ກອງປະຊຸມປຶກສາຫາລືກ່ຽວກັບການກະກຽມເປີດຈຸດຄ່ຽນຖ່າຍສິນຄ້າປະຈໍາດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງການດັ່ງກ່າວເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວຜູ້ຊີ້ນໍາວຽກງານເສດຖະກິດ, ມີທ່ານ ພວງຄໍາ ພິລາເກດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ສີຄານ ແກ່ນມະນີ ກ່າວວ່າ: ການເປີດຈຸດຄ່ຽນຖ່າຍສິນຄ້າປະຈໍາດ່ານສາກົນຂົວມິດຕະພາບນໍ້າເຫືອງ ແມ່ນການຈັດຕັ້ງປະຕິບັດເນື້ອໃນແຈ້ງການຂອງຫ້ອງການກະຊວງ ຍທຂສະບັບເລກທີ 04718 ແລະ ແຈ້ງການຂອງພະແນກ ຍທຂ ແຂວງໄຊຍະບູລີ ສະບັບເລກທີ 3761ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ສາມາດຄຸ້ມຄອງການຂົນສົ່ງສິນຄ້າຂອງລົດຕ່າງປະເທດທີ່ມາເຄື່ອນໄຫວຢູ່ ສປປ ລາວ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ດ້ານການບໍລິການຂົນສົ່ງສິນຄ້າຢູ່ພາຍໃນປະເທດ, ສາມາດແຂ່ງຂັນກັບຕ່າງປະເທດ, ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ເຂົາເຈົ້າສູງຂຶ້ນ. ຈາກນັ້ນ, ຕາງໜ້າບໍລິສັດໄຊຍະບູລີໂລຈີສຕິກ ແລະ ບໍລິລິສັດລາວຮຸ່ງເຮືອງໄດ້ລາຍງານຫຍໍ້ກ່ຽວກັບການກະກຽມສ້າງຈຸດພັກລົດ-ຈຸດຄ່ຽນຖ່າຍສິນຄ້າປະຈໍາດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແລະ ຕາງໜ້າພະແນກ ຍທຂ ແຂວງໄດ້ຜ່ານແຈ້ງການຂອງຫ້ອງການກະຊວງ ຍທຂ ສະບັບເລກທີ 04718, ລົງວັນທີ 23 ກຸມພາ 2022 ແລະ ແຈ້ງການຂອງພະແນກ ຍທຂ ແຂວງໄຊຍະບູລີ ສະບັບເລກທີ 3761, ລົງວັນທີ 10 ສິງຫາ 2023 ກ່ຽວກັບການຄຸ້ມຄອງ, ຄວບຄຸມ, ຕິດຕາມ, ກວດກາລົດຂົນສົ່ງສິນຄ້າພາຍໃນ ແລະ ຕ່າງປະເທດທີ່ຂົນສົ່ງສິນຄ້າຜ່ານດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ.
    ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື, ຄົ້ນຄວ້າ ແລະ ຕົກລົງເປັນເອກະພາບກັນ ກ່ຽວກັບການເປີດຈຸດພັກລົດ-ຈຸດຄ່ຽນຖ່າຍສິນຄ້າປະຈໍາດ່ານສາກົນຂົວມິດຕະພາບນໍ້າເຫືອງ ເພື່ອຮັບຮອງໃຫ້ແກ່ການຂົນສົ່ງສິນຄ້າເຂົ້າ-ອອກດ່ານສາກົນຂົວມິດຕະພາບນໍ້າເຫືອງ ໃຫ້ມີຄວາມພ້ອມທາງດ້ານສະຖານທີ່ໃຫ້ແກ່ການບໍລິການ, ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບຕົວຈິງ,ຖືກຕ້ອງຕາມລະບຽບກົດໝາຍມີຄວາມເປັນເອກະພາບທາງດ້ານຄ່າທໍານຽມ-ບໍລິການ ແລະ ອື່ນໆອີກ.
ຂ່າວ: ແກ່ນທ້າວ