ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນຂຶ້ນໃນວັນທີ 26 ກັນຍາຜ່ານມາທີ່ສະໂມສອນຫ້ອງວ່າການເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ, ມີທ່ານນາງໂພທິຈັນທຳມະເທວາຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງຫຼວງພະບາງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ສີຄານ ແກ່ນມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອເຜີຍແຜ່ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດແມ່ນການຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 56/ສພຊ, ທິດຊີ້ນໍາຂອງລັດຖະບານເພື່ອສົ່ງເສີມ ແລະ ສະໜອງສິນເຊື່ອໃຫ້ໂຄງການລົງທຶນພັດທະນາເສດຖະກິດ-ສັງຄົມ ແລະ ທຸລະກິດພາຍໃນໃຫ້ເຂັ້ມແຂງ ແລະ ມີການຂະຫຍາຍຕົວ. ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດເປົ້າໝາຍສຸມໃສ່ຂະແໜງການຜະລິດ, ດ້ານການຄ້າ ແລະ ການບໍລິການທີ່ເປັນປາຍແຫຼມ ເພື່ອທົດແທນການນໍາເຂົ້າ-ສົ່ງເສີມການສົ່ງອອກສິນຄ້າ, ການສ້າງວຽກເຮັດງານທໍາ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບມະຫາພາກດ້ານການເງິນ-ເງິນຕາໃຫ້ເຂັ້ມແຂງ ແລະ ການພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວແບບຍືນຍົງ ແນໃສ່ສ້າງເງື່ອນໄຂໃຫ້ຫົວໜ່ວຍທຸລະກິດໃນຂະແໜງບຸລິມະສິດຂອງລັດສາມາດເຂົ້າເຖິງແຫຼ່ງທຶນທີ່ເໝາະສົມ.ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດແບ່ງອອກເປັນ 2 ນະໂຍບາຍຍ່ອຍຄື: ນະໂຍບາຍເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ. ຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີເນື້ອໃນຂອງ 2 ຂໍ້ຕົກລົງຄື: ຂໍ້ຕົກລົງວ່າດ້ວຍ ການຜັນຂະຫຍາຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ສະບັບເລກທີ 765/ທຫລ, ລົງວັນທີ 22 ສິງຫາ 2023 ແລະ ຂໍ້ຕົກລົງວ່າດ້ວຍການຜັນຂະຫຍາຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ສະບັບເລກທີ 766/ທຫລ, ລົງວັນທີ 22 ສິງຫາ 2023. ຊຶ່ງ 2 ນະໂຍບາຍແມ່ນການສະໜອງສິນເຊື່ອດອກເບ້ຍຕໍ່າໃຫ້ແກ່3 ຂະແໜງການຄື: ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ແລະ ຂະແໜງບໍລິການ-ທ່ອງທ່ຽວ ແລະ ການຄ້າ ໂດຍນໍາໃຊ້ແຫຼ່ງທຶນຂອງລັດຖະບານ ແລະ ທະນາຄານແຫ່ງ ສປປ ລາວ.
    ໃນພິທີ, ທ່ານນາງໂພທິຈັນທຳມະເທວາ ໄດ້ມີຄໍາເຫັນຊີ້ແຈງ ແລະ ອະທິບາຍນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແລະ ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ຮັບຟັງການມີຄໍາເຫັນຂອງບັນດາຫົວໜ່ວຍທຸລະກິດ ແລະ ທະນາຄານທຸລະກິດຕື່ມອີກ. 
ຂ່າວ-ພາບ: ແກ່ນທ້າວ