ຫວ່າງບໍ່ດົນມານີ້, ກະຊວງການເງິນຮ່ວມກັບທະນາຄານແຫ່ງສປປ ລາວໄດ້ດຳເນີນການເປັນເຈົ້າພາບຈັດກອງປະຊຸມ ແລະເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສເພື່ອກະກຽມໃຫ້ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ(AFCDM-WG) ຕາມຮອບວຽນການເປັນປະທານອາຊຽນຂອງສປປ ລາວ ໃນປິ 2024,ໂດຍມີຜູ້ແທນເຂົ້າຮ່ວມກອງປະຊຸມຫຼາຍກ່ວາ 250 ທ່ານຈາກບັນດາກະຊວງການເງິນ ແລະ ທະນາຄານກາງ 10 ປະເທດອາຊຽນ, (ປະເທດຕີມໍເລສເຕໃນນາມຜູ້ສັງເກດການ), ກອງເລຂາອາຊຽນ, ອົງການຈັດຕັ້ງສາກົນ ແລະ ບັນດາສະຖາບັນການເງິນພາກພື້ນອາຊຽນເຂົ້າຮ່ວມ.
ກອງປະຊຸມ AFCDM-WGພາຍໃຕ້ການເປັນປະທານຮ່ວມລະຫວ່າງກະຊວງການເງິນໂດຍແມ່ນທ່ານ ວົງຄໍາແຫງ ວົງທະຈັກຫົວໜ້າກົມການເງິນຕ່າງປະເທດ ແລະ ທະນາຄານແຫ່ງ ສປປ ລາວ ໂດຍແມ່ນທ່ານ ນາງ ແພງສີ ແພງເມືອງຫົວໜ້າກົມຮ່ວມມືສາກົນ.
ໃນໂອກາດດັ່ງກ່າວ, ທ່ານວົງຄໍາແຫງ ວົງທະຈັກ ໄດ້ກ່າວຕໍ່ກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານການຮ່ວມມືດ້ານການເງິນ-ເງິນຕາອາຊຽນ,ສືບຕໍ່ເພີ່ມທະວີຍຸດທະສາດການຮ່ວມມືໃຫ້ມີການພັດທະນາຢ່າງເຂັ້ມແຂງ ເພື່ອຮັບປະກັນໃຫ້ແກ່ຄວາມໝັ້ນທ່ຽງທາງດ້ານການເງິນໃຫ້ມີຄວາມຍືນຍົງ.
ຫຼັງຈາກນັ້ນ,ກອງປະຊຸມກໍໄດ້ຮັບຟັງການລາຍງານກ່ຽວກັບບັນດາແຜນວຽກບຸລິມະສິດປະຈໍາປີ2024 ພາຍໃຕ້ການເປັນປະທານຮອບວຽນເພື່ອສະໜັບສະໜູນຕາມຍຸດທະສາດ 3 ເສົາຄໍ້າເສດຖະກິດ ແລະ ການຈັດຕັ້ງປະຕິບັດຂະແໜງການເງິນທີ່ປະກອບມີ 2 ໜ້າວຽກທີ່ຕິດພັນໂດຍສະເພາະໃນຂົງເຂດທະນາຄານວຽກງານບຸລິມະສິດທີ 10  (PED 10): ການແກ້ໄຂບັນຫາການຫຼຸດໂຕນຂອງແຫຼ່ງທຶນໃນກຸ່ມຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ  ໃນຂົງເຂດການເງິນແມ່ນວຽກງານບຸລິມະສິດ ທີ 11 (PED 11): ຂອດການສຶກສາດ້ານເຕັກນິກກ່ຽວກັບລະບົບພາສີປະຕູດຽວອາຊຽນຮູບແບບໃໝ່ ຂອງ ສປປ ລາວ, ພ້ອມທັງໄດ້ມີການປຶກສາຫາລື ແລະ ແລກປ່ຽນບັນດາຄວາມຄືບໜ້າຂອງວຽກງານການຮ່ວມມື ແລະ ການເຊື່ອມໂຍງດ້ານການເງິນ-ເງິນຕາອາຊຽນທີ່ປະກອບດ້ວຍແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025, ແຜນການເຊື່ອມໂຍງດ້ານການເງິນ-ເງິນຕາອາຊຽນແລະ ການຮ່ວມມືດ້ານການເງິນອາຊຽນ.
ນອກນັ້ນ,ຍັງໄດ້ມີການປຶກສາລື ແລະ ຮັບຮອງດ້ານຫຼັກການຂອງບາງວຽກງານທີ່ເປັນຂໍ້ລິເລີ່ມການຮ່ວມມືໃໝ່ໆຂອງພາກພື້ນອາຊຽນ. ພ້ອມນີ້, ໄດ້ສະເໜີແຜນການຈັດກອງປະຊຸມລະດັບຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນໃນເດືອນເມສາ 2024 ທີ່ນະຄອນຫຼວງພະບາງ, ພ້ອມທັງໄດ້ມອບການຮັບເປັນປະທານກອງປະຊຸມ AFCDM-WG ຂອງສປປ ລາວ ໃຫ້ປະເທດມາເລເຊຍສືບຕໍ່ເປັນປະທານກອງປະຊຸມ AFCDM-WG ໃນປີ 2025ຕາມຮອບວຽນ.
