ກອງປະຊຸມສະຫຼຸບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງພາກເໜືອ ແລະ 1 ກອງພົນ (ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ ແລະ ກອງພົນທີ 3) ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ທີ່ແຂວງຜົ້ງສາລີ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 9 ກຸມພາ ນີ້, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງປະທານ ຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ສູນກາງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີປະທານ, ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ, ຄະນະພັກ-ຄະນະບັນຊາກອງພົນທີ 3, ຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກຳມະທິການ ປກຊ-ປກສ ສະພາແຫ່ງຊາດ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ກອງບັນຊາການທະຫານ ແຂວງ, ກອງບັນຊາການ ປກສ ແຂວງ, ບັນດາເຈົ້າເມືອງ, ພະແນກການແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຮອງປະທານ ຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ແຂວງ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງຜົ້ງສາລີ ໄດ້ຜ່ານບົດສະຫຼຸບ​ ຕີລາຄາສະພາບການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ ແລະ 1 ກອງພົນ ໃນໄລຍະຜ່ານມາ, ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ, ລັດຖະບານ ກໍຄື ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ, ຄະນະພັກ-ຄະນະບັນຊາ ກໍາລັງປະກອບອາວຸດ, ກຳລັງຫຼວງ-ກຳລັງທ້ອງຖິ່ນ ໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກ 4 ແຂວງ ແລະ ມະຕິກອງປະຊຸມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ ແລະ 1 ກອງພົນປະຈຳປີ 2022 ຜ່ານມາ ຊຶ່ງສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນ ສາມາດ ຮັກສາໄດ້ສະຖຽນລະພາບ, ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ລະບົບການຈັດຕັ້ງ ນັບແຕ່ຂັ້ນຮາກຖານ, ເມືອງ ແລະ ແຂວງ ໄດ້ມີການປັບປຸງໜັກແໜ້ນເຂັ້ມແຂງ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ກຳລັງ ປກຊ-ປກສ ແລະ ປະຊາຊົນບັນດາເຜົ່າ ນັບມື້ດີຂຶ້ນ, ກຳລັງ ປກຊ-ປກສ ໄດ້ມີການເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝ. ພ້ອມກັນນີ້, ຄະນະພັກ-ຄະນະບັນຊາແຕ່ສູນກາງຮອດທ້ອງຖິ່ນ ຍັງໄດ້ສຸມໃສ່ຊີ້ນໍາຢ່າງໃກ້ຊິດຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາສະຫງົບຢູ່ 4 ແຂວງ ຢ່າງແຂງແຮງ, ເປັນຂະບວນການຟົດຟື້ນ, ກວ້າງຂວາງ ແລະ ຕໍ່ເນື່ອງ. ໂດຍສັງລວມແລ້ວ, ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຂອງກຳລັງ ປກຊ-ປກສ 4 ແຂວງ ແລະ 1 ກອງພົນ ສາມາດປະຕິບັດໜ້າທີ່ອັນມີກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ມີຜົນສຳເລັດ. ໃນກອງປະຊຸມ ຜູ້ແທນຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ເພື່ອແລກປ່ຽນຖອດຖອນບົດຮຽນຊຶ່ງກັນ ແລະ ກັນ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ກຳລັງ ປກຊ-ປກສ ທຸກຂັ້ນ, ພ້ອມດ້ວຍອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບັນດາເຜົ່າຂອງແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ ແລະ ແຂວງ ບໍ່ແກ້ວ ສ້າງມາໄດ້ໃນຕະຫຼອດໄລຍະຜ່ານມາ ພ້ອມທັງ, ຍັງໄດ້ເນັ້ນໜັກໃຫ້ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຂອງພັກວາງອອກ, ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມສະຫງົບໝັ້ນຄົງ ແລະເຕີບໃຫຍ່ເຂັ້ມແຂງ,ສືບຕໍ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ 4 ແຂວງ ມີຄວາມສະຫງົບໜັກແໜ້ນ ແລະ ມີການພັດທະນາຢ່າງຕໍ່ເນື່ອງ. ຂ່າວ : ນາງ ຍ້ອມເພັດ