ວັນທີ 8 ກຸມພາ 2024 ນີ້ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຈໍາປາສັກ ໄດ້ເຄື່ອນໄຫວພົບປະຢ້ຽມຢາມພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ກໍຄືພະນັກງານຫຼັກແຫຼ່ງໃນທົ່ວເມືອງ, ກຳລັງປະກອບອາວຸດ, ນັກຮຽນນັກສຶກສາ, ພະນັກງານປະຕິວັດອາວຸໂສບຳນານ, ພະນັກງານຫັນລົງກໍ່ສ້າງຮາກຖານຂອງແຂວງປະຈຳເມືອງ, ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ທີ່ສະໂມສອນຂອງເມືອງ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ມີທ່ານ ມະນີວົງ ແສນລາດ ສສຊ ຄະນະປະຈຳສະພາແຂວງຈຳປາສັກ ທັງເປັນປະທານກຳມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ພ້ອມດ້ວຍຄະນະ ສສຂ.
ໂອກາດນີ້. ທ່ານ ຄໍາສິງ ບຸນຈະເລີນ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆໂຂງ ໄດ້ລາຍງານກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃນໄລຍະ 1 ປີຜ່ານມາ ກໍຄືປີ 2023 ໂດຍສັງເຂບ. ພ້ອມດຽວກັນ ທ່ານ ຮອງເຈົ້າເມືອງ ຍັງໄດ້ສະເໜີຕໍ່ ສສຊ ແລະ ສສຂ ເປັນຕົ້ນ: ສະເໜີຂໍເພີ່ມແຜນລາຍຈ່າຍງົບປະມານຮ່ວງບໍລິຫານ ແລະ ດັດສົມສູງກວ່າເກົ່າ. ສະເໜີ ປັບປຸງກອງທຶນທານຸເຄາະ ຂອງກໍາມະບານ ເພື່ອໃຫ້ຜູ້ເສຍຊີວິດໄດ້ຮັບນະໂຍບາຍສູງກວ່າເກົ່າ, ສະເໜີ ກໍ່ສ້າງຝາຍນໍ້າລົ້ນ ຢູ່ກຸ່ມໂສດ ເພື່ອຮັບໃຊ້ເຂົ້າໃນການປູກຝັງ-ລ້ຽງສັດ ແລະ ສະເໜີ ເພີ່ມເງິນຄ່າຄອງຊີບພະນັກງານ-ລັດຖະກອນ ໃຫ້ເໝາະສົມກັບສະພາບເສດຖະກິດ.
(ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ)