ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານທອງລຸນສີສຸລິດປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ໃນຕອນຄ່ຳວັນທີ27ກຸມພານີ້ທ່ານໂຈເຊຣາໂມສອໍຕ້າປະທານາທິບໍດີແຫ່ງສາທາລະນະລັດປະຊາທິປະໄຕຕີມໍ-ເລັດສະເຕພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນເພື່ອຢ້ຽມຢາມທາງລັດຖະກິດຢູ່ສປປລາວຊຶ່ງໄດ້ຖືກຕ້ອນຮັບໂດຍທ່ານນາງເຂັມມະນີພົນເສນາຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ (ລັດຖະມົນຕີກຽດຕິຍົດ) ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານໂຈເຊຣາໂມສອໍຕ້າແລະຄະນະຜູ້ແທນຂັ້ນສູງຈະເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ສປປລາວ, ແຕ່ວັນທີ27 ກຸມພາຫາວັນທີ2 ມີນາ2024 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແລະການຮ່ວມມືອັນດີງາມລະຫວ່າງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະສາທາລະນະລັດປະຊາທິປະໄຕຕີມໍ-ເລັດສະເຕ.
(ຂ່າວ: ຂປລ)