ງານຄາຣາວານລົດຖີບມິດຕະພາບ 2 ລໍ້ 2 ແຜ່ນດິນ ສະຫວັນນະເຂດ (ສປປລາວ)-ມຸກດາຫານ (ຣາຊະອານາຈັກໄທ) ໄດ້ຈັດຂຶ້ນໃນວັນທີ 25 ກຸມພານີ້ ທີ່ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ວໍຣະຍານ ບຸນນະລາດ ຜູ້ວ່າຣາຊະການຈັງຫວັດມຸກດາຫານ, ພ້ອມດ້ວຍນັກຖີບລົດເຂົ້າຮ່ວມ 400 ກວ່າຄົນ.
ຈຸດປະສົງຂອງການຈັດຄາຣາວານລົດຖີບໃນຄັ້ງນີ້, ເພື່ອແນໃສ່ການຮ່ວມມື ແລະ ສົ່ງເສີມການທ່ອງທ່ຽວ ລະຫວ່າງ 2 ປະເທດເວົ້າລວມ, ເວົ້າສະເພາະ 2 ແຂວງ (ສະຫວັນນະເຂດ-ມຸກດາຫານ) ພ້ອມທັງເປັນການກະຕຸກຊຸກຍູ້ທາງດ້ານເສດຖະກິດຂອງແຂວງ ໂດຍສະເພາະແມ່ນທຸລະກິດການທ່ອງທ່ຽວໃຫ້ມີທ່າອ່ຽງດີຂຶ້ນ ພ້ອມທັງເປັນການເຊື່ອມໂຍງວັດທະນະທຳ 2 ຝັ່ງຂອງ ລາວ-ໄທ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ທາງດ້ານການບໍລິການທ່ອງທ່ຽວ, ການຄ້າ ພ້ອມທັງເປັນການປະຊາສຳພັນກວຽກງານທ່ອງທ່ຽວຮ່ວມກັນ. ກິດຈະກຳຄັ້ງນີ້, ແມ່ນກິດຈະກຳເລີ່ມຕົ້ນຂອງຫຼາຍໆກິດຈະກຳ ທີ່ທາງແຂວງສະຫວັນນະເຂດຈັດຂຶ້ນ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 450 ຄັນ, ຈາກມຸກດາຫານ ແລະ ຈັງຫວັດອື່ນໆ ຂອງປະເທດໄທ 350 ຄັນ ແລະ ຈາກສະຫວັນນະເຂດ ມີທັງໝົດ 100 ຄັນເຂົ້າຮ່ວມ.
ກິດຈະກຳຄາຣາວານລົດຖີບຄັ້ງນີ້, ແມ່ນເລີ່ມຈາກຖີບລົດຂ້າມຂອງ 2 ລໍ້ 2 ແຜ່ນດິນ ສະຫວັນນະເຂດ-ມຸກດາຫານ, ຈາກນັ້ນກໍ່ອອກເດີນທາງຈາກຂົວມິດຕະພາບຮອດວົງວຽນໄດໂນເສົາລ້ຽວຂົວໄປຕາມຖະໜົນເລກ 9 ພັກດື່ມນ້ຳຢູ່ສະຖານກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ, ເດີນທາງຕໍ່ຊົມທັດສະນີຍະພາບ ຂອງນະຄອນໄກສອນພົມວິຫານ ກໍ່ຄືຕົວເມືອງເກົ່າ ຂອງເມືອງຄັນທະບູລີ (ໂຊນຕະຫຼາດກາງຄືນ, ຫໍພິພິດທະພັນແຂວງ), ຈາກນັ້ນ ກໍ່ໄດ້ອອກສູ່ພະທາດອີງຮັງໂດຍຜ່ານສວນສາທາລະນະໄກສອນພົມວິຫານ) ໜ້າຫ້ອງວ່າການແຂວງໄປພັກດື່ມນ້ຳຢູ່ແຫຼ່ງທ່ອງທ່ຽວບຶງວະ ທີ່ມີກິ່ນອາຍຫອມຫວນຂອງເຂົ້ານາແຊງພ້ອມຊົມບັນຍາກາດ ແລະ ທຳມະຊາດທີ່ສວຍງາມ ແລ້ວເຂົ້າກາບໄຫວຂໍພອນສິ່ງສັກສິດຈາກພະທາດອີງຮັງ ພ້ອມທັງຮັບປະທານອາຫານທ່ຽງດ້ວຍອາຫານພື້ນບ້ານ (ປີ້ງໄກ່ລາດ-ຕຳໝາກຫຸ່ງ), ຊົມສິລະປະ ແລະ ຟ້ອນລຳວົງສາມັກຄີຢ່າງມ່ວນຊື່ນ.
(ຂ່າວ: ສະຫວັນ)