ກອງປະຊຸມປຶກສາຫາລືກະກຽມວຽກງານ ສ້າງຕັ້ງເວທີຄັງເງິນອາຊຽນ (ASEAN Treasury Forum)ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພາຍໃຕ້ການເປັນປະທານອາຊຽນ ປີ 2024ສປປລາວໄດ້ຮັບກຽດເປັນເຈົ້າພາບ. ໃນນີ້ ຂະແໜງການເງິນ ແລະ ການທະນາຄານ ກໍຄື ກະຊວງການເງິນແລະທະນາຄານແຫ່ງສປປລາວໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບໜ່ວຍງານກະກຽມເນື້ອໃນໃຫ້ແກ່ກອງປະຊຸມລະດັບຮອງລັດຖະມົນຕີການເງິນແລະຮອງຜູ້ວ່າການທະນາຄານກາງອາຊຽນASEAN Finance and Central Bank Deputies' Working Group Meeting and related meetings (AFCDM-WG)ທີ່ນະຄອນຫຼວງວຽງຈັນສປປລາວ.
    ນອກຈາກກອງປະຊຸມ AFCDM-WG ແລ້ວ ຍັງປະກອບມີກິດຈະກໍາປິ່ນອ້ອມ (Sideline Events)ຊຶ່ງຫວ່າງບໍ່ດົນມານີ້ ກໍໄດ້ຈັດກອງປະຊຸມປຶກສາຫລື ວຽກງານເພື່ອສ້າງຕັ້ງເວທີຄັງເງິນອາຊຽນ (ASEAN Treasury Forumor ATF) ໂດຍການເປັນປະທານຂອງທ່ານ ນາງ ໂຍກີ ລາມາຍັນຕີ ຫົວໜ້າກົມນະໂຍບາຍການເງິນ ກະຊວງການເງິນອິນໂດເນເຊຍ ແລະ ພ້ອມການເປັນປະທານຮ່ວມ ຂອງ ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ ສປປ ລາວ ແລະ ມີບັນດາຄະນະຜູ້ແທນຈາກບັນດາ 10 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ ທັງໝົດຈໍານວນ37 ທ່ານ. 
ກອງປະຊຸມATFໄດ້ດໍາເນີນເປັນເວລາເຄິງວັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ບັນລຸ
ໝາກຜົນຢ່າງຈົບງາມຕາມຈຸດປະສົງຄາດໝາຍໄວ້. ພ້ອມດຽວກັນນີ້, ກອງປະຊຸມໄດ້ຮັບການຊົມເຊີຍ ຈາກບັນດາປະເທດສະຊິກອາຊຽນ ໃນການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນລະບຽບຮຽບຮ້ອຍ ໂດຍສະເພາະການປະກອບສ່ວນປຶກສາຫາລືຕໍ່ບັນຫາຕ່າງໆຢ່າງກົງໄປກົງມາ ເພື່ອສືບຕໍ່ການຮ່ວມມື ໃນການສ້າງຕັ້ງ ແລະ ສາມາດສະເໜີຮັບຮອງສ້າງຕັ້ງ ATF ໃນກອງປະຊຸມຮອງລັດຖະມົນຕີ ແລະ ຮອງຜູ້ວ່າທະນາຄານກາງອາຊຽນ ໃນເດືອນເມສາ 2024 ທີ່ຈະໄດ້ຈັດຂຶ້ນທີ່ ນະຄອນ-ຫຼວງພະບາງ.
ຂ່າວ: ອະນຸກຳມະການໂຄສະນາ-ຂ່າວສານແລະການພິມ