ໃນລະຫວ່າງວັນທີ 24-28 ກຸມພານີ້,ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ສະມາພັນທະລັດ ສະວິດ ຢ່າງເປັນທາງການ, ຕາມການເຊື້ອເຊີນຂອງ ທ່ານ ອິກນາຊີໂອ ກາດຊີດສ໌ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ,ເພື່ອເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ.
ໃນໄລຍະການເຄື່ອນໄຫວ ຢູ່ ສະມາພັນທະລັດ ສະວິດ ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕຳແໜ່ງ ທ່ານ ອິກນາຊີໂອ ກາດຊີດສ໌ ລັດຖະມົນຕີ ກະຊວງການຕ່າງປະເທດ ສະວິດທີ່ ນະຄອນຫຼວງເບີນ ຊຶ່ງສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ, ພ້ອມທັງແລກປ່ຽນຄໍາຄິດເຫັນຕໍ່ບັນຫາສະພາບພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ. ໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະວິດ ຕະຫຼອດໄລຍະ 60 ກວ່າປີຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ນັບຕັ້ງແຕ່ ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ກັນຍາ 1963 ເປັນຕົ້ນມາ, ສປປ ລາວ ແລະ ສະວິດ ໄດ້ມີການພົວພັນຮ່ວມມືທີ່ດີນຳກັນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ສະແດງອອກຄື ສອງຝ່າຍ ໄດ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນແລະກັນຢ່າງເປັນປົກກະຕິ ລະຫວ່າງ ການນຳຂັ້ນສູງຂອງທັງສອງປະເທດ ແລະ ສະວິດ ກໍສືບຕໍ່ໃຫ້ການສະໜັບສະໜູນ ການພັດທະນາ ຢູ່ ສປປ ລາວ ຢ່າງຕໍ່ເນື່ອງ ບໍ່ວ່າທາງດ້ານເຕັກນິກ ກໍຄືທາງດ້ານແຫຼ່ງທຶນ ໃນຫຼາຍຂະແໜງການ ເປັນຕົ້ນ: ການສຶກສາ (ອາຊີວະສຶກສາ), ກະສິກຳ ແລະ ປ່າໄມ້, ການປົກຄອງ, ພະລັງງານ ແລະ ບໍ່ແຮ່, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ອື່ນໆ.  ພ້ອມດຽວກັນນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມື ໃນຕໍ່ໜ້າ, ສອງຝ່າຍ ເຫັນວ່າ ຈະໄດ້ເພີ່ມທະວີຊຸກຍູ້ການຮ່ວມມືທາງດ້ານການຄ້າ-ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສະເພາະຂະແໜງການທີ່ສອງຝ່າຍມີທ່າແຮງ.
ໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ສະວິດ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມື ແກ່ ສປປ ລາວ, ອັນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາ ແລະ ພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປລາວ ຕະຫຼອດໄລຍະຜ່ານມາ, ພ້ອມທັງໄດ້ ເຊື້ອເຊີນ ທ່ານ ອິກນາຊີໂອ ກາດຊີດສ໌ ໄປຢ້ຽມຢາມ ສປປ ລາວ ຕື່ມອີກ ໃນເວລາທີ່ສະດວກ, ໂດຍສະເພາະໄປຢ້ຽມຢາມບັນດາແຂວງຕ່າງໆ ທີ່ ສະວິດ ໄດ້ໃຫ້ການຊ່ວຍເຫຼືອ ແລະ ຖືໂອກາດທ່ອງທ່ຽວແຂວງດັ່ງກ່າວ ຊຶ່ງປັດຈຸບັນກໍສາມາດ ເດີນທາງໄປທາງພາກເໜືອໄດ້ດ້ວຍລົດໄຟຄວາມໄວສູງ. ພ້ອມກັນນັ້ນ,ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ແຈ້ງໃຫ້ຊາບການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ພ້ອມທັງເຊີນຊວນຊາວສະວິດ ໄປທ່ອງທ່ຽວລາວ ໃນໂອກາດປີທ່ອງທ່ຽວລາວ 2024ນີ້.
ໃນໂອກາດຢ້ຽມຢາມ ສະມາພັນທະລັດ ສະວິດ ຢ່າງເປັນທາງການຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດຄັງນີ້ ໄດ້ເປັນຂີດໝາຍອັນສຳຄັນ ໃນທ່າມກາງບັນຍາກາດທີ່ສອງປະເທດກຳລັງສະເຫຼີມສະຫຼອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ສະວິດ; ໃນຂະນະດຽວກັນ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມ ແລະ ກ່າວບົດປາໄສ ໃນວາລະອະພິປາຍ ລະດັບສູງ ຂອງກອງປະຊຸມສະພາສິດທິມະນຸດ ຄັ້ງທີ 55 ທີ່ ຫ້ອງການ ສປຊ ທີ່ ເຊີແນວ ແລະ ພົບປະສອງຝ່າຍ ກັບ ທ່ານ ໂວລເກີ້ ເຕີກ ຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດ.
(ຂ່າວ: ກຕທ)