ໃນປີ 2023ຜ່ານມາ,ແຂວງຊຽງຂວາງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໂຮງງານອຸດສະຫະກໍາ ແລະ ອໍານວນຄວາມສະດວກ ໃຫ້ຫົວໜ່ວຍທຸລະກິດທົ່ວແຂວງ ເຄື່ອນໄຫວຢ່າງມີປະສິດທິຜົນ,ປັດຈຸບັນທົ່ວແຂວງມີໂຮງງານອຸດສາຫະກຳ ແລະ ຫັດຖະກຳທັງໝົດ 275 ແຫ່ງ,ໃນນັ້ນ ໂຮງງານອຸດສາຫະກຳມີ 204 ແຫ່ງ, ໂຮງງານຂະໜາດໃຫຍ່ ມີ 14 ແຫ່ງ, ໂຮງງານຂະໜາດກາງ ມີ 18 ແຫ່ງ, ໂຮງງານຂະໜາດນ້ອຍ ມີ 148 ແຫ່ງ, ໂຮງງານຂະໜາດນ້ອຍແບບຄອບຄົວມີ 24 ແຫ່ງ ແລະ ຫັດຖະກໍາມີ 71 ແຫ່ງ, ມູນຄ່າການຜະລິດອຸດສາຫະກໍາແລະຫັດຖະກຳປະຕິບັດໄດ້3.867,33 ຕື້ກີບ,ລື່ນແຜນການປີ11 ເທົ່າຕົວ. ໃນນັ້ນ, ມູນຄ່າອຸດສາຫະກຳປະຕິບັດໄດ້ 3.786,68 ຕື້ກີບ, ລື່ນແຜນການປີ15 ເທົ່າຕົວແລະ ມູນຄ່າຫັດຖະກຳປະຕິບັດໄດ້80,65 ຕື້ກີບ, ເທົ່າກັບ80,70% ຂອງແຜນການປີ, ປັດຈຸບັນທົ່ວແຂວງມີຕະຫຼາດທັງໝົດ 50 ແຫ່ງ, ຕະຫຼາດໃຫຍ່ ມີ 2 ແຫ່ງ, ຕະຫຼາດຂະໜາດກາງ ມີ 11 ແຫ່ງ, ຕະຫຼາດນ້ອຍ ມີ 37 ແຫ່ງ.
    ໃນປີ 2023 ຜ່ານມາ,ສາມາດສົ່ງອອກສິນຄ້າໄດ້1.035,64 ຕື້ກີບ, ລື່ນແຜນການປີ 2 ເທົ່າຕົວ, ສິນຄ້າຂາອອກຕົ້ນຕໍແມ່ນສິນຄ້າແຮ່ທາດຕ່າງໆມູນຄ່າ774,43 ຕື້ກີບ,ລື່ນແຜນການ 5 ເທົ່າຕົວ, ສິນຄ້າກະສິກຳ ແລະສັດລ້ຽງມູນຄ່າ176,33 ຕື້ກີບ,ເທົ່າກັບ57,18% ຂອງແຜນການປີ;ສະບຽງອາຫານ ມູນຄ່າ 58,24 ຕື້ກີບ,ສິນຄ້າໝວດອຸດສາຫະກຳ 10,98ຕື້ກີບ,ລື່ນແຜນການປີ5 ເທົ່າຕົວ, ປະເພດໄມ້ແລະຜະລິດຕະພັນໄມ້ມູນຄ່າ14,04 ຕື້ກີບ,ເທົ່າກັບ 66,25%ຂອງແຜນການປີແລະເຄື່ອງປ່າຂອງດົງ ມູນຄ່າ 1,62ຕື້ກີບ, ເທົ່າກັບ 75,75%, ຂອງແຜນການປີ.
    ສໍາລັບສິນຄ້ານຳເຂົ້າປະຕິບັດໄດ້ທັງໝົດ636,98 ຕື້ກີບ, ເທົ່າກັບ 95,58% ຂອງແຜນການປີ,ໃນນັ້ນ,ຂັ້ນສູນກາງຄຸ້ມຄອງ ມູນຄ່າ 406,19 ຕື້ກີບ, ລື່ນແຜນການປີ 17,67%, ກວມ63,76%,ສິນຄ້ານຳເຂົ້າດັ່ງກ່າວແມ່ນນ້ຳມັນເຊື້ອໄຟແລະອາຍແກັດ; ຂັ້ນແຂວງຄຸ້ມຄອງມູນຄ່າ 230,79 ຕື້ກີບ, ເທົ່າກັບ71,85% ຂອງແຜນການປີ, ກວມ 36,23%.ສິນຄ້າຮັບໃຊ້ການຜະລິດກະສິກຳ ມູນຄ່າ 99,09 ຕື້ກີບ,ອຸປະກອນແລະເຄື່ອງກໍ່ສ້າງມູນຄ່າ 31,73 ຕື້ກີບ,ອຸປະກອນເຄື່ອງໄຟຟ້າມູນຄ່າ 2,78 ຕື້ກີບ,ສະບຽງອາຫານ ມູນຄ່າ 41,16 ຕື້ກີບ. ເຮັດໃຫ້ແຂວງເກີນດູນການຄ້າ398,66 ຕື້ກີບ.ຂ່າວ: ວັນໄຊ