ກອງປະຊຸມອົງການປົກຄອງ ແຂວງອັດຕະປື ປະຈຳງວດ III ໄດ້ຈັດຂຶ້ນໃນວັນທີ 27-28 ກັນຍາ ນີ້ທີ່ຫ້ອງວ່າການປົກຄອງແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງເຈົ້າແຂວງອັດຕະປືມີບັນດາທ່ານຄະນະປະຈຳພັກແຂວງ, ເຈົ້າເມືອງ, ຄະນະປະຈໍາພັກເມືອງ 5 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານເຈົ້າແຂວງອັດຕະປື ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ບັນດາຜູ້ແທນທີ່ໄດ້ເຂົ້າຮ່ວມຈະໄດ້ພ້ອມກັນທົບທວນ ແລະ ຄົ້ນຄວ້າ, ແລກປ່ຽນທັດສະນະແນວຄວາມຄິດ, ສຸມໃສ່ປະກອບຄໍາຄິດຄຳເຫັນ, ຕີລາຄາການຈັດຕັ້ງປະຕິບັດວຽກງານອັນທີ່ພົ້ນເດັ່ນ ພາຍໃຕ້ການນໍາພາ-ຊີ້ນຳ ຂອງອົງການປົກຄອງແຂວງ ແລະ ຜົນງານຂອງແຕ່ລະຂະແໜງການໃນໄລຍະຜ່ານມາ, ແກ້ໄຂຂອດຂັ້ນອຸດຕັນຕ່າງໆໃນການຄຸ້ມຄອງ-ບໍລິຫານລັດ ເພື່ອປັບປຸງໃຫ້ມີຄວາມສອດຄ່ອງ,  ເປັນເອກະພາບກັນ ບົນພື້ນຖານສຸມໃສ່ປະຕິບັດວຽກງານທຸກດ້ານໃນຕໍ່ໜ້າໃຫ້ໄດ້ຮັບການແກ້ໄຂຢ່າງຈິງຈັງ, ພ້ອມທັງຊອກໃຫ້ເຫັນສາເຫດທີ່ຈະຕ້ອງໄດ້ບຸກບືນສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ ໂດຍສະເພາະສຸມໃສ່ບັນຫາການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການຈັດເກັບລາຍຮັບເຂົ້າງົບປະມານ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ບັນຫາໜີ້ສິນ ແລະ ອື່ນໆ. ການປະຕິບັດໂຄງການລົງທຶນ ໂດຍສະເພາະເສັ້ນທາງການຄົມມະນາຄົມ ແນໃສ່ແກ້ໄຂຄວາມຫຍຸ້ງຍາກຂອງພໍ່ແມ່ປະຊາຊົນ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ປັບປຸງຂອດການປະສານງານຂອງຂະແໜງການຕ່າງໆຢ່າງກົມກຽວ, ມີການປຶກສາຫາລື, ຊຸກຍູ້ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອເຮັດໃຫ້ວຽກງານຕ່າງໆດຳເນີນໄປຢ່າງມີປະສິດທິພາບ, ໂລ່ງລຽນ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ. 
ໂອກາດດຽວກັນນີ້,ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າຫ້ອງວ່າການແຂວງ ໄດ້ຕີລາຄາທົບທວນຄືນຜົນການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມ ປະຈໍາງວດ III ປີ 2023 ແລະ ວາງທິດທາງເຄື່ອນໄຫວໃນຕໍ່ໜ້າ ຊຶ່ງໄດ້ຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຈຸດສຸມລວມທຸກຂະແໜງການເປັນຕົ້ນ: ດ້ານວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ພາຍໃນແຂວງ ເຫັນວ່າຄະນະພັກ, ຄະນໍາແຕ່ລະຂັ້ນເປັນເຈົ້າການຍົກສູງຄຸນນະພາບຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິດ້ານການຈັດຕັ້ງປະຕິບັດວຽກງານ 2 ວາລະແຫ່ງຊາດ ທຸກຂະແໜງການໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມແຜນຈຸດສຸມ, ຄວາມຮັບຜິດຊອບ ແລະ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມກອງຂອງຕົນ ເຫັນໄດ້ອັນພົ້ນເດັ່ນ ແລະ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ,ດ້ານການແກ້ໄຂຜົນການກວດສອບ ຕາມມະຕິກອງປະຊຸມສະພາປະຊາຊົນແຂວງບັນດາຂະແໜງການທີ່ຢູ່ໃນເປົ້າໝາຍແມ່ນຢູ່ໃນໄລຍະສຸມໃສ່ແກ້ໄຂດ້ານປະກົດການຫຍໍ້ທໍ້ ແລະ ຂໍ້ຂັດແຍ່ງຕ່າງໆ ໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງ ດ້ານການສະຫຼຸບຜົນການຈັດຕັ້ງເຄື່ອນໄຫວວຽກງານຕາມຂົງເຂດຄວາມຮັບຜິດຊອບຂອງຕົນ ປະຈໍາປີ 2023 ແລະ ວາງທິດທາງເຄື່ອນໄຫວປະຈໍາປີ 2024. ເຫັນວ່າທຸກຂະແໜງການຂັ້ນແຂວງ ແລະ ເມືອງ ຢູ່ໃນໄລຍະສຸມໃສ່ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.
ຂ່າວ-ພາບ: ໄພບູນ