດລາ ເພື່ອດຳເນີນງານໃນການປັບປຸງພື້ນຖານໂຄງລ່າງ, ສ້ອມແປງລະບົບນໍ້າໃຊ້ຂອງຊຸມຊົນ ແລະ ຊົນລະປະທານ ສຳລັບເຂດຍົກຍ້າຍຈັດສັນ, ສ້ອມແປງຊັບສິນທາງດ້ານການຍົກຍ້າຍຈັດສັນຂອງລັດຖະບານລາວ ໂດຍສອດຄ່ອງກັບວິທີການນໍາໃຊ້ທີ່ດີຕະຫຼອດໄລຍະຂອງການສຳປະທານ, ແກ້ໄຂສິ່ງຄົງຄ້າງທີ່ເກີດຂຶ້ນ ຫຼື ອາດຈະເກີດຂຶ້ນໃນຕໍ່ໜ້າ ຈາກຂະບວນການຍົກຍ້າຍຈັດສັນ ແລະ ອື່ນໆ. ກອງປະຊຸມແມ່ນໄດ້ສະຫຼຸບບັນດາກິດຈະກຳທີ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຄ່າໃຊ້ຈ່າຍຂອງກອງທຶນ ເປັນຕົ້ນວຽກງານບໍລິຫານ, ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກຳມະການຄຸ້ມຄອງກອງທຶນ, ວຽກວົງຈອນຮອບວຽນ ແລະ ແຜນບຳລຸງຮັກສາ, ວຽກງານການສ້ອມແປງສິ່ງປຸກສ້າງລວມຂອງບ້ານ ທີ່ໂຄງການນໍ້າເທີນ 2 ມອບໃຫ້, ວຽກງານສິ່ງແວດລ້ອມ, ໂຄງການກໍ່ສ້າງໃໝ່ (ວຽກພັດທະນາພື້ນຖານໂຄງລ່າງ) ແລະ ເງິນແຮສະສົມຂອງໂຄງການ. ໂອກາດນີ້ທ່ານເຈົ້າແຂວງຄໍາມ່ວນ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນຳໃຫ້ອຳນາດການປົກຄອງເມືອງ, ບ້ານ ສຶກສາອົບຮົມພໍ່ແມ່ປະຊາຊົນໃຫ້ເຂົ້າໃຈ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ພ້ອມນັ້ນອໍານາດການປົກຄອງບ້ານຕ້ອງໄດ້ພ້ອມກັນຄົ້ນຄວ້າ ວິທີການນໍາໃຊ້ພື້ນຖານໂຄງລ່າງທີ່ມີຢູ່ແລ້ວ ຈາກໂຄງການໄຟຟ້ານໍ້າເທີນ 2 ມອບໃຫ້ ເພື່ອນໍາໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ສຶກສາຄົ້ນຄວ້າ, ຄຸ້ມຄອງນໍາໃຊ້ ຫັນໄປກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຄວາມຍືນຍົງ, ເອົາໃຈໃສ່ໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນທຳມະຊາດ ໃນເຂດຄວາມຮັບຜິດຊອບຂອງຕົນ, ໃຫ້ຄະນະພັກເມືອງຕີລາຄາເຖິງວຽກງານຢູ່ໃນບັນດາບ້ານທີ່ເຫັນວ່າຈະຕ້ອງໄດ້ປັບປຸງ ເພື່ອໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ, ຄະນະກຳມະການຄຸ້ມຄອງກອງທຶນ ໃຫ້ມີການຄົ້ນຄວ້າຈັດແບ່ງງົບປະມານ ເພື່ອສ້າງຄວາມເຂັ້ມແຂງ, ຍົກລະດັບຄວາມຄວາມຮູ້ທາງດ້ານກົດໝາຍ, ສິດ, ໜ້າທີ່ ແລະ ຄວາມສາມາດໃນການນໍາພາ, ການບໍລິຫານ ຂອງຄະນະພັກບ້ານ ລວມເຖິງການຈັດແບ່ງງົບປະມານໃສ່ບັນດາໂຄງສ້າງພື້ນຖານອື່ນໆ ທີ່ມີຄວາມຈໍາເປັນ.
ຂ່າວ-ພາບ: ກອງຄໍາ