ໂດຍ:ວັນໄຊ ຕະວິນຍານ
ໃນຕະຫຼອດ ປີ 2023 ຜ່ານມາ,ເຖິງວ່າແຂວງໄຊຍະບູລີຈະພົບກັບຄວາມຫຍຸ້ງຍາກໃນຫຼາຍດ້ານ. ແຕ່ ດ້ວຍຄວາມເປັນເຈົ້າການຂອງສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແລະສະມາຊິກສະພາປະຊາຊົນແຂວງທີ່ຕັ້ງໜ້າປະຕິບັດຕາມພາລະບົດບາດຂອງສະພາແຫ່ງຊາດ ແລະ ພາລະບົດບາດ ສິດໜ້າທີ່ຂອງສະພາປະຊາຊົນແຂວງໄດ້ເຮັດໃຫ້ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II  ມີຜົນສໍາເລັດວຽກງານຫຼາຍດ້ານຕາມເປົ້າໝາຍທີ່ວາງໄວ້.
ທ່ານ ເພັງນິລັນ ຄໍາພັນເພັງ ປະທານສະພາປະຊາຊົນແຂວງໄຊຍະບູລີກ່າວວ່າ: ອັນພົ້ນເດັ່ນແມ່ນສະພາປະຊາຊົນແຂວງໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ຮ່າງກົດໝາຍຢູ່ຂັ້ນທ້ອງຖິ່ນໄດ້  3 ຄັ້ງ, ຈໍານວນ 11 ສະບັບ,ປັບປຸງ 6 ສະບັບ ເຂົ້າຮ່ວມປະກອບຄໍາເຫັນ ໃສ່ຮ່າງກົດໝາຍ ທີ່ສະພາແຫ່ງຊາດ ແລະ ກະຊວງກ່ຽວຂ້ອງຈັດຂຶ້ນ ໄດ້ 12 ຄັ້ງ, ມີ 13 ສະບັບ.ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດກົດໝາຍໄດ້ 11 ສະບັບ, ໃນນີ້ຂົງເຂດສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ 4 ສະບັບ,ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ  3 ສະບັບ,ຂົງເຂດຍຸຕິທໍາ 4 ສະບັບ; ໄດ້ພິຈາລະນາ ແລະ ຮັບຮອງເອົານິຕິກໍາໃຕ້ກົດໝາຍ ຂອງອົງການປົກຄອງແຂວງ ໄດ້ 1 ສະບັບ (ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງນໍ້າລິນ ແຂວງໄຊຍະບູລີ);ຄົ້ນຄວ້າ, ພິຈາລະນາ,ຮັບຮອງ ເອົານິຕິກໍາຮັບໃຊ້ສະເພາະ ມີ 12 ສະບັບ ເປັນຕົ້ນ: ມະຕິ ວ່າດ້ວຍການຫັນປ່ຽນທີ່ດິນກະສິກໍາ ໄປເປັນດິນປະເພດອື່ນ ມີ 11 ສະບັບ ແລະ ນິຕິກໍາ ວ່າດ້ວຍການທົດແທນຄ່າເສຍຫາຍ, ຈັດສັນ, ຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າພູນ ເມືອງປາກລາຍ 1 ສະບັບ; ເຂົ້າຮ່ວມກອງປະຊຸມເຜີຍແຜ່ນິຕິກໍາໃຕ້ກົດໝາຍ ທີ່ສູນກາງ ແລະ ທ້ອງຖິ່ນຈັດຂຶ້ນ ໄດ້  4 ຄັ້ງມີ 4 ສະບັບ.
ສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ຄົ້ນຄວ້າບັນຫາສໍາຄັນຂອງແຂວງ ໂດຍຜ່ານກົນໄກການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ແລະ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ມີ 21 ເນື້ອໃນ ແລະ ຮັບຮອງເອົາມະຕິ  19 ສະບັບ, ຜ່ານກົນໄກການດໍາເນີນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ  15 ຄັ້ງ, ມີ 120 ເນື້ອໃນ, ພິຈາລະນາຕົກລົງອອກເປັນມະຕິ  13 ສະບັບ; ໃນນີ້ ວຽກງານສະພາປະຊາຊົນແຂວງ  1 ສະບັບ, ອົງການປົກຄອງແຂວງ 12 ສະບັບ; ພ້ອມນີ້, ຍັງໄດ້ດໍາເນີນກອງປະຊຸມຄົບຄະນະ ປະຈໍາປີ 2023 ຂອງ 3 ຄະນະກໍາມະການ ແລະ ຄະນະເລຂາທິການ ເພື່ອຄົ້ນຄວ້າບັນຫາສໍາຄັນພື້ນຖານ ສະໜອງຂໍ້ມູນຮັບໃຊ້ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ IIແລະວຽກງານອື່ນໆອີກ.
ສໍາລັບວຽກຕິດຕາມກວດການັ້ນ ສະພາປະຊາຊົນແຂວງໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ,ນິຕິກໍາໃຕ້ກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມແຜນງົບປະມານແຫ່ງລັດ,ມະຕິກອງປະຊຸມສະພາແຫ່ງຊາດ,ສະພາປະຊາຊົນແຂວງ,ບັນດາໂຄງການລົງທຶນຂອງລັດທີ່ຈັດຕັ້ງປະຕິບັດຢູ່ແຂວງໄຊຍະບູລີ;ຕິດຕາມການຈັດຕັ້ງປະຕິບັດນະໂຍບາຍ ແລະ ຕິດຕາມວຽກງານຟື້ນຟູປ່າໄມ້,ການສົ່ງເສີມການຜະລິດກະສິກຳ,ການຄຸ້ມຄອງລາຄາສິນຄ້າ ແລະ ຕິດຕາມການນໍາເຂົ້າ-ສົ່ງອອກສິນຄ້າຢູ່ບັນດາດ່ານສາກົນ ມີ6 ຄັ້ງ.
