ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນາວຽກງານ ການເມືອງ-ແນວຄິດ, ວຽກກໍ່ສ້າງພັກ-ພະນັກງານ ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຮອບດ້ານ ຕິດພັນກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ເມືອງສາລະວັນ. ຊຶ່ງທ່ານໄດ້ເນັ້ນໃຫ້ ຄະນະນໍາເມືອງເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ນິຕິກຳຕ່າງໆ ໃຫ້ເລີກເຊີ່ງກວ້າງຂວາງ, ສືບຕໍ່ເພີ່ມທະວີຍົກສູງຄວາມຮັບຜິດຊອບການນໍາພາ-ຊີ້ນໍາ, ຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານການເມືອງແນວຄິດ, ວຽກພັກພະນັກງານ ແລະວຽກງານກໍ່ສ້າງຮາກຖານການເມືອງໃຫ້ມີຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ການລົງຊຸກຍູ້ຕິດຕາມກວດກາໃນຄັ້ງນີ້ກໍ່ແມ່ນເພື່ອ ຕິດຕາມກວດກາຊຸກຍູ້ພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດວັດທະນະທໍາ - ສັງຄົມ ແລະ ບັນດາເຜົ່າໃນທົ່ວແຂວງພ້ອມທັງເກັບກໍາສະພາບການ ແລະ ວິທີແກ້ໄຂ.
ທ່ານ ຈັນສີລອນ ສີສົມບູນ ກຳມະການພັກແຂວງ ເລຂາພັກ-ເຈົ້າເມືອງ ໄດ້ບົດລາຍງານການນຳພາຮອບ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໂດຍສະເພາະວຽກງານກໍ່ສ້າງຮາກຖານການເມືອງໄດ້ກຳນົດສ້າງຈຸດສຸມພັດທະນາສ້າງບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ ນັບແຕ່ປີ 2020 ຫາ ປີ 2024 ໃຫ້ໄດ້ 8 ຈຸດສຸມຄື: ຈຸດສຸມບ້ານແສນວັງໃຫຍ່, ຈຸດສຸມບ້ານບຶງໄຊ, ຈຸດສຸມບ້ານແບ່ງອຸດົມ, ຈຸດສຸມບ້ານນາໄຊນ້ອຍ, ຈຸດສຸມບ້ານບຶງຂາມ, ຈຸດສຸມບ້ານດ່ານໃຫຍ່, ຈຸດສຸມບ້ານກະຊະ ແລະ ຈຸດສຸມບ້ານໜອງບົວນ້ອຍ.
ການລົງເຮັດວຽກໃນຄັ້ງນີ້, ມີຂຶ້ນໃນວັນທີ 8 ກຸມພາ ນີ້, ທີ່ສະໂມສອນຂອງເມືອງ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນທະວີ ດວງລາສີ, ມີທ່ານ ເຈົ້າເມືອງສາລະວັນ, ບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງເຂົ້າຮ່ວມ.
 (ຂ່າວ: ລັດຕະນາ ແສງສຸວັນ)