ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງຈໍາປາສັກ ຄັ້ງທີ 12 ສະໄໝທີ VIII, ໄດ້ຈັດຂຶ້ນເມື່ອບໍ່ດົນ ຜ່ານມາ, ທີ່ຫ້ອງວ່າການແຂວງຈຳປາສັກ. ພາຍໃຕ້ການເປັນປະທານຂອງສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີສະຫາຍຮອງເລຂາພັກແຂວງ, ບັນດາຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກ-ໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ວິໄລວົງ ບຸດດາຄຳ ກ່າວວ່າ: ກອງປະຊຸມນີ້, ພວກເຮົາຈະໄດ້ພ້ອມກັນຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 11 ສະໄໝທີ VIII, ໂດຍສະເພາະແມ່ນການນໍາພາ-ຊີ້ນໍາ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ປະຈຳປີ 2023 ທີ່ຜ່ານມາ, ຄົ້ນຄວ້າຕີລາຄາການນຳພາ ແລະ ໃຫ້ທິດຊີ້ນໍາຕໍ່ກັບວຽກງານໃນບາງຂະແໜງການ ຈຳນວນໜຶ່ງ; ເຊິ່ງບັນດາເນື້ອໃນທີ່ນຳເຂົ້າລາຍງານ ໃນກອງປະຊຸມຄັ້ງນີ້ ເຫັນວ່າມີຄວາມສໍາຄັນ ຕິດພັນໂດຍກົງກັບຄວາມຮັບຜິດຊອບການເມືອງຂອງອົງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ. ພ້ອມນີ້, ບັນຫາທີ່ສໍາຄັນ ພວກເຮົາຈະໄດ້ພ້ອມກັນ ດຳເນີນຊີວິດການເມືອງ, ສໍາຫຼວດກວດກາ, ການນໍາພາ-ຊີ້ນໍາລວມ, ສໍາຫຼວດກວດກາຄວາມຮັບຜິດຊອບການເມືອງຂອງບຸກຄົນ ໃນການນຳພາ-ຊີ້ນຳ ຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ກໍຄືມະຕິ, ຄໍາສັ່ງ ຂອງສູນກາງພັກ, ຂອງອົງຄະນະພັກແຂວງ ເພື່ອຊີ້ໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງປັບປຸງແກ້ໄຂໃນຕໍ່ໜ້າ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດວຽກງານ. ສະຫາຍ ວິໄລວົງ ບຸດດາຄຳ ໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ພ້ອມກັນປະກອບຄໍາຄິດ ຄຳເຫັນຢ່າງກົງໄປກົງມາ, ຕໍ່ບັນດາຮ່າງເອກະສານ ແລະ ບົດລາຍງານໃນຫົວຂໍ້ຕ່າງໆ, ໂດຍຍົກໃຫ້ເຫັນຜົນສຳເລັດ, ບັນຫາທີ່ຄົງຄ້າງ, ທິດທາງວຽກງານຈຸດສຸມ, ຄາດໝາຍ ແລະ ມາດຕະການ, ວິທີການຈັດຕັ້ງປະຕິບັດລະອຽດຕົວຈິງໃນແຕ່ລະຂົງເຂດວຽກງານ. 
(ຂ່າວ: ແຂວງຈຳປາສັກ)