ພິທີປະກາດສ້າງຕັ້ງ ແລະ ເປີດຫ້ອງການກໍາມາທິການສືກສາສົງແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 26 ກັນຍາຜ່ານມາທີ່ວັດພຸດທະຈັກ ໄຊຍະຣາມ (ວັດຫຼວງ) ເມືອງລະມາມ ແຂວງເຊກອງ ໂດຍການເຂົ້າຮ່ວມຂອງພະອາຈານ ບຸນຍືນ ບັ້ງທອງ ຮອງປະທານ ອພສ ແຂວງ ທັງເປັນຫົວໜ້າກໍາມາທິການສຶກສາສົງແຂວງ, ມີທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ພະອາຈານ ບຸນຍືນ ບັ້ງທອງກ່າວວ່າ: ຫ້ອງການກຳມາທິການສຶກສາສົງແຂວງມີພາລະບົດບາດໃນການຄຸ້ມຄອງ, ສົ່ງເສີມ, ພັດທະນາ, ຕິດຕາມ, ກວດກາ ການພັດທະນາການສຶກສາ ແລະ ກິລາ ໂດຍສະເພາະວຽກງານການສຶກສາສົງກໍຄືໂຮງຮຽນສົງພາຍໃນແຂວງເຊກອງ. ຫ້ອງການດັ່ງກ່າວຕັ້ງຢູ່ວັດຫຼວງ ບ້ານວັດຫຼວງ ເມືອງລະມາມ, ເປັນອາຄານປະເພດເຄິ່ງຖາວອນພື້ນເບຕົງຝາເບຕົງສູງຈາກພື້ນ 1 ແມັດ, ແອ້ມດ້ວຍໄມ້ແປ້ນ ແລະ ມຸງດ້ວຍສັງກະສີ ປະກອບມີ 1 ຫ້ອງເຮັດວຽກ ແລະ ອຸປະກອນຮັບໃຊ້ວຽກງານວິຊາສະເພາະ.
    ໂອກາດນີ້, ທ່ານຮອງເຈົ້າແຂວງໄດ້ໃຫ້ກຽດໂອ້ລົມ ໂດຍຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງການພັດທະນາການສຶກສາທຸກຂັ້ນທຸກລະດັບໃຫ້ແກ່ມະນຸດ ໂດຍສະເພາະພະສົງ-ສາມະເນນຂອງແຂວງໃຫ້ມີລະດັບສູງ ແລະ ມີຄວາມຮັບຮູ້ ແນໃສ່ປະຕິບັດເປົ້າໝາຍການດຳເນີນການຮຽນ-ການສອນຫຼາຍຂຶ້ນ ເພື່ອປະກາດເປັນແຂວງຈົບມັດທະຍົມບຳລຸງຕອນປາຍໃນປີຕໍ່ໜ້າ. ພ້ອມທັງຮຽກຮ້ອງໃຫ້ຄູ-ອາຈານ ກໍຄືພະສົງ-ສາມະເນນ ຈົ່ງພ້ອມກັນປົກປັກຮັກສາສະຖານທີ່ແຫ່ງນີ້ໃຫ້ສາມາດນໍາໃຊ້ໄດ້ຢ່າງຍາວນານ ແລະ ມີປະສິດຜົນສູງ.
ຂ່າວ-ພາບ: ສັນຍາ