ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ທຫລ ຄັ້ງທີ 11 ສະໄໝທີ IV ຂຶ້ນໃນວັນທີ 8 ກຸມພານີ້ ທີ່ສະຖາບັນການທະນາຄານບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກທຫລ ຜູ້ວ່າການ ທຫລ, ມີຮອງເລຂາຄະນະບໍລິຫານງານພັກ, ມີບັນດາສະຫາຍຄະນະບໍລິຫານງານພັກ ທຫລ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ບຸນເຫຼືອສິນໄຊວໍຣະວົງກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍ-ຄວາມສໍາຄັນເປັນຢ່າງຍິ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງການເຜີຍແຜ່ເອກະສານທີ່ສໍາຄັນຂອງຂັ້ນເທິງຈໍານວນໜຶ່ງເປັນຕົ້ນມະຕິຂອງລັດຖະບານ ເລກທີ 17/ລບ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ; ມະຕິວ່າດ້ວຍການສືບຕໍ່ຍູ້ແຮງຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ ສະບັບເລກທີ 05/ຄບສພ;ເຜີຍແຜ່ທິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກັບວຽກງານການເງິນທົ່ວປະເທດ. ຄຽງຄູ່ກັນນັ້ນ, ຍັງໄດ້ພ້ອມກັນຕີລາຄາຄວາມຮັບຜິດຊອບໜ້າທີ່ການເມືອງຂອງຄະນະບໍລິຫານງານພັກ ທຫລ ໃນການນໍາພາ-ຊີ້ນໍາວຽກງານປະຈໍາປີ 2023 ເພື່ອເສີມຂະຫຍາຍຜົນງານ ກໍຄືຊອກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ ແລະ ສືບຕໍ່ກໍານົດທິດທາງແຜນການຈຸດສຸມໃນປີ 2024 ໃຫ້ມີການຫັນປ່ຽນທີ່ຈະແຈ້ງ ແລະ ເປັນຮູບປະທໍາກວ່າເກົ່າ. 
ສະຫາຍ ບຸນເຫຼືອສິນໄຊວໍຣະວົງຍັງຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຕິດຕາມ ແລະ ຄົ້ນຄວ້າປະກອບຄວາມເຫັນຕໍ່ເອກະສານກ່ຽວຂ້ອງຢ່າງເລິກເຊິ່ງ ເພື່ອຈະສືບຕໍ່ຜັນຂະຫຍາຍເຂົ້າສູ່ພາກປະຕິບັດໃຫ້ເກີດໝາກຜົນຕົວຈິງໃນແຕ່ລະດ້ານ ແລະ ມີປະສິດທິຜົນສູງ.
ໃນຕອນບ່າຍຂອງວັນດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ75 ປີ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ພົນຈັດຕະວາ ສົມພອນ ແກ້ວມີໄຊ ອະດີດປະທານສະຫະພັນນັກຮົບເກົ່າຕື່ມອີກ.
(ຂ່າວ-ພາບ: ວັນເພັງ)