ນອກນີ້,ຍັງໄດ້ຕິດຕາມ,ກວດກາ,ຊຸກຍູ້ການຈັດຕັ້ງປະຕິບັດພາລະບົດບາດ ຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງ ຢູ່ 10 ເມືອງ ແລະ ຕິດຕາມກວດກາຄຸ້ມຄອງວຽກງານສາສະ
ໜາ ໄດ້ 4 ເມືອງ (ເມືອງຊຽງຮ່ອນ,ເມືອງເງິນ,ເມືອງພຽງ ແລະ ເມືອງປາກລາຍ); ເຊື່ອມຊຶມ ແລະ ຜັນຂະຫຍາຍຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ເລກທີ 04/ຄປຈ, ລົງວັນທີ 18 ກໍລະກົດ 2022 ວ່າດ້ວຍການຮັບຮອງເອົາແຜນການຕິດຕາມກວດກາ ສອງວາລະແຫ່ງຊາດ ມາເປັນແຜນການເຄື່ອນໄຫວລະອຽດຂອງຕົນ ເພື່ອລົງຕິດຕາມກວດກາການຈັດຕັ້ງປະຕິບັດ ສອງວາລະດັ່ງກ່າວ, ຕາມນິຕິກໍາຂອງສູນກາງ, ຂອງແຂວງ ແລະ ເມືອງ ວາງອອກ ຢູ່ພະແນກການທີ່ກ່ຽວຂ້ອງ ແລະ ບັນດາເມືອງໄດ້ 8 ຄັ້ງ;ໃນລະຫວ່າງ ກອງປະຊຸມສະໄໝສາມັນ ເທື່ອທີ 4-5 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄດ້ເກັບກໍາ-ສັງລວມ ວິເຄາະຂໍ້ມູນ ຄໍາສະເໜີ, ສາຍດ່ວນ ຂອງປະຊາຊົນ ແລະ ສົ່ງໃຫ້ອົງການປົກຄອງແຂວງ,  ຄົ້ນຄວ້າແກ້ໄຂ 240 ເລື່ອງ, ຍັງ 17 ເລື່ອງ (ພວມສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງແກ້ໄຂ 17 ເລື່ອງມີ 4 ພາກສ່ວນຄື: 1) ຫ້ອງວ່າການແຂວງ 7 ເລື່ອງ, 2) ພະແນກສຶກສາທິການ ແລະ ກິລາ 8 ເລື່ອງ 3) ກປສ ແຂວງ 1 ເລື່ອງ ແລະ  4) ບໍລິສັດ ລາວໂທລະຄົມ 1 ເລື່ອງ; ໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ10 ເລື່ອງ,ຄົ້ນຄວ້າ,ພິຈາລະນາ, ແກ້ໄຂ ສໍາເລັດ 9 ເລື່ອງ,ພວມສືບຕໍ່ຄົ້ນຄວ້າ 1 ເລື່ອງ; ຕ້ອນຮັບ ແລະ ໃຫ້ຄໍາປຶກສາດ້ານກົດໝາຍໃຫ້ປະຊາຊົນ ມີ 12 ຄັ້ງ 18 ເທື່ອຄົນຍິງ 4 ເທື່ອຄົນ,ພ້ອມດຽວກັນນີ້,ຍັງໄດ້ຈັດກອງປະຊຸມຮ່ວມອົງການປົກຄອງແຂວງ,ເມືອງ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ,ແກ້ໄຂຄໍາຮ້ອງ,ຄໍາສະເໜີ (ແຕ່ປີ 2021-2023) ແລະ ຮ່ວມກັນວາງກໍານົດທິດທາງແຜນການແກ້ໄຂແຕ່ນີ້ຮອດທ້າຍສະໄໝ (2023-2025).
ສະພາປະຊາຊົນແຂວງ, ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ປະສານສົມທົບກັບອົງການປົກຄອງເມືອງ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ແລະ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທັງໝົດ 254 ຈຸດ, 118 ບ້ານ ມີຜູ້ເຂົ້າຮ່ວມທັງໝົດ 39.704 ຄົນຍິງ23.130 ຄົນ ແລະ ໄດ້ຮັບຄໍາສະເໜີຈາກຜູ້ມີສິດເລືອກຕັ້ງ 234 ເລື່ອງ; ນອກນັ້ນ ສະມາຊິກສະພາປະຊາຊົນແຂວງ ໄດ້ສົມທົບ ກັບ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ໃນການລະດົມທຶນຊ່ວຍເຫຼືອພາກສ່ວນຕ່າງໆ ເປັນຕົ້ນແມ່ນ: ເຄື່ອງກິລາ, ອຸປະກອນການຮຽນ ແລະ ວັດສະດຸກໍ່ສ້າງ ມອບໃຫ້ບັນດາເມືອງ,ກົມກອງ,ບ້ານ, ໂຮງຮຽນ ລວມມູນຄ່າ 697 ລ້ານກວ່າກີບ.