ພະແນກອຸດສາຫະກໍາ ແລະ ການຄ້າແຂວງອັດຕະປື ຮ່ວມກັບ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການໃນການຈັດງານວາງສະແດງສິນຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຄອນເສີດເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມທີ່ເດີ່ນໜ້າຫ້ອງວ່າການແຂວງອັດຕະປືຂຶ້ນໃນລະຫວ່າງວັນທີ 26 ກຸມພາ-1 ມີນາ 2024 ແລະ ພິທີເປີດທາງການໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 27 ກຸມພາ ນີ້ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ແລະ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. 
ຈຸດປະສົງຂອງການຈັດງານໃນຄັ້ງນີ້ເພື່ອເປັນການຂ່ຳນັບຮັບຕ້ອນ ກອງປະຊຸມຄະນະກໍາມະການຮ່ວມມືລວມ ເຂດສາມຫຼ່ຽມພັດທະນາ CLV-DTA ຄັ້ງທີ 13 ທີ່ແຂວງອັດຕະປືເປັນເຈົ້າພາບ, ທັງເປັນການສົ່ງເສີມການພັດທະນາ-ຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ຂອງບັນດາປະເທດ ທີ່ນອນໃນເຂດສາມຫຼ່ຽມພັດທະນາ ແນໃສ່ຂະຫຍາຍໂອກາດຊອກຫາຕະຫຼາດຈໍາໜ່າຍສິນຄ້າ ແລະ ການເປັນຄູ່ຮ່ວມມືດ້ານທຸລະກິດ-ການຄ້າໃຫ້ກວ້າງຂວາງອອກ ແລະ ຍືນຍົງ, ຕິດພັນການເສີມຂະຫຍາຍນະໂຍບາຍການເຊື່ອມໂຍງດ້ານການຄ້າ, ການລົງທຶນແລະການທ່ອງທ່ຽວ, ທັງເປັນການສົ່ງເສີມສີໄມ້ລາຍມື, ພູມປັນຍາຂອງຊາວບ້ານ, ກຸ່ມຜູ້ຜະລິດ-ປຸງແຕ່ງສິນຄ້າກະສິກຳ ແລະ ຫັດຖະກຳ ຂອງປະຊາຊົນຕາມຊາຍແດນທີ່ຕິດຈອດກັນ ໃຫ້ມີການປັບປຸງ ທາງດ້ານປະລິມານ ແລະ ຄຸນນະພາບ ສາມາດຕອບສະໜອງຄວາມຕ້ອງການພາຍໃນແຂວງ, ພາຍໃນເຂດສາມຫຼ່ຽມພັດທະນາCLV ຂອງພວກເຮົາ. ພ້ອມກັນນັ້ນ ກໍຍັງເປັນການເພີ່ມທະວີການຮ່ວມມື ແລະ ການແລກປ່ຽນວັດທະນະທໍາຮີດຄອງປະເພນີອັນດີງາມຂອງ 3 ຊາດ ແລະ 13 ແຂວງທີ່ນອນໃນເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (ລາວມີ ແຂວງອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ; ກໍາປູເຈຍມີແຂວງຊຽງແຕງ, ກະແຈະ, ລັດຕະນະຄີລີ, ດົນຄີລີ ແລະ ຫວຽດນາມ ມີແຂວງກອນຕູມ, ຍາລາຍ, ດັກລັກ, ບິງເຟືອກ, ດັກນົງ) 
ງານວາງສະແດງສິນຄ້າຄັ້ງນີ້ມີນັກທຸລະກິດເຂົ້າຮ່ວມທັງໝົດ 118 ບູດ (ຫ້ອງ) ຊຶ່ງປະກອບມີ ສປປ ລາວ 107 ຫ້ອງ, ຣາຊະອະນາຈັກ ກໍາປູເຈຍ 6 ຫ້ອງ ແລະ ສສ ຫວຽດນາມ 5 ຫ້ອງ, ໃນນັ້ນ ສິນຄ້າທີ່ນໍາມາວາງສະແດງແລະຈຳໜ່າຍໃນຄັ້ງນີ້ ມີຫຼາກຫຼາຍປະເພດເຊັ່ນ: ສິນຄ້າກະສິກຳ, ອຸດສາຫະກຳປຸງແຕ່ງຈາກຜົນຜະລິດກະສິກຳ, ອຸດສາຫະກຳ, ສະຖາບັນການເງິນ-ທະນາຄານ. ນອກນັ້ນ, ກໍຍັງມີໂຊນ ອາຫານ ແລະ ເຄື່ອງດື່ມ ເພື່ອຮັບໃຊ້ແຂກທີ່ເຂົ້າມາທ່ຽວຊົມມີທັງໝົດ 30 ຮ້ານ, ຄາດຄະເນມູນຄ່າສິນຄ້ານໍາມາວາງສະແດງໃນຄັ້ງນີ້ ປະມານ 6,8 ຕື້ກວ່າກີບ ຫຼື ປະມານ 300.000 ກວ່າໂດລາ.
ໃນແຕ່ລະຄໍ່າຄືນກໍຈະມີການສະແດງ, ແລກປ່ຽນສິລະປະ-ວັດທະນະທໍາຂອງລາວ, ຫວຽດນາມ ແລະ ກໍາປູເຈຍທີ່ເຂົ້າຮ່ວມງານວາງສະແດງໃນຄັ້ງນີ້.
(ຂ່າວ: ກຕທ)