ໃນວຽກທີ່ຕິດພັນກັບກະຊວງການເງິນແມ່ນມີຫຼາຍວຽກທີ່ພົ້ນເດັ່ນຕາມທີ່ໄດ້ຈັດກອງປະຊຸມສະເພາະແຕ່ລະຫົວຂໍ້(Side Events)  ແລະ ເພື່ອຮ່ວມມືກັນສ້າງຄວາມເຂັ້ມແຂງດ້ານເຕັກນິກວິຊາການໃຫ້ແຕ່ລະພາກສ່ວນທີ່ຮັບຜິດຊອບຕາມພາລະບົດບາດໂດຍສະເພາະແມ່ນວຽກງານການຮ່ວມມືການເຊື່ອມໂຍງໃນຂົງເຂດພາສີອາຊຽນ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານບຸລິມະສິດ 11 (PED 11), ການຮ່ວມມືດ້ານອາກອນອາຊຽນທີ່ສປປ ລາວ ຈະໄດ້ຮັບກຽດເປັນປະທານໃນປີ 2024 ເຊັ່ນ:ກອງປະຊຸມອາກອນອາຊຽນຄັ້ງທີ 18 ແລະ ກອງປະຊຸມອາກອນຊົມໃຊ້ຄັ້ງທີ 15ເຊັ່ນດຽວກັນກັບວຽກງານການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ວຽກງານຄັງເງິນແຫ່ງຊາດທີ່ເປັນວິໄສທັດ ແລະ ມີການລິເລີ່ມໃນປີ 2023, ມີການຮັບຮອງດ້ານຫຼັກການລະດັບວິຊາການ ແລະ ຈະນໍາຂຶ້ນໄປຄົ້ນຄວ້າຮັບຮອງໃນກອງປະຊຸມລະດັບຮອງລັດຖະມົນຕີໃນເດືອນເມສາ 2024. ນອກນັ້ນ,ຍັງມີວຽກງານການກະກຽມເປັນປະທານຮ່ວມການເຈລະຈາການເປີດເສລີການບໍລິການດ້ານການເງິນອາຊຽນຮ່ວມກັບຟີລິບປິນໃນລະຫວ່າງສົກປີ 2024-2026.
ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປຕາມແຜນງານວິໄສທັດອາຊຽນດ້ວຍບັນຍາກາດອັນຟົດຟື້ນ ແລະ ບັນລຸໝາກຜົນຢ່າງຈົບງາມຕາມຈຸດປະສົງຄາດໝາຍໄວ້. ພ້ອມດຽວກັນນີ້,ກອງປະຊຸມໄດ້ຮັບການຊົມເຊີຍຈາກບັນດາປະເທດສະຊິກອາຊຽນໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມການຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດທີ່ດີ ແລະໄປຕາມຫຼັກການຂອງອາຊຽນ,ສືບຕໍ່່ການຮ່ວມມືໃນການຈັດຕັ້ງປະຕິບັດແຜນງານໂຄງການ ແລະ ແນວຄິດລິເລີ່ມຕ່າງໆໃນຕໍ່ໜ້າຕາມຍຸດທະສາດ ແລະ ວິໄສທັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025,ກອງປະຊຸມAFCDM-WG ຄັ້ງນີ້, ເປັນກອງປະຊຸມສັງລວມທຸກວຽກງານການເງິນ-ເງິນຕາອາຊຽນຈາກກອງປະຊຸມປິ່ນອ້ອມໃນລະຫວ່າງວັນທີ 19-22 ກຸມພາ 2024 ເປັນຕົ້້ນ: ກອງປະຊຸມຄະນະເຮັດວຽກເຈລະຈາການເປີດເສລີການບໍລິການດ້ານການເງິນອາຊຽນ,ກອງປະຊຸມສໍາມະນາວຽກງານ“ການສະໜອງທຶນເພື່ອການຫັນປ່ຽນດ້ານການປ່ຽນແປງດິນຟ້າອາກາດໃນອາຊີຕາເວັນອອກສ່ຽງໃຕ້,ກອງປະຊຸມກະກຽມການສ້າງຕັ້ງເວທີແລກປ່ຽນຄັງເງິນອາຊຽນແລະກອງປະຊຸມຄະນະກຳມະການປະສານງານລະຫວ່າງຂະແໜງການວ່າດ້ວຍການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດແລະການປະກັນໄພ ແລະບັນດາກອງປະຊຸມສໍາມະນາປິ່ນອ້ອມຈຳນວນ
ໜຶ່ງໂດຍຜ່ານການຈັດສຳມະນາໃນຫົວຂໍ້ການຫັນປ່ຽນວຽກງານການເງິນສີຂຽວແລະວິວັດທະນາການຂອງການຄ້າທາງດ້ານການເງິນໃນອາຊີຕາເວັນອອກສຽງໃຕ້: ສິ່ງທ້າທາຍ, ວິທີແກ້ໄຂ ແລະ ກາລະໂອກາດ.
ນອກນີ້, ກອງປະຊຸມ AFCDM-WG ລະດັບເຈົ້າໜ້າທີ່ອາວຸໂສເປັນການສັງລວມບັນຫາການຮ່ວມມືດ້ານການເງິນ-ເງິນຕາເພື່ອສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ການເປັນປະທານກອງປະຊຸມຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານແຫ່ງສປປ ລາວ ແລະ ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທີ່ຈະໄດ້ຈັດຂຶ້້ນໃນເດືອນເມສາ 2024 ນີ້. 
ຂ່າວ-ພາບ: ກົມສື່ມວນຊົນ ຖວທ