ໃນໂອກາດລົງຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ວຽກງານ 3 ສ້າງຢູ່ເຂດຈຸດສຸມພັດທະນາທີ I ເທດສະບານເມືອງທ່າແຕງ ໃນວັນທີ 26 ກັນຍາຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ການນໍາເມືອງ ແລະ ພະນັກງານລົງກໍ່ສ້າງຮາກຖານ ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ນໍາພາປະຊາຊົນຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ມີຄວາມຍືນຍົງ, ຍົກສະມັດຖະພາບການຜະລິດໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງຕະຫລາດພາຍໃນໃຫ້ພຽງພໍ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ຂາຍເປັນສິນຄ້າສົ່ງອອກຕ່າງແຂວງ ກໍຄື ຕ່າງປະເທດ.
ພ້ອມນີ້, ກໍເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານກໍ່ສ້າງພັກ ແລະ ຂະຫຍາຍການຈັດຕັ້ງພັກ ຕິດພັນກັບການປັບປຸງແບບແຜນນໍາພາ-ວິທີເຮັດວຽກຂອງອົງການປົກຄອງບ້ານໃຫ້ເຂັ້ມແຂງ, ເປັນແບບຢ່າງນໍາໜ້າ ແລະ ນໍາພາປະຊາຊົນຢ່າງແທ້ຈິງ; ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ຂໍ້ກໍານົດ-ກົດໝາຍຂອງລັດໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ,ປຸກລະດົມປະຊາຊົນພ້ອມກັນປູກໄມ້ຟື້ນຟູປ່າ, ປົກປັກຮັກສາປ່າໃຫ້ຍືນຍົງ, ຄຸ້ມຄອງ-ນໍາໃຊ້ທີ່ດີ ແລະ ປະກອບເສຍພັນທະໃຫ້ລັດຕາມລະລຽບກົດໝາຍ,ປະຕິບັດຫຼັກການອະນາໄມ 3 ສະອາດ, ຊຸກຍູ້ສົ່ງເສີມລູກ-ຫຼານໃຫ້ຮຽນໃນລະດັບຕ່າງໆ,ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງກໍາລັງ ປກຊ-ປກສ ບ້ານໃຫ້ເຂັ້ມແຂງ ເພື່ອເຮັດໜ້າທີ່ປ້ອງກັນເວນຍາມ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນພາຍໃນບ້ານຂອງຕົນ.
ທ່ານ ສຸກສະໄໝ ວົງສະນຸພິດ ຫົວໜ້າເຂດຈຸດສຸມພັດທະນາທີ I ເທດສະບານເມືອງທ່າແຕງ ໄດ້ລາຍງານວ່າ: ເຂດຈຸດສຸມພັດທະນາທີ I ເທດສະບານເມືອງທ່າແຕງ ປະກອບມີ 10 ບ້ານ 2.434 ຫຼັງຄາເຮືອນ 2.434 ຄອບຄົວ ແລະ ມີພົນລະເມືອງທັງໝົດ 14.080 ຄົນຍິງ 7.104 ຄົນ; ມີເນື້ອທີ່ນາທັງໝົດ 745,2 ເຮັກຕາ, ຜົນຜະລິດ 3.539,59 ໂຕນ; ກາເຟ 2.002,33 ເຮັກຕາ (ເນື້ອທີ່ໃຫ້ໝາກ 1.541,3 ເຮັກຕາ) ຜົນຜະລິດ 6.678,8 ໂຕນ; ໝາກແໜ່ງ 98,9 ເຮັກຕາຜົນຜະລິດ 98,9 ໂຕນ; ພືດຜັກສະບຽງອງຫານ 314,29 ເຮັກຕາຜົນຜະລິດ 2.357,18 ໂຕນ; ສາລີຫວານ 184,8 ເຮັກຕາຜົນຜະລິດ 1.088 ໂຕນ; ມັນຕົ້ນທາດແປ້ງ 1.045,61 ເຮັກຕາຜົນຜະລິດ 27.813,23 ໂຕນ; ໝາກສະເຫວີ່ 66 ເຮັກຕາຜົນຜະລິດ 669 ໂຕນ; ໝາກເຂືອ 50 ເຮັກຕາຜົນຜະລິດ 415 ໂຕນ,ກະລຳປີ 308,7 ເຮັກຕາຜົນຜະລິດ 7.717,5 ໂຕນ,ຜັກກາດຫໍ່ 209,9 ເຮັກຕາຜົນຜະລິດ 2.497 ໂຕນ, ເຜືອກມັນ 94,3 ເຮັກຕາຜົນຜະລິດ 1.313,6 ໂຕນ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ຊຸກຍູ້ສົ່ງເສີມການລ້ຽງສັດ ແລະ ການບໍລິການຄ້າຂາຍ ຂະຫຍາຍຕົວຢ່າງກວ້າງຂວາງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ.
ຂ່າວ-ພາບ: ສັນຍາ