ໃນວັນທີ 25 ກຸມພານີ້ທີ່ສໍານັກງານສະຖານເອກອັກຄະລັດຖະທູດ ສປປ ລາວ ທີ່ນະຄອນຫຼວງຮ່າໂນ້ຍສສ ຫວຽດນາມ, ໂດຍໄດ້ຮັບການມອບໝາຍຈາກ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສົບທົບກັບ ສະຖານເອກອັກຄະລັດຖະທູດ ຈັດພິທີປະດັບຫຼຽນໄຊ ແລະ ຫຼຽນກາ ຈາກພັກ, ລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ ກົມກອງ ແລະ ບຸກຄົນຂອງ ຄະນະຮັກສາ, ເບິ່ງແຍງສຸຂະພາບພະນັກງານສູນກາງ ແລະ ໂຮງໝໍສູນກາງກອງທັບ 108, ກະຊວງປ້ອງກັນປະເທດຫວຽດນາມ.
ສະຫາຍ ທອງສະຫວັນ ພົມວິຫານກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ແກ່ 2 ກົມກອງ, ບຸກຄົນ 1 ສະຫາຍ; ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່  2 ກົມກອງ, ບຸກຄົນ 3 ສະຫາຍ ແລະ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ບຸກຄົນ 2 ສະຫາຍ.
ໃນພິທີ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການປະກອບສ່ວນ ຂອງກົມກອງ ແລະ ບຸກຄົນ ຂອງຄະນະຮັກສາ, ເບິ່ງແຍງສຸຂະພາບພະນັກງານສູນກາງ ແລະ ໂຮງໝໍສູນກາງກອງທັບ 108 ສສ ຫວຽດນາມ ທີ່ໄດ້ປະກອບສ່ວນສໍາຄັນ ທາງດ້ານທຶນຮອນ, ເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປິ່ນປົວ, ຮັກສາສຸຂະພາບຂອງການນໍາຂັ້ນສູງພັກ, ລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ, ທັງເປັນເສນາທິການດ້ານວິຊາການ ໃຫ້ກົມການເມືອງ, ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ແລະ ໄດ້ປະສານສົມທົບກັບ ຫ້ອງວ່າການສູນກາງພັກ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໃນການຊີ້ນໍາຢ່າງໃກ້ຊິດ, ທັນການ ແລະ ມີປະສິດທິຜົນ ຕໍ່ບັນດາພະແນກການ, ໂຮງໝໍສູນກາງກອງທັບ 108 ແລະ ບັນດາໂຮງໝໍ ທີ່ຮັບຜິດຊອບການປິ່ນປົວ ແລະ ຮັກສາສຸຂະພາບພະນັກງານການນຳ ພັກ, ລັດ ກໍຄື ເບິ່ງແຍງສຸຂະພາບ ແລະ ຮັບປະກັນທາງດ້ານສາທາລະນະສຸກ ໃຫ້ການນໍາຂັ້ນສູງຂອງພັກ, ລັດ ລາວ ໄປຢ້ຽມຢາມ ສສ ຫວຽດນາມ ກໍຄື ບັນດາການນໍາຂັ້ນສູງພັກ, ລັດ ຫວຽດນາມ ມາຢ້ຽມຢາມ ສປປ ລາວ; ສົ່ງຄະນະແພດຊ່ຽວຊານ ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນໃນການຮັບມືກັບພະຍາດລະບາດ, ກວດ ແລະ ປິ່ນປົວສຸຂະພາບ ໃຫ້ການນໍາຂັ້ນສູງພັກ, ລັດລາວ, ໃຫ້ການຊ່ວຍເຫຼືອເຄື່ອງມືອຸປະກອນການແພດ, ຢາປິ່ນປົວພະຍາດໃຫ້ ສປປ ລາວຊຶ່ງເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ-ພາບ: ຄຕພ