ວັນທີ 7 ກຸມພາ ຜ່ານມານີ້, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ II ແຂວງ ໄດ້ລົງເຄື່ອນໄຫວເຜີຍແຜ່ແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ຢູ່ເມືອງໄຊພູທອງ ນໍາໂດຍທ່ານ ພູຂົງ ຈິດຮູບໂລກ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ນາງ ດາວວອນ ໄຊສຸລຽນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊພູທອງ ພ້ອມດ້ວຍຄະນະນໍາຂອງເມືອງ.
ການລົງເຄື່ອນໄຫວວຽກງານໃນຄັ້ງນີ້, ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານການຊີ້ນຳ-ນຳພາຂອງທ່ານ ນາງ ດາວວອນ ໄຊສຸລຽນ ພ້ອມທັງຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊພູທອງ. ຈາກນັ້ນ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊົນແຂວງ ກໍໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ຊຶ່ງກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ພິຈາລະນາຮັບຮອງບັນຫາສຳຄັນພື້ນຖານຂອງຊາດ. ຈາກນັ້ນ, ກໍຍັງໄດ້ຮັບຟັງການຊັກຖາມ ແລະ ຄຳສະເໜີຈາກພໍ່ແມ່ປະຊາຊົນທີ່ສະເໜີຕໍ່ ສສຊ ແລະ ສສຂ ໂດຍສະເພາະແມ່ນ ບັນຫາດ້ານເສດກິດ, ອັດຕາແລກປ່ຽນ, ສິນຄ້າລາຄາແພງ, ການປະລະການຮຽນຂອງນັກຮຽນເພື່ອເປັນການແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ, ພ້ອມນັ້ນ ສສຊ ແລະ ສສຂ ກໍຍັງໄດ້ມີຄຳເຫັນຫຼາຍດ້ານ ຕໍ່ກັບການການພັດທະນາພື້ນຖານໂຄງລ່າງ, ການພັດທະນາທາງດ້ານເສດຖະກິດ, ການແກ້ໄຂບັນຫາທາງດ້ານຢາເສບຕິດ ໂດຍຕິດພັນກັບການແກ້ໄຂ 2 ວາລະແຫ່ງຊາດຂອງລັດຖະບານ. ເພື່ອແນ່ໃສ່ໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ພັກ-ລັດວາງໄວ້ ແລະ ຍັງໄດ້ຕອບບັນຫາການຊັກຖາມຂອງພໍ່ແມ່ປະຊາຊົນເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ພ້ອມທັງຮັບເອົາຄຳສະເໜີຂອງອົງການປົກຄອງເມືອງ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ນຳໄປສະເໜີຕໍ່ຂະແໜງການກ່ຽວຂ້ອງຢູ່ສະພາ ເພື່ອຄົ້ນຄວ້າລົງມາແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.